ຕິດຕາມພວກເຮົາ ທີ່
ໃນສອງສາມມື້ມໍ່ໆມານີ້, ຣັດເຊຍໄດ້ດຳເນີນການໂຈມຕີທາງອາກາດ ແລະດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຄັ້ງໃຫຍ່ ໃສ່ພື້ນຖານໂຄງລ່າງດ້ານພະລັງງານ ແລະດ້ານສາທາລະນຸປະໂພກຂອງຢູເຄຣນ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ ແລະສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ
ຢູເຄຣນ ປະກາດເຕືອນວ່າ ຈະມີການບຸກໂຈມຕີທາງອາກາດໃນທົ່ວປະເທດໃນຕອນເຊົ້າມື້ນີ້ ວັນທີ 26 ມັງກອນ
ປະທານສະພາຢູໂຣບ ທ່ານນາງ ໂຣເບີດຕາ ແມັຕໂຊລາ ໄດ້ເປີດພິທີມອບລາງວັນ ຢູ່ນະຄອນສຕຣາສບວກ ປະເທດຝຣັ່ງ ໃນວັນພຸດວານນີ້ ໂດຍກ່າວອ້າງເຖິງຄຳເວົ້າຂອງທ່ານຊາກາຣອຟ ຊຶ່ງທ່ານໄດ້ກ່າວວ່າ “ປະເທດນຶ່ງ ທີ່ບໍ່ເຄົາລົບນັບຖືສິດຂອງພົນລະເມືອງຕົນເອງ ຈະບໍ່ເຄົາລົບນັບຖືສິດຂອງປະເທດເພື່ອນບ້ານຂອງຕົນ”