ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ຊ່ວຍເຫລືອລາວ 300 ກວ່າລ້ານໂດລາ ແລ້ວ ເພື່ອເກັບກູ້​ລະ​ເບີດບໍ່ທັນແຕກ ​ແຕ່ຄວາມຕ້ອງການຊ່ວຍເຫລືອດ້ານນີ້ ຍັງຫລາຍ ຢູ່


ການບັນລະຍາຍກ່ຽວກັບ ໃນລາວ ເນື່ອງໃນວັນຍົກສູງຄວາມເຂົ້າໃຈກ່ຽວກັບອັນຕະລາຍຂອງລະເບີດຝັງດິນຂອງໂລກ, ວັນທີ 4 ເມສາ, 2022 ທີ່ອົງການສະຫະປະຊາຊາດ

ວັນ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ລະ​ເບີດ​ຝັງ​ດິນສາ​ກົນ ຫາກໍ່​ຜ່ານພົ້ນ​ໄປ​ໃນ​ເດືອນ​ແລ້ວນີ້ ເພື່ອ​ນຳ​ສະ​ເໜີ​ເລື້ອງນີ້ ທາງວີ​ໂອ​ເອ ​ຈຶ່ງ​ໄດ້​ສຳ​ພາດ ​ກັບ​ຍານາງສຸລະພິນ ຫຼື ແຊຣາ ກຸຫຼາບດາຣາ, ຫົວໜ້າ​ຜູ້ບໍລິຫານອົງການ “Legacies of War” ຊຶ່ງຍາ​ນາງຈະມາໂອ້ລົມ ໃຫ້ບັນດາທ່ານຟັງ ກ່ຽວກັບຄວາມຄືບ​ໜ້າໃນ​ວຽກ​ງານ​ເກັບກູ້​ລະ​ເບີດ​ຢູ່​ໃນ​ລາວ ແລະ​ການ​ລະ​ດົມ​ທຶນ​ຈາກ​ສະ​ຫະ​ລັດ​ໄປ​ຊ່ວຍ​ເຫລືອ​ລາວ ​ໃນ​ພາ​ລະ​ກິດ​ອັນ​ສຳ​ຄັນ​ນີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນການຕາມລ່າກຳລັງທະຫານຫວຽດນາມເໜືອຢູ່ຕາມເສັ້ນທາງໂຮ່ຈິມິນ ແລະ ກຳລັງທະຫານຄອມມູນິສປະເທດລາວ. ໃນ​ການ​ເຮັດ​ສົງ​ຄາມນັ້ນ ອາ​ວຸດ​ທີ່​ສະ ຫະລັດໃຊ້​ສ່ວນ​ໃຫຍ່​ ແມ່ນ​ລະ​ເບີດ​ ຊຶ່ງນັບແຕ່ 1964 ຫາ 1973 ມີ​ລະ​ເບີດ​ລູກ​ຫວ່ານ 270 ລ້ານລູກ ຕົກ​ໃສ່ລາວຈຶ່ງກາຍເປັນ ປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ ເມື່ອສະເລ່ຍໃສ່​ຫົວ​ຄົນ. ປະ​ມານ 30 ເປີ​ເຊັນຂອງລູກ​ລະ​ເບີດເຫລົ່າ​ນັ້ນ ບໍ່ໄດ້ແຕກໃນ​ທັນທີ ຈຶ່ງ​ເຮັດ​ໃຫ້ມັນ​ຕົກ​ຄ້າງ ມາ​ຮອດ​ທຸກວັນ​ນີ້. ຫລັງ​ຈາ​ກ​ສົງ​ຄາມ​ສິ້ນ​ສຸດ​ລົງ​ໄດ້ສິບກວ່າ​ປີ ສະ​ຫະ​ລັດ​ກໍ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫລືອໃນດ້ານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ຫລື UXO ຢູ່​ໃນ​ລາວ. ແຕ່​ຢ່າງ​ໃດ​ກໍ​ຕາມ​ມາ​ຮອດປັດ​ຈຸ​ບັນ​ນີ້ ຍັງ​ມີ UXO ປະ​ມານ 80 ລ້ານ​ລູກ ​ທີ່ຍັງ​ກະ​ຈັດ​ກະ​ຈາຍ​ຢູ່​ທົ່ວ​ທຸກ​ແຂວງ​ຂອງ​ລາວ ອີງ​ຕາມຍາ​ນາງ​ແຊ​ຣາ ກຸ​ຫລາບ​ດາ​ຣາ ຫົວໜ້າ ຜູ້ບໍລິຫານ ຫລື CEO ຂອງອົງການ “Legacies of War” ຫລື ສິ່ງ​ຕົກ​ຄ້າງຫຼັງສົງຄາມ ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນດີ​ຊີ ຊຶ່ງ​ຍາ​ນາງ​ກ່າວ​ວ່າ:

