ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Laos Responses to Rice Crisis


ທາງ​ການ​ກະຊວງ​ອຸດ​ສະຫະ​ກຳ ​ແລະ ການ​ຄ້າ​ຂອງ​ລາວ ຈະ​ດຳ​ເນີນ​ມາດ​ຕະການ​ຮັບ​ຊື້ຜົນ​ຜະຫລິດ​ເຂົ້າຈາກ​ບັນດາ​ກະ​ເສດ​ຕະກອນ​ລາວ ​ເພື່ອ​ນຳ​ມາ​ເກັບ​ຮວບ​ຮວມ​ໄວ້​ຢູ່​ໃນ​ສາງ​ຂະໜາດ​ໃຫຍ່ ​ເພື່ອ​ຮັກສາ​ລະດັບລາຄາ ​ແລະ ຮັບ​ປະກັນການບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ໃຫ້​ໄດ້​ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ.

ທ່ານ ສັນ​ຕິ​ສຸກ ວິໄລ​ຈະ​ເລີ​ນ ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ທາງ​ການ​ກະຊວງ​ອຸດສະຫະກຳ​ ​ແລະ ການ​ຄ້າ ​ໄດ້​ນຳ​ສະ​ເໜີ​ໄປ​ເຖິງ​ທະນາຄານ​ແຫ່ງ​ຊາດ​ລາວ​ແລ້ວ​ໃນ​ຂະນະ​ນີ້ ​ເພື່ອ​ຂໍ​ໃຫ້​ຈັດ​ສັນ​ງົບປະມານ​ໃນ​ມູນ​ຄ່າ 50 ຕື້ກີບ ສຳລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ມາດ​ຕະການ​ຮັບ​ຊື້ຜົນ​ຜະຫລິດ​ເຂົ້າຈາກ​ກະ​ເສດ​ຕະກອນ​ລາວ​ ໃນ​ເຂດ​ນະຄອນຫລວງ​ວຽງຈັນ. ທັງ​ນີ້​ໂດຍ​ມີ​ເປົ້າໝາຍ​ເພື່ອ​ນຳ​ເອົາ​ ເຂົ້າທີ່​ຮັບ​ຊື້ຈາກ​ກະ​ເສດ​ຕະກອນ​ລາວ​ດັ່ງກ່າວ​ມາ​ເກັບ​ຮວບ​ຮວມ​ໄວ້​ໃນ​ສາງ​ຂະໜາດ​ໃຫຍ່ ຊຶ່ງ​ນອກຈາກ​ຈະ​ເປັນ​ການ​ຊ່ອຍ​ເຫລືອ​ໃນ​ດ້ານ​ການ​ຮັບປະກັນ​ລາຄາ​ເຂົ້າ​ໃຫ້​ແກ່​ກະ​ເສດ​ຕະກອນ​ລາວ​ແລ້ວ ກໍ​ຍັງ​ຈະ​ມີ​ສ່ວນ​ຢ່າງ​ສຳ​ຄັນ​ຕໍ່ການ​ຮັບປະກັນ​ວ່າ ປະຊາຊົນ​ລາວ​ຈະ​ບໍ່ຂາດ​ແຄນ​ເຂົ້າກິນ​ໃນ​ປີຕໍ່​ໄປ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ງົບປະມານ​ໃນມູນ​ຄ່າ 50 ຕື້ກີບດັ່ງກ່າວ​ນີ້ ກໍ​ຈະ​ສາມາດ​ທີ່​ຈະ​ຮັບ​ຊື້ຜົນ​ຜະຫລິດ​ເຂົ້າຈາກ​ກະ​ເສດ​ຕະກອນ​ລາວ​ ໄດ້​ແຕ່ສະ​ເພາະ​ໃນ​ເຂດ​ນະຄອນຫລວງ​ວຽງຈັນ​ເທົ່າ​ນັ້ນ ສ່ວນ​ການ​ທີ່​ຂະຫຍາຍ​ການ​ດຳ​ເນີນ​ມາດ​ຕະການ​ ອອກ​ໄປຍັງ​ເຂດແຂວງອື່ນໆ ​ໃນ​ລາວ​ອີກດ້ວຍ​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ລໍຖ້າ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ດຳ​ເນີນ​ມາດ​ຕະການ​ຢູ່​ໃນ​ເຂດ​ນະຄອນຫລວງ​ວຽງຈັນ​ເສຍກ່ອນ. ​ໃນ​ຂະນະ​ທີ່​ການ​ກະຊວງ​ກະສິກຳ​ປ່າ​ໄມ້​ລາວ ກໍ​ໄດ້​ລາຍ​ງານ​ວ່າ ​ໃນ​ປີທີ່​ຜ່ານ​ມາໃນ​ທົ່ວປະ​ເທດ​ລາວ ມີ​ຜົນ​ຜະຫລິດ​ເຂົ້າທັງໝົດຫລາຍ​ກວ່າ 2,700,000 ໂຕນ ​ໂດຍ​ຢູ່​ໃນ​ແຂວງ​ສະຫວັນ​ນະ​ເຂດ, ຄຳ​ມ່ວນ ​ແລະ ຈຳປາສັກ​ນັ້ນ ຖື​ວ່າ​ເປັນ​ເຂດ​ແຂວງ​ທີ່​ມີ​ຜົນ​ຜະຫລິດ​ເຂົ້າ​ເກີນ​ຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ​ແຂວງ​ລວມກັນ​ຫລາຍ​ກວ່າ 400,000 ຕັນ. ​ທາງ​ດ້ານ​ ທ່ານຕີ ພົມມະ​ສັກ ລັດຖະມົນຕີຊ່ອຍ​ວ່າ ການ​ກະຊວງ​ກະສິກຳ​ປ່າ​ໄມ້​ຂອງ​ລາວ ກັບ​ໄດ້​ລະບຸ​ວ່າ 8 ​ແຂວງ​ພາກ​ເໜືອ ​ແລະ ​ແຂວງ​ສາລະ​ວັນ​ໃນ​ພາກ​ໃຕ້ ຍັງ​ຄົງ​ຂາດ​ເຂີນ​ເຂົ້າກິນ​ຢ່າງໜັກໜ່ວງ ​ແລະ ລາຄາ​ເຂົ້າທີ່​ຕົກ​ຕ່ຳລົງ​ໃນປະຈຸ​ບັນ ກໍ​ຍັງ​ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ​ ໄດ້​ພາກັນ​ຫລຸດ​ການ​ປູກ​ເຂົ້າລົງຈາກປີ​ກາຍ​ອີກ​ດ້ວຍ.

