ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

Lao PM Orders Strict Monitor of Swine Flu


ນາ​ຍົກ​ລັດຖະມົນຕີລາວ​ສັ່ງ​ການ​ໃຫ້​ຊື້ ​ແລະ ຕິດຕັ້ງ​ເຄື່ອງ​ກວດ​ວັດ​ອຸນຫະພູມ​ຮ່າງກາຍ ຢູ່​ຕາມ​ດ່ານ​ຊາຍ​ແດນ​ສາກົນ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໂຣກໄຂ້ຫວັດ​ໃຫຍ່​ ສາຍ​ພັນ​ແມັກ​ຊີ​ໂກ້ ​ເຂົ້າ​ໄປ​ແຜ່ລະບາດ​ຢູ່​ໃນ​ປະ​ເທດ​ລາວ ​ເພາະ​ ມັນອາດຈະ​ສົ່ງ​ຜົນ​ສະທ້ອນ ຕໍ່ການ​ພັດ​ທະນາ​ທາງເສດ​ຖະ​ກິດ ໂດຍ​ລວມຂອງ​ປະ​ເທດ.

ທ່ານ ​ບົວ​ສອນ ບຸບຜາ​ວັນ​ ນາ​ຍົກ​ລັດຖະມົນຕີລາວ ​ໃນ​ຖານະປະທານ​ກອງ​ປະຊຸມ​ວາລະ​ພິ​ເສດ ວ່າ​ດ້ວຍ​ການ​ດຳ​ເນີນ​ມາດ​ຕະການສະກັດ​ກັ້ນ ​ແລະ ປ້ອງ​ກັນ​ບໍ່​ໃຫ້ເຊື້ອ​ໂຣກໄຂ້ຫວັດ​ໃຫຍ່ ສາຍ​ພັນ​ແມັກ​ຊີ​ໂກ້ ຫລື ​ເຊື້ອໄວຣັສ H1N1 ທີ່​ເກີດ​ຈາກໝູນັ້ນ ​ເຂົ້າ​ໄປ​ແຜ່​ລະບາດ​ຢູ່​ໃນ​ປະ​ເທດ​ລາວ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ທຸກ​ພາກສ່ວນ​ມີ​ຄວາມ​ຕື່ນຕົວ ​ທີ່​ຈະ​ຮັບ​ມື​ກັບ​ສະຖານະ​ການ​ຕະຫລອດ​ເວລາ ​ໂດຍ​ການ​ນຳ​ໃຊ້​ລະບົບ​ກົນໄກ​ການ​ບໍລິຫານ​ງານ​ທີ່​ມີ​ຢູ່​ແລ້ວ​ ໃຫ້​ເປັນ​ປະ​ໂຫຍ​ດ ຊຶ່ງ​ກໍ​ຄື ກົນ​ໄກ​ບໍລິຫານ​ງານ​ທີ່​ກ່ຽວຂ້ອງກັບ​ການ​ແຜ່​ລະ​ບາດ​ ຂອງ​ເຊື້ອ​ໂຣກ​ໄຂ້ຫວັດ​ສັດ​ປີກ​ຢູ່​ໃນ​ລາວ​ໃນໄລຍະ​ກ່ອນໜ້ານີ້ນັ້ນ​ເອງ. ພ້ອມ​ກັນນີ້ ທ່ານ ບົວ​ສອນ ຍັງ​ໄດ້​ສັ່ງການໃຫ້ນຳ​ໃຊ້​ເງິນ​ທຶນ​ສຳຮອງ​ຂອງ​ລັດຖະບານ ​ເພື່ອ​ຊື້ຫາ ​ແລະ ຈັດຕັ້ງ​ເຄື່ອງ​ກວດ​ວັດ​ອຸນຫະພູມ​ຮ່າງກາຍ​ ຂອງ​ມະນຸດ​ຢູ່​ຕາມ​ດ່ານ​ຊາຍແດນສາກົນ​ທຸກ​ດ່ານ ຂອງ​ປະ​ເທດ​ອີກ​ດ້ວຍ ​ໂດຍ​ໃນ​ເບື້ອງຕົ້ນ ໃຫ້​ຮີບ​ຮ້ອນ​ຈັດຊື້ ​ແລະ ຈັດຕັ້ງ​ໃຫ້ໄດ້ 10 ​ເຄື່ອງ​ເປັນ​ຢ່າງໜ້ອຍ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ທຳ​ການ​ກວດ​ວັດ​ອຸນນະພູມ​ຮ່າງ​ກາຍ​ຂອງ​ປະຊາຊົນ​ລາວ ​ແລະ ຊາວ​ຕ່າງປະ​ເທດ​ທຸກ​ຄົນ ທີ່​ເດີນທາງ​ເຂົ້າອອກປະ​ເທດ​ລາວ.


ທ່ານ ​ບົວ​ສອນ ບຸບຜາ​ວັນ​ ນາ​ຍົກ​ລັດຖະມົນ ຕີລາວ ​ໃນ​ຖານະປະ ທານ​ກອງ​ປະຊຸມ​ວາລະ​ພິ​ເສດ ວ່າ​ດ້ວຍ​ການ​ດຳ​ເນີນ​ມາດ​ຕະການ ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ບໍ່​ໃຫ້ເຊື້ອ​ໂຣກໄຂ້ຫວັດ​ໃຫຍ່ສາຍ​ພັນ​ແມັກ​ຊີ​ໂກ້ ຫລື ​ເຊື້ອໄວຣັສ H1N1 ທີ່​ເກີດ​ຈາກໝູນັ້ນ ​ເຂົ້າ​ໄປ​ແຜ່​ລະບາດ​ຢູ່​ໃນ​ປະ​ເທດ​ລາວ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ທຸກ​ພາກສ່ວນ​ມີ​ຄວາມ​ຕື່ນຕົວ ​ທີ່​ຈະ​ຮັບ​ມື​ກັບ​ສະຖານະ​ການ​ຕະຫລອດ​ເວລາ ​ໂດຍ​ການ​ນຳ​ໃຊ້​ລະບົບ​ກົນໄກ​ການ​ບໍລິຫານ​ງານ​ທີ່​ມີ​ຢູ່​ແລ້ວ​ໃຫ້​ເປັນ​ປະ​ໂຫຍ​ດ ຊຶ່ງ​ກໍ​ຄື ກົນ​ໄກ​ບໍລິຫານ​ງານ​ທີ່​ກ່ຽວຂ້ອງກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂຣກ​ໄຂ້ຫວັດ​ສັດ​ປີກ​ຢູ່​ໃນ​ລາວ​ໃນໄລຍະ​ກ່ອນໜ້ານີ້ນັ້ນ​ເອງ. ພ້ອມ​ກັນນີ້ ທ່ານ ບົວ​ສອນ ຍັງ​ໄດ້​ສັ່ງການໃຫ້ນຳ​ໃຊ້​ເງິນ​ທຶນ​ສຳຮອງ​ຂອງ​ລັດຖະບານ ​ເພື່ອ​ຊື້ຫາ ​ແລະ ຈັດຕັ້ງ​ເຄື່ອງ​ກວດ​ວັດ​ອຸນຫະພູມ​ຮ່າງກາຍ​ຂອງ​ມະນຸດ​ຢູ່​ຕາມ​ດ່ານ​ຊາຍແດນ ສາກົນ​ທຸກ​ດ່ານ ຂອງ​ປະ​ເທດ​ອີກ​ດ້ວຍ ​ໂດຍ​ໃນ​ເບື້ອງຕົ້ນໃຫ້​ຮີບ​ຮ້ອນ​ຈັດຊື້ ​ແລະ ຈັດຕັ້ງ​ໃຫ້ໄດ້ 10 ​ເຄື່ອງ​ເປັນ​ຢ່າງໜ້ອຍ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ທຳ​ການ​ກວດ​ວັດ​ອຸນນະພູມ​ຮ່າງ​ກາຍ​ຂອງ​ປະຊາຊົນ​ລາວ ​ແລະ ຊາວ​ຕ່າງປະ​ເທດ​ທຸກ​ຄົນ ທີ່​ເດີນທາງ​ເຂົ້າອອກປະ​ເທດ​ລາວ. ​


