ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

Laos Taking Measures to Prevent Swine Flu


ທາງການລາວຍັງຄົງດຳເນີນມາດຕະການ ກວດກາສຸຂະພາບ ຮ່າງກາຍຂອງຄົນລາວ ແລະ ຊາວຕ່າງຊາດ ທີ່ເດີນທາງເຂົ້າອອກ ປະເທດ ລາວຢ່າງຕໍ່ເນື່ອງໂດຍຫລ້າສຸດ ກໍໄດ້ມີການຕິດຕັ້ງເຄື່ອງ ວັດແທກອຸນຫະ ພູມຮ່າງກາຍຂອງຜູ້ໂດຍສານທີ່ເດີນ ທາງເຂົ້າ ລາວ.

ຢູ່ສາທະລະນະລັດປະຊາທິປະໄຕປະຊາຊົນລາວ ເຖິງວ່າຈະບໍ່ທັນ ພົບກໍລະນີ ຜູ້ຕິດເຊື້ອຈາກການ ລະບາດຂອງພະຍາດດັ່ງກ່າວ ເທື່ອ ແຕ່ລັດຖະບານກໍໄດ້ດຳເນີນມາດຕະການຕ່າງໆ ຢ່າງຮີບ ດ່ວນ ທີ່ຈຳເປັນເພື່ອປ້ອງກັນ ແລະ ເຝົ້າລະວັງ. ໂດຍລັດຖະ ບານໄດ້ອອກ ຄຳສັ່ງເປັນກໍລະນີພິເສດຢ່າງຮີບດ່ວນ ແລະ ໄດ້ດຳເນີນມາດຕະການອັນຈຳເປັນ ໂດຍສະເພາະແມ່ນມາດ ຕະການຕິດຕາມ ກວດກາຜູ້ເຂົ້າອອກປະຈຳ ດ່ານສາກົນ ຕ່າງໆ ໃນທົ່ວປະເທດໂດຍ ໄດ້ມີການຈັດຕັ້ງ ການກວດກາເປັນປົກກະຕິໃນແຕ່ລະມື້.

ນີ້ກໍແມ່ນການຖະແຫລງໂດຍ ທ່ານ ເຈືອງ ສົມບູນຂັນ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດ ຖະມົນຕີລາວ ໃນຖານະຫົວໜ້າຄະ​ນະເລຂາທິການຂອງລັດຖະບານລາວ ຊຶ່ງໄດ້ຖະແຫລງເນື່ອງ ໃນໂອກາດການໄດ້ຮັບມອບ ເຄື່ອງກວດວັດອຸນຫະພູມຄວາມ ຮ້ອນຂອງຮ່າງກາຍ ຈາກທາງການສະຖານທູດເອກອັກຄະ​ລັດຊະທູດ ສິງກະໂປ ປະຈຳນະຄອນຫລວງວຽງຈັນ ຊຶ່ງກໍນັບເປັນເຄື່ອງກວດວັດອຸນຫະພູມຄວາມຮ້ອນຂອງ ຮ່າງກາຍ ເຄື່ອງທຳອິດ ທີ່ລາວໄດ້ຮັບຄວາມຊ່ວຍເຫລືອຈາກ ຕ່າງປະເທດ ແລະ ກໍໄດ້ມີການຕິດຕັ້ງໄວ້ປະຈຳດ່ານກວດ ຄົນເຂົ້າເມືອງຢູ່ສະໜາມບິນວັດໄຕ. ໂດຍທ່ານ ເຈື່ອງ ໄດ້ໃຫ້ການຢືນຢັນວ່າ ທາງການລາວຍັງຄົງດຳເນີນ ມາດຕະການກວດສຸກຂະພາບ ຮ່າງກາຍຂອງຄົນລາວ ແລະ ຊາວຕ່າງຊາດທີ່ເດີນທາງຈາກຕ່າງປະເທດ ເຂົ້າໄປໃນລາວ ຢ່າງຕໍ່ເນື່ອງຈົນເຖິງທຸກມື້ນີ້ ໂດຍເຖິງແມ່ນວ່າ ຈະຍັງຄົງບໍ່ມີລາຍງານການຕິດ ເຊື້ອໄຂ້ຫວັດ ໃຫຍ່ສະໜິດ A ສາຍພັນ H1N1 ຢູ່ໃນປະເທດລາວ ກໍຕາມ ຫາກແຕ່ ເນື່ອງຈາກວ່າ ໃນແຕ່ລະມື້ມີຄົນລາວ ແລະ ຊາວຕ່າງຊາດ ເດີນທາງເຂົ້າອອກປະເທດ ລາວນັບແສນຄົນ ຈຶ່ງເຮັດໃຫ້ທາງການລາວ ຈຳເປັນທີ່ ຈະຕ້ອງ ດຳເນີນມາດຕະການດັ່ງກ່າວຢ່າງເຂັ້ມງວດ ແລະ ຢ່າງຕໍ່ເນື່ອງ.