ລາວເຊື່ອວ່າ ຍັງມີ ລະເບີດບໍ່ທັນແຕກ ຕົກຄ້າງ ຢູ່ໃນດິນລາວ ຫຼາຍກວ່າ 70 ລ້ານໜ່ວຍ
ລາວເຊື່ອວ່າ ຍັງມີ ລະເບີດບໍ່ທັນແຕກ ຕົກຄ້າງ ຢູ່ໃນດິນລາວ ຫຼາຍກວ່າ 70 ລ້ານໜ່ວຍ

ເຂດ​ທີ່​ຖືກ​ລະ​ເບີດຖິ້ມ​ໃສ່ຫລາຍ​ທີ່​ສຸດ ​ກໍ​ຄື​ພາກ​ໃຕ້ ​ທີ່​ຢູ່​ລຽບ​ຕາມ​ຊາຍ​ແດນ​ຂອງ​ລາວ​ກັບ​ຫວຽດ​ນາມເຊັ່ນ​ແຂວງເຊກອງ, ສາ​ລະ​ວັນ ແລະ​ອັດ​ຕະ​ປື. ​ລັດ​ຖະ​ບານ​ລາວ ​ໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ ປີ​ນຶ່ງ​ໃຫ້​ເກັບ​ກູ້ UXO ໃຫ້​ໄດ້ 10,000 ຕາ​ລາງ​ແມັດ ຫລື​ແມັດ​ກາ​ເຣ. ແຕ່​ແນວ​ໃດ​ກໍ​ຕາມຍິ່ງຫລາຍ​ປີ​ຜ່ານ​ໄປເທົ່າ​ໃດເຂດ​ທີ່​ຖືກ ລະ​ເບີດ​ຫລາຍ​ທີ່​ສຸດ​ທີ່​ວ່ານັ້ນ ​ນັບ​ແຕ່​ສະ​ຫວັນ​ນະ​ເຂດ​ໄປ​ຮອດ​ອັດ​ຕະ​ປື ​ໃນໄລ​ຍະ 3 ປີ​ຜ່ານ​ມານີ້ ກໍ​ເປັນ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ​ຢ່າງ​ໜັກ​ເຊັ່ນ​ກັນ ສະ​ນັ້ນ​ມັນ​ກໍ​ຍິ່ງ​ເຮັດ​ໃຫ້ການ​ເກັບ​ກູ້ UXO ຍາກ​ທີ່​ຈະ​ເອົາ​ອອກ​ໝົດ​ໄດ້ ເພາະ​ລູກ​ລະ​ເບີດ​ທີ່ບໍ່​ແຕກ​ນັ້ນ ​ຈຳ​ນວນ​ນຶ່ງໄດ້​ໄຫລ​ໄປ​ສູ່​ບ່ອນ​ອື່ນ ຊຶ່ງ​ເຮັດ​ໃຫ້​ເຂດ​ທີ່​ເຄີຍ​ຖືກ​ເກັບ​ກູ້​ UXO ໃຫ້​ໝົດ​ໄປແລ້ວກໍ​ຍັງ​ຕ້ອງ​ໄດ້​ທຳ​ການກວດ ແລະ​ເກັບ​ກູ້​ຄືນອີກ, ອີງ​ຕາມ​ຍາ​ນາງ​ແຊ​ຣາ.

