ກຳໜົດອອກອາກາດ
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອລາວ: ທີ່ປຶກສາຂັ້ນສູງຂອງສະຫະລັດ ກຽມໂອ້ລົມກັບ ທ່ານ ເຊເລັນສກີ ຢູ່ດ້ານນອກກອງປະຊຸມ ໃນນະຄອນ ມິວນິກ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ທີ່ປຶກສາຂັ້ນສູງຂອງສະຫະລັດ ກຽມໂອ້ລົມກັບ ທ່ານ ເຊເລັນສກີ, ນາຍພົນຂອງອິນໂດເນເຊຍ ຈະຂຶ້ນເປັນຫົວໜ້າບໍລິສັດຈັດຫາອາຫານຂອງລັດຖະບານ, ແລະ ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນຈາກການວາງລະເບີດສະຫຼະຊີບໃນ ອັຟການິສຖານ.