ສຳລັບ ເຄື່ອງກວດວັດອຸນຫະພູມຄວາມຮ້ອນຂອງຮ່າງກາຍ ທີ່ລາວໄດ້ຮັບຄວາມ ຊ່ວຍເຫລືອ ຈາກທາງການ ສິງກະໂປໃນຄັ້ງນີ້ ມີລາຄາ 75.000 ໂດລ້າ ສະຫະລັດ ຕໍ່ເຄື່ອງ ຊຶ່ງໂດຍຕາມຄຳສັ່ງຂອງ ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ລາວໃນໄລຍະທີ່ຜ່ານມາ ກໍຄືໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອໂລກໄຂ້ ຫວັດ ໃຫຍ່ຊະໜິດ A ສາຍພັນ H1N1 ເມື່ອກວ່າໜຶ່ງເດືອນທີ່ຜ່ານມາແລ້ວນັ້ນ ກໍປະກົດ ວ່ານາຍົກລັດຖະມົນຕີ ລາວຕ້ອງ ການໃຫ້ເລັ່ງດຳເນີນການຈັດຊື້ຈັດຫາ ແລະ ຕິດຕັ້ງ ເຄື່ອງກວດວັດອຸນຫະພູມຄວາມຮ້ອນ ຂອງຮ່າງກາຍ ຢູ່ດ່ານຊາຍແດນທີ່ສຳຄັນ ຂອງລາວໃຫ້ໄດ້ ບໍ່ໜ້ອຍກວ່າ ສິບດ່ານຊາຍແດນ ຊຶ່ງກໍຄືຈະຕ້ອງ ມີການຈັດຊື້ ເຄື່ອງກວດວັດອຸນຫະພູມຄວາມຮ້ອນຂອງຮ່າງກາຍເຖິງສິບ ຊຸດ ເປັນຢ່າງໜ້ອຍນັ້ນເອງ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ເຄື່ອງວັດອຸນຫະພູມຄວາມຮ້ອນຂອງຮ່າງກາຍ ດັ່ງກ່າວ ມີລາ ຄາແພງ ໃນຂະນະທີ່ບັນຫາວິກິດການທາງເສດຖະກິດ ແລະ ການເງິນໂລກກໍໄດ້ ສົ່ງຜົນກະທົບ ຕໍ່ການສ້າງລາຍຮັບ ເຂົ້າງົບປະມານຂອງລັດຖະບານລາວຢ່າງຫນັກໜ່ວງ ຈຶ່ງເຮັດໃຫ້ທາງການລາວ ບໍ່ມີຄວາມອາດສາມາດ ໃນດ້ານງົບປະມານທີ່ຈະຈັດຫາ ແລະ ຈັດຊື້ ເຄື່ອງກວດວັດອຸນຫະພູມຮ່າງກາຍ ໄດ້ຢ່າງທັນຕໍ່ເວລາ ຈຶ່ງຈຳເປັນ ທີ່ຈະຕ້ອງ ເພິ່ງພາ ແລະ ຂໍຄວາມຊ່ວຍເຫລືອຈາກຕ່າງປະເທດເປັນດ້ານຫລັກ. ໂດຍສິງກະໂປກໍຄື ປະເທດທຳອິດທີ່ໃຫ້ຄວາມຊ່ວຍເຫລືອແກ່ລາວ ແລະ ໃນຂະນະນີ້ທາງການລາວ ກໍາ ລັງດຳເນີນການເຈລະ ຈາກັບທາງການຂອງປະເທດສະມາຊິກໃນກຸ່ມອາຊຽນດ້ວຍ ກັນລວມໄປເຖິງການສະແດງການຮຽກຮ້ອງ ຂໍໃຫ້ທາງສະຫະພາບຢູ​ໂຣບ, ສະ ຫະລັດອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫລີ​ໃຕ້, ອັອດສ​ເຕຣເລຍ ແລະ ອົງການອານາໄມ ໂລກອີກດ້ວຍນັ້ນ ໃຫ້ຄວາມຊ່ວຍເຫລືອ ໃນການຈັດຊື້ຈັດຫາ ເຄື່ອງກວດວັດອຸນຫະພູມ ຮ່າງກາຍໃຫ້ກັບທາງການລາວຢ່າງຮີບດ່ວນອີກດ້ວຍ. ທັງນີ້ກໍເນື່ອງຈາກວ່າ ລາວເປັນປະ ເທດທີ່ມີທີ່ຕັ້ງຢູ່ໃນເຂດໃຈກາງຂອງກຸ່ມປະເທດໃນເຂດລຸ່ມ​ແມ່ນ້ຳຂອງທີ່ສາມາດຕິດຕໍ່ ກັບທຸກປະເທດໄດ້ໃນທຸກທິດທຸກທາງຊຶ່ງລວມໄປເຖິງການທີ່ຊາວຕ່າງປະເທດນັ້ນ ສາມາດທີ່ຈະເດີນທາງເຂົ້າ ໄປໃນລາວໄດ້ໃນທຸກທິດທຸກທາງເຊັ່ນດຽວກັນ. ໂດຍເຫດນີ້ ລາວຈຶ່ງເປັນປະເທດ ທີ່ມີຄວາມສ່ຽງຢ່າງສູງທີ່ເຊື້ອໂລກໄຂ້ຫວັດໃຫຍ່ຊະໜິດ A ສາຍພັນ H1N1 ຈະເຂົ້າໄປແຜ່ລະບາດຢູ່ໃນລາວ ໄດ້ໃນໄລຍະຕໍ່ໄປ ຖ້າຫາກວ່າບໍ່ມີ ການກວດກາທີ່ມີປະສິດທິພາບ ຢ່າງແທ້ຈິງ.

ຊົງຣິດ ​ໂພນ​ເງິນ​ລາຍ​ງານ​ຈາກ​ບາງກອກ​ໃນ​ວັນ​ທີ 1 ມີ​ຖຸນາ 2009

XS
SM
MD
LG