ສ່ວນປະ​ເທດທີ່​ໃຫ້​ການ​ຊ່ວຍ​ເຫລືອ​ເກັບ​ກູ້​ລະ​ເບີດ​ແກ່​ລາວ​ຫລາຍ​ທີ່​ສຸດກໍ​ແມ່ນ​ສະ​ຫະ​ລັດ ຊຶ່ງມາ​ຮອດ​ປີ 2021 ນີ້ ຍາ​ນາງ​ແຊ​ຣາ ບອກວ່າ ສະ​ຫະ​ລັດ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອແກ່​ລາວ​ໃນ​ດ້ານນີ້ ທັງ​ໝົດ​ແມ່ນ​ 310 ລ້ານ​ໂດ​ລາ.

ທີມງານ Legacies of War ພົບກັບເຈົ້າໜ້າທີ່ ກ.ຊ. ການຕ່າງປະເທດລາວ, ທັນວາ 2019 (ພາບໂດຍ Bay Koulabdara)
ທີມງານ Legacies of War ພົບກັບເຈົ້າໜ້າທີ່ ກ.ຊ. ການຕ່າງປະເທດລາວ, ທັນວາ 2019 (ພາບໂດຍ Bay Koulabdara)

ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ​ແກ່ລາວ​ໃນດ້ານນີ້ ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຫລວງ​ຫຼາຍ​ ຫລັງການ​ຢ້ຽມ​ຢາມ​ອັນ​ເປັນ​ປະ​ຫວັດ​ສາດຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຊຶ່ງ​ໃນ​ປີ 2016 ນັ້ນ ແມ່ນທ່ານ​ບາ​ຣັກ ໂອ​ບາ​ມາ ເຮັດ​ໃຫ້​ການ​ຊ່ວຍ​ເຫລືອ​ດ້ານນີ້ເພີ້ມຂຶ້ນ​ຕະ​ຫລອດ​ມາ ຊຶ່ງ​ກໍ​ຄື ປີ​ລະ 30 ລ້ານ​ໂດ​ລາ ​ສຳ​ລັບ​ 3 ປີ, 2017 ຫາ 2019. ຈາກນັ້ນ​ສອງ​ປີ​ຕໍ່​ມາ​ກໍ​ແມ່ນ ປີລະ 40 ລ້ານ​ໂດ​ລາ. ສ່ວນ​ປີນີ້ສະ​ຫະ​ລັດ​ໃຫ້​ການ​ຊ່ວຍ​ເຫລືອແກ່​ລາວ​ໃນ​ດ້ານນີ້​ຫລາຍ​ເປັນ​ພິ​ເສດ​ຊຶ່ງກໍ​ຄື 45 ລ້ານ​ໂດ​ລາ, ອີງ​ຕາມ​ທ່ານ​ຄຳ​ພັນ ອັ່ນ​ລາ​ວັນ, ​ອະ​ດີດ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ​ ລາວ ປະ​ຈຳສະ​ຫະ​ລັດ ແລະ​ກາ​ນາ​ດາ​ທີ່​ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ​ກ່ອນ​ຈະ​ກັບ​ຄືນ​ປະ​ເທດ​ໃນ​ເດືອນ​ແລ້ວນີ້.

ຍານາງແຊຣາ ກຸຫລາບດາຣາໄປບັນລະຍາຍກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຍັງ 80 ລ້ານລູກຕົກຄ້າງຢູ່ລາວ ໃນວັນຍົກສູງຄວາມເຂົ້າໃຈກ່ຽວກັບລະເບີດຝັງດິນສາກົນ, ວັນທີ 4 ເມສາ, 2022 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ
ຍານາງແຊຣາ ກຸຫລາບດາຣາໄປບັນລະຍາຍກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຍັງ 80 ລ້ານລູກຕົກຄ້າງຢູ່ລາວ ໃນວັນຍົກສູງຄວາມເຂົ້າໃຈກ່ຽວກັບລະເບີດຝັງດິນສາກົນ, ວັນທີ 4 ເມສາ, 2022 ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ

ເງິນ​ຈຳ​ນວນນີ້ແມ່ນນອນ​ຢູ່​ໃນ​ເງິນ​ທັງ​ໝົດ 80 ລ້ານໂດ​ລາ​ທີ່​ສະ​ຫະ​ລັດ​ມອບ​ໃຫ້​ແກ່​ການເກັບ​ກູ້ UXO ໃນ 3 ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກັບ​ສົງ​ຄາມໃນ​ສະ​ໄໝ​ນັ້ນ ​ຄື​ລາວ, ຫວຽດ​ນາມ ແລະ​ກຳ​ປູ​ເຈຍ ທັງ​ນີ້​ກໍ​ຍ້ອນ​ວ່າບໍ່​ຄ່ອຍມີ​ຄົນ​ຮູ້​ຫລາຍວ່າ​ສົງ​ຄາມອິນ​ດູ​ຈີນທີ່​ໃນ​ສະ​ຫະລັດເອີ້ນ​ວ່າ​ສົງ​ຄາມ​ຫວຽດ​ນາມນັ້ນທີ່​ຈິງ​ແທ້​ມັນ​ກໍ​ເກີດ​ຂຶ້ນ​ຢູ່​ລາວ​ນຳ​ອີກ​ດ້ວຍອີງ​ຕາມ​ຍາ​ນາງ​ແຊ​ຣາ. ເພື່ອ​ເພີ້ມ​ຄວາມ​ຮູ້ ແລະ​ຄວາມ​ເຂົ້າ​ໃຈ​ແກ່​ສາ​ກົນ ແລະ​ຄົນ​ອາ​ເມ​ຣິ​ກັນ, ທາງອົງ​ການ “Legacies of War” ພ້ອມອົງ​ການ​ສາ​ກົນ​ທີ່​ປຸກ​ລະ​ດົມ​ໃຫ້​ຄົນ​ຮູ້​ອັນ​ຕະ​ລາຍ​ລະ​ເບີດບໍ່​ທັນ​ແຕກ ແລະ​ລະ​ເບີດ​ຝັງ​ດິນ ແລະລັດ​ຖະ​ບານ​ລາວ ຊຶ່ງ​ຕາງ​ໜ້າ​ໂດຍ​ທ່ານອາ​ນຸ​ພາບ ວົງ​ໜໍ່​ແກ້​ວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກໍ​ໄດ້​ຈັດ​ການບັນ​ລະ​ຍາຍ​ກ່ຽວ​ກັບ​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ໃນ​ລາວ ແລະ​ກໍ​ຈັດ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານນີ້ ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 4 ແລະ 5 ເມ​ສາ​ຜ່ານ​ມາ.

ແຕ່​ແນວ​ໃດ​ກໍ​ຕາມ, ເງິນ​ຊ່ວຍ​ເຫລືອນີ້​ແມ່ນໜ້ອຍ​ຫລາຍ​ເມື່ອ​ທຽບ​ໃສ່​ເນື້ອ​ທີ່​ດິນ​ຂອງ​ລາວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລະ​ເບີດບໍ່​ທັນ​ແຕກນີ້ ດັ່ງ​ນັ້ນ​, ໃນ​ນາມ​ທີ່​ເປັນ​ຫົວ​ໜ້າ​ອົງ​ການ “Legacies of War” ທີ່ເປັນ​ອົງ​ການສະ​ແຫວງ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ຫະ​ລັດ​ໃນ​ການເກັບ​ກູ້ UXO ຍາ​ນາງບອກວ່າຈະສືບ​ຕໍ່​ປະ​ສານ​ງານ​ກັບອົງ​ການ​ທີ່​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫລືອ​ ຈາກລັດ​ຖະ​ບານ​ສະ​ຫະ​ລັດໃຫ້​ໄດ້ 50 ລ້ານ​ໂດ​ລາ​ໃນ​ປີ 2023 ນີ້. ທັງ​ນີ້​ທ່ານ​ຍານາງບອກ​ວ່າ:

ສະ​ຫລຸ​ບ​ແລ້ວ ​ການ​ເກັບ​ກູ້​ລະ​ເບີດ​ໃນ​ລາວ ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຫລາຍ​ຂຶ້ນ ຈາກ​ລັດ​ຖະ​ບານ​ສະ​ຫະ​ລັດ ແຕ່​ວ່າ​ມັນ​ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ໃນ ການ​ພັດ​ທະ​ນາ​ຂອງ​ລາວ ທີ່​ຕ້ອງ​ໄດ້​ເກັບ​ກູ້ UXO ອອກ​ຈາກ​ດິນ​ໄປ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ນັ້ນ.

XS
SM
MD
LG