ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ມີການກົດດັນ ຮັງກາຣີ ຫຼາຍຂຶ້ນ ເພື່ອໃຫ້ອະນຸມັດການຂໍເຂົ້າເປັນສະມາຊິກອົງການ NATO ຂອງ ສະວີເດັນ


ລາຍງານ: ການກົດດັນ ຮັງກາຣີ ໃຫ້ຮັບຮອງ ສະວີເດັນ ເຂົ້າເປັນສະມາຊິກອົງການ NATO.

ຄວາມ​ກົດ​ດັນ​ກໍາລັງເພີ້ມ​ຂຶ້ນ​ ສໍາລັບຮັງ​ກາ​ລີ ທີ່​ຈະ​ອະ​ນຸ​ມັດໃຫ້​ສະ​ວີ​ເດັນ​ເຂົ້າຮ່ວມ​ເປັນສະມາຊິກອົງການ NATO, ເຊິ່ງເປັນ​ປະ​ເທດ​ສະ​ມາ​ຊິກ​ສຸດ​ທ້າຍ​ທີ່​ຍັງ​ບໍ່​ທັນ​ໃຫ້​ສັດ​ຕະ​ຍາ​ບັນ​ເທື່ອ. ດັ່ງທີ່ ເຮັນຣີ ຣິຈເວລ ມີລາຍງານຈາກນະຄອນ ຫຼວງລອນດອນ, ນາຍົກລັດຖະມົນຕີຮັງກາຣີ ແລະສະວີເດັນມີກຳນົດພົບປະກັນ ຢູ່ດ້ານນອກກອງປະຊຸມສຸດຍອດສະຫະພາບຢູໂຣບ ທີ່ນະຄອນຫຼວງບຣັສເຊີລສ໌ ໃນວັນພະຫັດ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ສະວີເດັນ ແລະ ຟິນແລນ ພາກັນສະໝັກເຂົ້າເປັນສະມາຊິກອົງການ NATO ໃນເດືອນພຶດສະພາ ປີ 2022, ສາມເດືອນ ລຸນຫຼັງຣັດເຊຍ ທຳ​ການການຮຸກຮານ​ຕໍ່ຢູເຄຣນ ແບບເຕັມອັດຕາ.

ຟິນແລນ ໄດ້ເຂົ້າເປັນສະມາຊິກໃນປີແລ້ວນີ້. ​ແຕ່​ສະ​ວີ​ເດັນ ແມ່ນ​ຍັງຄົງ​ລໍຖ້າຢູ່ ໂດຍຮັງ​ກາລີ​ເປັນ​ປະ​ເທດ​ສະມາຊິກ​ອົງການ NATO ປະເທດ​ສຸດທ້າຍ ​ທີ່​ຍັງ​ບໍ່​ທັນ​ໃຫ້​ສັດຕະຍາບັນ ໃນ​ການ​ເຂົ້າ​ເປັນ​ສະມາຊິກ, ຫຼັງຈາກ​ເທີກີ ​ໄດ້​ໃຫ້ການ​ອະ ນຸມັດ​ໃນ​ຕົ້ນ​ເດືອນ​ມັງກອນທີ່ຜ່ານມາ.

ໃນການກ່າວ​ຄຳ​ປາໄສ​ໃນ​ວັນ​ຈັນ​ແລ້ວ​ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານແອນໂທນີ ບລິງເກັນ ໄດ້​ຮຽກ​ຮ້ອງ​ໃຫ້ ບູດາແປັສທ໌ ຈົ່ງດຳ​ເນີນ​ການ​ໂດຍ​ໄວ, ເຊິ່ງທ່ານໄດ້ກ່າວວ່າ:

“ປະເທດສະວີເດັນ ນໍາເອົາຄວາມອາດສາມາດອັນໃຫຍ່ຫຼວງມາສູ່ພັນທະມິດໃນທຸກໆຂອບເຂດ. ປັດຈຸບັນ, ຮັງກາຣີຈະຕ້ອງດໍາເນີນການເຄື່ອນໄຫວ ເພື່ອໃຫ້ຂະບວນການດັ່ງກ່າວສໍາເລັດ ໂດຍການເຂົ້າເປັນສະມາຊິກຂອງສວີເດັນ. ​ແຕ່​ຂ້າພະ​ເຈົ້າ​ຄາດ​ຫວັງ​ຢ່າງ​ເຕັມ​ທີ່​ວ່າ​ ຈະ​ເກີດ​ຂຶ້ນ​ໃນ​ອີກບໍ່ເທົ່າໃດອາທິດຕໍ່ໜ້ານີ້ ເມື່ອລັດຖະສະພາ​ຂອງຮັງ​ກາລີ​ເປີດຄືນ​.”

ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັງ​ກາຣີ ຈາກ​ພັກ ຟີເດສ (Fidesz) ຂອງ​ນາຍົກລັດ ຖະມົນຕີ ທ່ານວິກເຕີ ອໍບານ (Viktor Orban) ​ໄດ້​ຂັດຂວາງ​ການ​ລົງ​ຄະ​ແນນ​ສຽງ​ຕໍ່​ການ​ສະເໜີ​ເຂົ້າເປັນສະມາຊິດ​ອົງການ NATO ຂອງ​ສະວີເດັນ ຊໍ້າແລ້ວ ຊໍ້າອີກ.

