ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

Laos Takes Measures Against Swine Flu  


ທາງການລາວພວມດຳເນີນມາດຕະ ການເຂັ້ມງວດ ໃນການກວດກາ ແລະ ເຝົ້າລະວັງການແຜ່ລະບາດ ຂອງເຊື້ອໂຣກ ໄຂ້ຫວັດໃຫຍ່ ສາຍພັນແມັກຊິໂກ ຫລື ໄຂ້ຫວັດໝູ ດ້ວຍການກວດອຸນຫະພູມຮ່າງ ກາຍ ແລະ ກວດສຸຂະພາບຂອງ ປະຊາຊົນ ລວມໄປ ເຖິງບັນດານັກ ທ່ອງທ່ຽວຕ່າງຊາດ ທີ່ເດີນທາງ ໄປມາ ລະຫວ່າງປະເທດລາວກັບ ຕ່າງປະເທດ.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນ ຕີຊ່ວຍວ່າ ການກະຊວງ ສາທາ ລະນະສຸກ ຂອງລາວ ໄດ້ ຖະແຫລງ ຢືນຢັນວ່າ ທາງການລາວ ໄດ້ຕຽມພ້ອມຮັບມືກັບ ສະຖານະການ ແຜ່ລະ ບາດ ຂອງເຊື້ອໂຣກ ໄຂ້ຫວັດໃຫຍ່ ສາຍພັນ ແມັກຊິໂກ ຫລື ທີ່ເອີ້ນກັນວ່າ ໄຂ້ຫວັດໝູ ຈາກ ເຊື້ອໄວຣັສ H1N1 ໄວ້ແລ້ວ ໃນຂະນະນີ້ ດ້ວຍການດຳເນີນມາດຕະການ ຢ່າງ ເຂັ້ມ ງວດ ເຂົ້າໃນການກວດກາ ແລະ ເຝົ້າລະວັງເພື່ອປ້ອງກັນ ບໍ່ໃຫ້ເຊື້ອໂຣກເຂົ້າມາ ແຜ່ລະ ບາດຢູ່ໃນປະເທດລາວ ດ້ວຍການນຳ ໃຊ້ລະບົບກົນໄກ ການບໍລິຫານງານ ແລະ ການປະຕິບັດອັນນຶ່ງອັນ ດຽວກັນກັບການຮັບມືກັບການແຜ່ລະບາດຂອງເຊື້ອໂຣກ ໄຂ້ຫວັດ ສັດປີກທີ່ມີ ຢູ່ແລ້ວໃນປະເທດລາວນັ້ນ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າເຊື້ອໂຣກໄຂ້ຫວັດໃຫຍ່ H1N1 ດັ່ງກ່າວ ນີ້ ເປັນການ ແຜ່ລະບາດຂອງເຊື້ອໂຣກ ຈາກຄົນໄປຫາຄົນ ຈຶ່ງເຮັດ ໃຫ້ທາງການລາວ ມີຄວາມຈຳ ເປັນທີ່ຈະຕ້ອງເພີ້ມມາດຕະການ ຄວາມ ເຂັ້ມງວດຫລາຍຂຶ້ນເປັນພິເສດ ດ້ວຍການ ກວດສຸກຂະພາບຮ່າງກາຍ ຂອງປະຊາຊົນ ແລະ ນັກທ່ອງທ່ຽວຊາວຕ່າງປະເທດທີ່ ເດີນທາງ ເຂົ້າ ໄປໃນລາວ ໂດຍສະເພາະແມ່ນການກວດຮ່າງກາຍຂອງປະຊາຊົນ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນ ທາງມາຈາກບັນດາປະເທດ ທີ່ມີການແຜ່ລະບາດ ຂອງເຊື້ອໂຣກໃນປັດຈຸບັນນີ້ ເຖິງແມ່ນ ວ່າຢູ່ໃນ ປະເທດລາວ ຈະບໍ່ມີລາຍງານການຕິດເຊື້ອດັ່ງກ່າວກໍຕາມ ແຕ່ກໍຕ້ອງ ດຳເນີນມາດຕະການເຂັ້ມງວດພິດເສດ ເພາະວ່າເປັນ ສະຖາ ນະການ ທີ່ຖືວ່າບໍ່ທຳມະດາ ດັ່ງທີ່ທ່ານເອກສະຫວ່າງ ໄດ້ຖະແຫລງຢືນຢັນວ່າ:

ໄຂ້ຫວັດໝູນີ້ ສາຍເຫດແມ່ນເກີດມາຈາກເຊື້ອໄວຣັສ ຊະນິດ ນຶ່ງທີ່ປະກົດວ່າ ສາມາດຕິດຕໍ່ຈາກຄົນຫາຄົນ ແລ້ວ ວິທີການ ທີ່ວ່າຕິດຕໍ່ ແນວໃດ ແລະ ບາງບັນ ຫາບັງສືບຕໍ່ຄົ້ນຄວ້າ. ບາງສິ່ງບາງຢ່າງ ກໍຍັງບໍ່ທັນຮູ້ແຈ້ງເທື່ອ. ສະນັ້ນ ໄຂ້ຫວັດ ໝູນີ້ ມັນມີຄວາມອາດສາມາດທີ່ຈະກາຍເປັນ ເອີ້ນວ່າ ການລະບາດ ທີ່ຮຸນແຮງ. ສຳລັບປະເທດ ສປປ ລາວ ຂອງພວກເຮົານີ້ຍັງບໍ່ມີ ກໍລະນີ ໄຂ້ ຫວັດໝູເກີດຂຶ້ນ. ອັນນີ້ ຂໍຢັ້ງຢືນຕື່ມເພື່ອບໍ່ໃຫ້ແຕກຕື່ນ.

