ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຣັດເຊຍຈະລົບລ້າງ ໜີ້ເກົ່າ ແຕ່ສະໄໝໂຊຫວຽດ ໃຫ້ເກົາຫຼີເໜືອ 90%


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin
ຣັດເຊຍໄດ້ຕົກລົງ ທີ່ຈະລົບລ້າງ 90% ຂອງໜີ້ສິນຈໍານວນ 11
ພັນລ້ານໂດລາຂອງເກົາຫຼີເໜືອ ທີ່ຕິດຄ້າງມົສກູມາຕັ້ງແຕ່ປາງ
ສະໄໝສະຫະພາບໂຊຫວຽດພຸ້ນ.

ເຈົ້າໜ້າທີ່ຣັດເຊຍແລະອົງການຂ່າວທາງການຂອງເກົາຫຼີເໜືອ
ກ່າວວ່າ ທັງສອງປະເທດໄດ້ເຊັນສັນຍາກັນ ໃນການພົບປະກັນ
ໃນມື້ວັນຈັນວານນີ້ ທີ່ກຸງມົສກູ. ແຕ່ບໍ່ໄດ້ມີການເປີດເຜີຍລາຍ
ລະອຽດຂອງຂໍ້ຕົກລົງດັ່ງກ່າວນີ້ໃຫ້ຊາບ.

ຮອງລັດຖະມົນຕີການເງິນຂອງຣັດເຊຍ ທ່ານ Sergei Storchak
ໄດ້ກ່າວໃຫ້ຮູ້ ກ່ອນໜ້ານີ້ແລ້ວວ່າ ກຸງມົສກູຈະລົບລ້າງ 90% ຂອງ
ໜີ້ສິນທັງໝົດໃຫ້ເກົາຫລີເໜືອ ແລະສ່ວນທີ່ຍັງເຫຼືອຢູ່ນັ້ນ ແມ່ນຈະ
ນໍາໄປໃຊ້ໃນໂຄງການຮ່ວມມືກັນທາງດ້ານພະລັງງານ, ສາທາລະ
ນະສຸກແລະການສຶກສາ ໃນເກົາຫຼີເໜືອ.
XS
SM
MD
LG