ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເພງ Take Me Home ຂັບ​ຮ້ອງ​ໂດຍ John Denver


ດອກ​ໄມ້​ງາມ​ກັບ​ແມງ​ກະ​ເບື້ອ
ດອກ​ໄມ້​ງາມ​ກັບ​ແມງ​ກະ​ເບື້ອ

ທາງລາຍການສຽງເພງຈາກແດນຂອງ VOA ທ້າຍ​ເດືອນ​ລະ​ກົດ​ນີ້ ວັນນະ​ສອນ​
ຈະ​ພາທ່ານຜູ້ຟັງ ຂອງ VOA ໄປ​ຮັບ​ເພງ​ສຸດ​ຫວານ​ແບບ​ເກົ່າໆ ທີ່​ທຸກ​ທ​ຄົນ​ຄິດ​ຮອດ ​
ເອົາ​ຢ່າ​ລໍ​ຊ້າ ຮີບ​ເຂົ້າ​ໄປ​ຟັງ​ພ້ອມໆ​ກັນ ເລີຍ.

ສະບາຍດີແຟນເພງທັງຫຼາຍ ແລະ​ເພງ​ທີ່​ຫາ ກໍ​ຈົ​ບ​ລົງ​ໄປ​ນັ້ນ ແມ່ນ​ເພງ Take Me
Home – Country Road
ທີ່​ຂັບ​ຮ້ອງ​ໂດຍ John Denver ແນວເພງ​ເກົ່າ​ໆ​ຂອງ​
ຊຸມ​ປີ 1960 ປີ​ພຸ້ນ ເພງ​ນີ້ ຄົງ​ພາ​ໃຫ້ ທ່ານ​ຜູ້​ຟັງ ຈິນ​ຕະ​ນາ​ການມອງ​ເຫັນ​ທີວ​ທັດ
​ສອງ​ຂ້າງ​ທາງ ໃນ​ຊົນ​ນະ​ບົດ​ຂອງລັດ West Virginia ຊຶ່ງ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ
​ຂອງ​ລັດ Virginia ແລະ​ວໍ​ຊີງ​ຕັນ​ດີ​ຊີ ໂດຍ​ສະ​ເພາະ​ແມ່ນ​ຊ່ວງ​ລະ​ດູ​ໃບ​ໄມ້​ຫລົ່ນ
ທີ່ສາ​ມາດມອງ​ເຫັນໃບ​ໄມ້​ເຫຼືອງປົນ​ແສດ​ ສວຍ​ງາມຕະ​ການ​ຕາ…ງົດ​ງາມ​ທີ່​ສຸດ
ພ້ອມ​ທັງ​ໄຮ່​ໝາກ​ແຣ​ແ​ຊັງ ທີ່​ປູກ​ໄວ້ເພື່ອ​ເຮັດ​ເຫຼົ້າ​ໄວ​ນ໌…ຊຶ່ງ​ກໍ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ລັດ​ນີ້
​ເຊັ່ນ​ກັນ…ຢາ​ກໃຫ້​ຜູ້​ຟັງ​ມາ​ເຫັນ​ດ້ວຍ​ຕາ​ຕົວ​ເອງແລະ​ມາ​ຊິມ​ເຫຼົ້າ​ໄວ​ນ໌ ຖ້າໂອ​ກາດນັ້ນ​
ມາ​ເຖິງ. ເອົາ​ໄປ​ຟັງ​ເພງ​ມ່ວນໆ ອີກ​ຕື່ມ​ເພງ​ນຶ່ງ ເປັນ​ເພງເກົ່າ​ເຊັ່ນ​ກັນ…ເພງ​ນີ້ ພາ​ໃຫ້​
ທ່ານ​ຢ້ອນ​ກັບ​ໄປ ​ສະ​ໄໝ​ທ່ານເປັນ​ໜຸ່ມ​ເປັນ​ສາວ​ແນ່ນອນ…ໃນ​ບົດ​ເພງ Have You
Ever Seen The Rain
ທີ່ຂັບ​ຮ້ອງ​ໂດຍ Creedence Clearwater Rivival.

ຂໍ​ອຳ​ລາທ່ານ​ຜູ້​ຟັງ​ດ້ວຍເພງ Why Do I Love You So ທີ່ຂັບ​ຮ້ອງ​ໂດຍ Johnny
Tillotson
ຊຶ່ງ​ແນ່ນອນ ວ່າ ພໍ​ໄດ້​ຟັງ​ແລ້ວ ກໍ​ຄົງ​ນຳ​ຮອຍ​ຍິ້ມ​ມາ​ໃຫ້​ທ່ານ​ຜູ້​ຟັງ​ຢ່າງ​ແນ່
ນອນ ເພາະ ເ​ນີ້ນ​ນານ​ແລ້ວ​ທີ່​ບໍ່​ໄດ້​ຟັງ​ເພງ​ນີ້. ສັບ​ປະ​ດາ​ໜ້າ ວັນ​ນະ​ສອນ ຈະ​ຫາ​ແພງ
ມ່ວນໆ ທີ່​ຖືກ​ອົກ​ຖື​ກໃຈມາ​ຝາກທ່ານ​ຜູ້​ຟັງອີກ ກຸ​ລະ​ນາ​ຄອຍ​ຕິດ​ຕາມ...ຂໍໃຫ້ທຸກໆທ່ານ
ນອນຫລັບຝັນດີ.

XS
SM
MD
LG