ພ້ອມກັນນີ້ ທາງການລາວກໍຍັງໄດ້ດຳເນີນ ມາດຕະການເຂັ້ມງວດ ເຂົ້າໃນການກວດ ກາ ແລະ ຄວບຄຸມການນຳເຂົ້າໝູ ຫລືຊີ້ນໝູ ແລະ ຜະຫລິດຕະພັນ ຈາກໝູ ລວມທັງຍັງໄດ້ມີການ ເຝົ້າລະວັງຢູ່ຕາມຟາມ ແລະ ຄົວເຮືອນຂອງປະຊາ ຊົນລາວ ຢ່າງລະອຽດ ໃນທົ່ວປະເທດ ອີກດ້ວຍ.

ນອກຈາກນັ້ນ ທາງການລາວ ກໍໄດ້ດຳເນີນການປະສານງານຄວາມ ຮ່ວມມືກັບບັນດາ ປະເທດກ່ຽວຂ້ອງ ຫລື ປະເທດ ເພື່ອນບ້ານ ເພື່ອການແລກປ່ຽນຂໍ້ມູນຂ່າວ ສານ ແລະ ການລາຍງານສະຖານະ ການ ກ່ຽວກັບ ການແຜ່ລະບາດຂອງ ເຊື້ອໂຣກຢູ່ພາຍໃນ ຂອງ ແຕ່ລະປະເທດ ຢ່າງໃກ້ຊິດອີກດ້ວຍ. ຊຶ່ງກໍຄືກົນໄກການປະສານງານ ແບບດຽວກັນ ກັບກໍລະນີ ຂອງການແຜ່ລະບາດຂອງເຊື້ອໂຣກໄຂ້ຫວັດສັດປີກນັ້ນເອງ. ທັງນີ້ ກໍ ເນື່ອງ ຈາກວ່າ ລາວເປັນປະເທດນຶ່ງທີ່ມີທີ່ຕັ້ງ ທາງ ພູມີສາດທີ່ສາມາດຕິດຕໍ່ກັບທຸກປະ ເທດຢູ່ ໃນເຂດລຸ່ມແມ່ນ້ຳຂອງ ດ້ວຍກັນໄດ້ ໃນທຸກທິດທຸກທາງ ຈຶ່ງເຮັດໃຫ້ທາງການ ລາວ ໄດ້ປະສານຄວາມຮ່ວມມືຢ່າງໃກ້ສິດເປັນພິເສດກັບ ຫວຽດນາມ, ໄທ, ຈີນ, ພະ ມ້າ ແລະ ກຳປູເຈ້ຍ ລວມໄປເຖິງບັນດາປະເທດສະມາຊິກໃນອາຊຽນດ້ວຍກັນ. ສຳລັບ ສະ ຖານະການ ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ມີ ລາຍງານການແຜ່ລະບາດຂອງເຊື້ອໂຣກໄຂ້ ຫວັດ H1N1 ຢູ່ໃນປະເທດ ລາວ ລວມໄປເຖິງ ບັນດາປະເທດ ໃນເຂດລຸ່ມແມ່ນ້ຳຂອງ ແລະ ກຸ່ມອາຊຽນດ້ວຍກັນ. ຫາກແຕ່ວ່າ ເພື່ອເປັນການບໍ່ປະໝາດ ຫລື ບໍ່ຖືເບົາຕໍ່ ບັນ ຫາດັ່ງ ກ່າວນີ້ ລັດຖະບານໄທ ໃນຖານະປະທານຂອງກຸ່ມອາຊຽນ ໃນປັດຈຸບັນ ກໍໄດ້ ປະສານ ງານຄວາມຮ່ວມມື ໃນທຸກໆດ້ານ ໄປເຖິງບັນດາປະເທດສະມາຊິກ ໃນກຸ່ມອາ ຊຽນ ດ້ວຍກັນແລ້ວ. ພ້ອມກັນນີ້ ທ່ານ ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ ໃນ ຖານະປະທານຂອງກຸ່ມອາຊຽນ ກໍຍັງໄດ້ຖະແຫລງ ຄວາມພ້ອມທີ່ຈະໃຫ້ ຄວາມ ຊ່ວຍເຫລືອກັບ ທຸກປະເທດສະມາຊິກ ທີ່ຂາດເຂີນໃນດ້ານການດຳເນີນ ມາດຕະການ ສະກັດກັ້ນ ແລະ ປ້ອງກັນການແຜລະບາດຂອງເຊື້ອໂຣກອີກດ້ວຍ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 30 ເມສາ 2009


XS
SM
MD
LG