ນອກຈາກ​ນີ້ ການ​ທີ່​ກະ​ເສດ​ຕະກອນ​ລາວ​ຂາດ​ເຂີນ​ເງິນ​ທຶນ ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການເພີ້ມຜົນ​ຜະຫລິດ​ການ​ກະ​ເສດ​ກໍ​ຍັງ​ນັບ​ເປັນ​ປັດ​ໃຈ​ບັນຫາ​ອັນ​ສຳຄັນ​ອີກ​ປະການໜຶ່ງ ​ໂດຍ​ມີ​ສາເຫດ​ມາ​ຈາກ​ການ​ທີ່​ກະ​ເສດ​ຕະກອນ​ລາວ​ສ່ວນ​ໃຫຍ່ ຍັງ​ຄົງ​ເຂົ້າ​ໄປ​ບໍ່​ເຖິງ​ລະບົບ​ສິນ​ເຊື່ອ​ຂອງ​ທະນາຄານ ທັງ​ທີ່​ເປັນ​ຂອງ​ລັດຖະບານ ​ແລະ ຂອງ​ເອກ​ກະ​ຊົນ​ຢູ່​ໃນ​ປະ​ເທດ​ລາວ. ດັ່ງທີ່​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ທະນາ ຄານ​ພັດທະນາ​ລາວ​ຈຳ​ກັດ ​ໄດ້​ໃຫ້ການ​ຊີ້​ແຈງ​ເຖິງ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ກັບ​ກະ​ເສດ​ຕະກອນ​ລາວ​ສ່ວນ​ໃຫຍ່​ໃນ​ເວລາ​ນີ້ ວ່າ:

ກ່ຽວພັນກັບ​ປະ​ຊົນ​ຜູ້ທຳ​ການຜະຫລິດ ຜູ້ຕ້ອງການທຶນນີ້ ສຳຄັນ​ທີ່​ສຸດ​ນີ້​ລະແມ່ນ​ເວົ້າ​ເລື້ອງ ຄວາມ​ບໍ່ທັນ​ເຂົ້າ​ໃຈ​ຕໍ່ກັບ​ນະ​ໂຍບາຍ​ມີ​ລະບຽບຫລັກການ​ຂອງ​ທະນາຄານເວົ້າ​ລວມ ແລ້ວ​ວ່າ ປະຊາຊົນ​ບັນດາ​ເຜົ່າພວກ​ເຮົາ​ນີ້ ຄັນວ່າ​ເວົ້າ​ເລື້ອງ​ເຂົ້າມາຫາ​ເບື້ອງ ທະນາຄານ ​ເຫັນ​ວ່າ​ຍັງ​ມີອັນ​ຢາກ​ຈົ່ງ​ຈຽ​ມ ຫລື​ວ່າ ​ເກງ​ກົວ ​ໂດຍ​ສະ​ເພາະ​ເວົ້າແມ່ນ​ເລື່ອງ​ການ​ປະກອບ​ເອກະສານ​ບໍ ທີ່​ມັນ​ເປັນ​ຂໍ້​ມູນ​ຫລັກ​ຖານ ມັນ​ຈະ​ບໍ່ຄືກັບການໄປ ຢືມກັບບັນດາການເງິນ ນອກລະບົບ ສະນັ້ນຈຶ່ງ​ເວົ້າວ່າ ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃກ້​ກັນ​ລະ ຫວ່າງ​ປະຊາຊົນ​ ຜູ້​ທຳ​ການ​ຜະຫລິດ​ໂດຍ​ກົງ​ກັບ​ທະນາຄານ​ນີ້ຍັງມີລັກສະນະຢາກ​ບໍ່ທັນໃກ້​ຄຽງກັນເທົ່າ​ທີ່​ຄວນ.

ຊຶ່ງ​ດ້ວຍ​ສະພາບ​ບັນຫາ​ດັ່ງກ່າວ​ນີ້ກໍ​ຍັງ​ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ​ຈຳນວນ​ບໍ່ໜ້ອຍ ຕ້ອງ​ພາກັນ​ໄປ​ກູ້​ຢືມ​ເງິນ​ນອກ​ລະບົບ​ທະນາຄານ​ທີ່​ມີ​ອັດຕາ​ດອກເບ້ຍສູງ​ເຖິງ 15% ຕໍ່​ເດືອນ ຫລື 180% ຕໍ່​ປີ. ​ເພາະ​ສະ​ນັ້ນ ​ໃນ​ເມື່ອ​ວ່າ​ປີ​ໃດ ​ເກີດ​ບັນຫາ​ໄພ​ນ້ຳຖ້ວມ ຫລື ​ໄພ​ແຫ້ງ​ແລ້ງ​ຢ່າງໜັກຫນ່ວງຈຶ່ງ​ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ​ຈຳນວນ​ບໍ່ ໜ້ອຍຕ້ອງ​ສູນ​ເສຍທີ່​ດິນ ​ແລະ ​ລົ້ມລະລາຍ​ໄປ​ເພາະວ່າ ບໍ່ມີ​ເງິນ​ທີ່​ຈະ​ນຳ​ໄປຊຳລະ​ຄືນໜີ້ ​ແລະ ດອກ​ເບ້ຍ​ເງິນ​ກູ້​ທີ່​ມີ​ອັດຕາ​ສູງ​ດັ່ງກ່າວ​ນັ້ນ​ເອງ.

ທາງ​ດ້ານ ທ່ານ ພູ​ເພັດ ຄຳ​ພູນ​ວົງ ຜູ້​ວ່າການທະນາຄານ​ແຫ່ງ​ຊາດ​ລາວ ກໍ​ໄດ້​ຢືນຢັນ​ວ່າ ຈະ​ພະ​ຍາ​ຍາມ​ລະດົມ​ເງິນ​ທຶນ​ຈາກ​ເງິນ​ຝາກ​ຂອງ​ປະຊາຊົນ ​ເພື່ອ​ນຳ​ປ່ອຍ​ເປັນ​ສິນເຊື່ອ​ສຳລັບ​ການສະໜັບ ສະໜູນການ​ປູກ​ຝັງ​ຂອງ​ບັນດາ​ກະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ​ໃຫ້​ໄດ້​ຫລາຍ​ຂຶ້ນ ​ແລະ ຢ່າງ​ທົ່ວ​ເຖິງ​ພາຍ​ໄຕ້​ເປົ້າໝາຍທີ່​ຈະ​ຕອບ​ສະໜອງສິນ​ເຊື່ອ​ໃຫ້​ໄດ້​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 15% ຂອງ​ຍອດ​ຜະຫລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ທັງໝົດ​ໃນ​ປີນີ້​ໃຫ້​ໄດ້ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ສາມາດ​ເພີ້ມຜົນ​ຜະ ຫລິດເຂົ້າ​ເປັນ​ເກືອບ 2,900,000 ໂຕນ ຫລື​ວ່າ ​ເພີ້ມຂຶ້ນຈາກ​ປີ 2008 ຄຶດ​ເປັນ​ສັດສ່ວນ​ບໍ່ຕ່ຳ​ກວ່າ 3.3%.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກ ເມື່ອວັນທີ 12 ພຶດສະພາ 2009

XS
SM
MD
LG