ສ່ວນ​ທາງ​ດ້ານ​ລັດຖະບານ​ໄທ ​ໃນ​ຖານະ​ປະທານ​ຂອງກຸ່ມ​ອາຊຽນ ​ໃນ​ປະຈຸ​ບັນ ກໍ​ໄດ້​ກຳນົດ​ໃຫ້​ມີ​ການ​ປະຊຸມ​ລະດັບ​ລັດຖະມົນຕີດ້ານ​ສາທາລະນະ​ສຸກ​ຂອງອາຊ່ຽນ ​ໃນ​ວາລະ​ພິ​ເສດ​ຂຶ້ນ ​ເພື່ອ​ເປັນ​ການ​ຮັບ​ມື​ກັບ​ສະຖານະ​ການ​ຂອງ​ເຊື້ອ​ໂຣກ​ໄຂ້ຫວັດ​ໃຫຍ່ ​ໃນ​ລະຫວ່າງວັນທີ 7 ຫາ 8 ພຶດສະພາ ນີ້ ຢູ່​ບາງກອກ ​ໂດຍ​ບໍ່ຫວັ່ນ​ເກງ​ວ່າ ຈະ​ຖືກ​ກຸ່ມ​ຄົນເສື້ອ​ແດງ ທຳ​ການ​ປິດ​ລ້ອມ ​ເພື່ອ​ມ້າງ​ເພ​ກອງ​ປະຊຸມ ຄື​ກັນກັບ​ທີ່​ເຄີຍ​ເກີດ​ຂຶ້ນຢູ່​ເມືອງ​ພັດທະຍາ ​ໃນ​ໂອກາດ​ກອງ​ປະຊຸມສຸດ​ຍອດ​ຜູ້ນຳ​ອາຊຽນ ກັບປະ​ເທດ​ຄູ່ເຈລະຈາ ​ເມື່ອ​ວັນ​ທີ 12 ​ເມສາທີ່​ຜ່ານ​ມາ​ແຕ່​ຢ່າງ​ໃດ ດັ່ງ​ທີ່ທ່ານ ອະພິຊິດ ​ເວ​ດຊາ​ຊີ ວະ ນາ​ຍົກ​ລັດຖະມົນຕີໄທ ​ໄດ້​ຖະ​ແຫລ​ງຢືນຢັນວ່າ:
ຄື ຜົມ​ຄິດ​ວ່າ ມັນ​ມີ​ຄວາມຈຳ​ເປັນ​ທີ່ເຣົາ​ຈະຕ້ອງ​ປະຊຸມນະຄຣັບ ​ເພຣາະວ່າ ​ເຣື້ອງ ຂອງໄຂ້ຫວັດ​ຕົວ​ໃໝ່ນີ້ ກໍ​ເປັນ​ເລື້ອງທີ່​ໂລກ​ສົນ​ໃຈຢູ່ ​ແລ້ວ​ກໍ ອາຊຽນກໍ​ຄວນ​ທີ່​ຈະຣ່ວມກຳລັງກັນ ​ເພຣາະວ່າ ​ເຣົາ​ກໍເຄີຍ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ຊ່ວງ​ຂອງ​ ການ​ຣ່ວມມື​ລະຫວ່າງ​ປະ​ເທດ​ເລື້ອງ SARS ຫລື​ວ່າໄຂ້ຫວັດນົກ. ​ເພຣາະສະ​ນັ້ນ​ກໍ​ເປັນ​ງານ​ປະ ຊຸມ​ທີ່​ເຣົາ​ຈະ​ເດີນໜ້ານະຄຣັບ ຣັດຖະບານ​ກໍ​ຈະ​ຈັດ​ໃຫ້ດີ​ທີ່​ສຸດ.
ທັງ​ນີ້ ທາງ​ການ​ໄທໄດ້​ກະກຽມທີ່​ຈະ​ນຳ​ສະເໜີຫົວ​ຂໍ້​ສຳຄັນ​ເຂົ້າສູ່ກອງ​ປະຊຸມ​ ໃນສາມ​ປະ​ເດັນ​ດ້ວຍກັນ ນັ້ນກໍ​ຄື ການ​ຮ່ວມ​ມື​ກັນ​ເຂົ້າ​ໃນ​ການ​ກວດກາ​ຮ່າງກາຍ​ຂອງ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ ທີ່​ເດີນທາງ​ໄປມາ​ລະຫວ່າງ​ກັນ ລະຫວ່າງ​ຊາຍແດນ​ ການ​ແລກ​ປ່ອນ​ຂໍ້ມູນ​ຂ່າວສານ ​ແລະ ສະຖານະ​ການ​ທີ່​ກ່ຽວກັບ​ໄຂ້ຫວັດ​ໃຫຍ່ H1N1 ຢູ່​ໃນ​ແຕ່ລະ​ປະ​ເທດ ​ແລະ ການ​ຜະຫລິດ​ຢາ​ຕ້ານ​ໄວຣັສ​ໄວ້ ​ເພື່ອ​ຕອບ​ສະໜອງ​ໃຫ້​ກັບ​ປະຊາຊົນ​ຢ່າງ​ພຽງພໍ ຖ້າ​ຫາກ​ວ່າ​ເກີດ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂລກ​ເກີດ​ຂຶ້ນ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກໃນວັນທີ 1 ພຶດສະພາ 2009

XS
SM
MD
LG