ທ່ານ ອໍບານ ກ່າວໃນອາທິດແລ້ວນີ້ວ່າ ປັດຈຸບັນທ່ານໄດ້ສະໜັບສະໜຸນການເຂົ້າເປັນສະມາຊິກຂອງສະວີເດັນ, ແລະສະມາຊິກສະພາ ຈະຕ້ອງລົງຄະແນນສຽງກ່ຽວກັບເລື່ອງດັ່ງກ່າວເມື່ອພວກເຂົາເຈົ້າຈັດການປະຊຸມກັນອີກຄັ້ງໃນເດືອນກຸມພານີ້. ສະມາຊິກ​ສະພາ​ຝ່າຍ​ຄ້ານ​, ໃນ​ວັນ​ຈັນ​ແລ້ວນີ້ ​ໄດ້​ຮຽກຮ້ອງ​ໃຫ້​ເປີດ​ກອງ​ປະຊຸມ​ວິສາມັນ ​ຂອງ​ລັດຖະສະພາຂຶ້ນ.

ແຕ່​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊິ່ງເປັນສະ​ມາ​ຊິກ​ຜູ້​ກໍ່​ຕັ້ງ​ພັກຟີເດສ ກ່າວ​ວ່າ​ ທ່ານ​ "ບໍ່ເຫັນ​ຄວາມ​ຮີບ​ດ່ວນ" ໃດໆໃນ​ການ​ບໍ່ລົງ​ຄະ​ແນນ​ສຽງ. ສະມາຊິກສະພາອາວຸໂສຂອງພັກຟີເດສ ໄດ້ສະແດງອອກມາເປັນສຽງທີ່ໃຈຮ້າຍຕໍ່ສະວີເດັນ ທີ່ໄດ້ວິຈານຕໍ່ການຊຸດໂຊມລົງ ຂອງປະຊາທິປະໄຕໃນຮັງກາຣີ.

ທ່ານບາລາສ ອໍບານ (Balazs Orban), ຜູ້​ອຳ​ນວຍ​ການ​ດ້ານ​ການ​ເມືອງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັງ​ກາ​ຮີ ກ່າວວ່າ:

"ວິທີການທີ່ພວກຊົນຊັ້ນສູງທາງດ້ານການເມືອງຂອງສະວີເດັນ ໄດ້ທໍາການໂຈມຕີຮັງກາຣີ ໃນສິບປີທີ່ຜ່ານມາ ກ່ຽວກັບຫຼາຍໆມາດຕະການ, ໂດຍການສ້າງພື້ນ ຖານໃຫ້ພວກເຮົາ ຮ້ອງຂໍຄໍາປຶກສາທາງດ້ານການເມືອງຕື່ມອີກຈາກສະວີເດັນ, ນັບແຕ່ນີ້ ແມ່ນພວກເຮົາຈະມຸ່ງໝັ້ນ ເພື່ອເຂົ້າຮ່ວມເປັນພັນທະມິດຮ່ວມທາງທະ ຫານ."

ທ່ານໂຊລຕານ ໂປກັດຊາ (Zoltan Pogatsa) ນັກວິເຄາະກ່າວ​ວ່າ ຮັງ​ກາຣີ ກໍາລັງພະຍາຍາມ​ທີ່​ຈະ​ຂະຫຍາຍຄວາມເຄັ່ງຕຶງ​ທາງ​ການ​ທູດ, ເຊິ່ງທ່ານກ່າວວ່າ:

"ຂ້າພະເຈົ້າຄິດວ່າ ທ່ານວິກເຕີ ອໍບານ ຕ້ອງການເຕືອນບັນດາປະເທດຕາເວັນ ຕົກໃນທຸກໆຄັ້ງວ່າ 'ຢ່າວິຈານພວກເຮົາ ເພາະວ່າພວກເຮົາມີສຽງ, ພວກເຮົາບໍ່ໄດ້ນັ່ງຢູ່ໃນບ່ອນປະຊຸມໂດຍບໍ່ມີສຽງ, ພວກເຮົາມີສຽງຂອງພວກເຮົາເຊັ່ນກັນ. ສະນັ້ນ, ຈົ່ງລະມັດລະວັງໃນເວລາທີ່ພວກທ່ານພະຍາຍາມວິຈານພວກເຮົາກ່ຽວກັບການສໍ້ລາດບັງຫຼວງ, ບັນຫາກົດລະບຽບຕ່າງໆ ຫຼື ຄຸນນະພາບຂອງປະຊາ ທິປະໄຕພວກເຮົາ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ວີ​ເດັນ​, ໃນ​ອາ​ທິດ​ຜ່ານ​ມາ​ໄດ້​ປະ​ຕິ​ເສດ​ການ​ເຊື້ອ​ເຊີນ​ຈາກ ທ່ານ ອໍບານ ເພື່ອ​ເລີ້ມ​ຕົ້ນ​ການເຈລະຈາກ່ຽວ​ກັບ​ຄໍາ​ຮ້ອງ​ສະ​ຫມັກ​ເຂົ້າອົງການ NATO ​ຂອງ​ຕົນ ໃນນະຄອນຫຼວງບູດາແປັສທ໌​. ຜູ້ນຳ​ສອງ​ປະ​ເທດ ​ມີ​ກຳນົດພົບ​ປະ​ກັນ​ ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະພາບ​ຢູ​ໂຣບ ຢູ່​ນະຄອນຫຼວງ ບຣັສເຊີລສ໌​ ໃນ​ວັນ​ພະຫັດ.

ໃນ​ຂະ​ນະ​ດຽວ​ກັນ, ຣັດ​ເຊຍ​ ກ່າວ​ວ່າ ​ຕົນຈະ​ໃຊ້​ມາດ​ຕະ​ການ ‘​ຕອບໂຕ້​’ ຖ້າ​ຫາກສ​ະວີ​ເດັນ​ ເຂົ້າ​ຮ່ວມ​ພັນ​ທະ​ມິດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG