ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

'ປະຊາຊົນທີ່ກ້າຫານ' ຂອງຢູເຄຣນ ໄດ້ຮັບ ລາງວັນ ຊາກາຣອຟ ປະຈຳປີ 2022


ສະພາຢູໂຣບ ໄດ້ມອບລາງວັນ ຊາກາຣອຟ ່(Sakharov Prize) ປີ 2022 ໃຫ້ແກ່ປະຊາຊົນຂອງຢູເຄຣນ, ໃນນະຄອນສຕຣາສບວກ ຂອງປະເທດຝຣັ່ງ, ວັນທີ 14 ທັນວາ 2022.
ສະພາຢູໂຣບ ໄດ້ມອບລາງວັນ ຊາກາຣອຟ ່(Sakharov Prize) ປີ 2022 ໃຫ້ແກ່ປະຊາຊົນຂອງຢູເຄຣນ, ໃນນະຄອນສຕຣາສບວກ ຂອງປະເທດຝຣັ່ງ, ວັນທີ 14 ທັນວາ 2022.

ບັນດາຜູ້ແທນຂອງຢູເຄຣນ ໄດ້ຮັບລາງວັນຊາກາຣອຟ (Sakharov) ປີ 2022 ເພື່ອເສລີພາບ ໃນຄວາມຄິດ ຂອງສະພາຢູໂຣບ ໃນນາມຂອງ “ປະຊາຊົນທີ່ກ້າຫານຂອງຢູເຄຣນ” ທ່າມກາງການສູ້ລົບຂອງພວກເຂົາເຈົ້າເພື່ອຕ້ານຢັນການຮຸກຮານຂອງກອງກຳລັງຣັດເຊຍ.

ລາງວັນປະຈຳປີດັ່ງກ່າວ ທີ່ຖືກຕັ້ງຊື່ຕາມນັກຊ່ຽວຊານດ້ານຟີຊິກຊາວໂຊຫວຽດ ແລະຜູ້ທີ່​ຄັດ​ຄ້ານລັດຖະບານ ທ່ານອານເດຣ ຊາກາຣອຟ ຊຶ່ງໄດ້ຈັດຕັ້ງຂຶ້ນໃນປີ 1988 ໂດຍສະພາຢູໂຣບ ເພື່ອເປັນກຽດແກ່ບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ໃນການປ້ອງກັນສິດທິມະນຸດ ແລະສິດເສລີພາບຂັ້ນພື້ນຖານ.

ປະທານສະພາຢູໂຣບ ທ່ານນາງ ໂຣເບີດຕາ ແມັຕໂຊລາ ໄດ້ເປີດພິທີມອບລາງວັນ ຢູ່ນະຄອນສຕຣາສບວກ ປະເທດຝຣັ່ງ ໃນວັນພຸດວານນີ້ ໂດຍກ່າວອ້າງເຖິງຄຳເວົ້າຂອງທ່ານຊາກາຣອຟ ຊຶ່ງທ່ານໄດ້ກ່າວວ່າ “ປະເທດນຶ່ງ ທີ່ບໍ່ເຄົາລົບນັບຖືສິດຂອງພົນລະເມືອງຕົນເອງ ຈະບໍ່ເຄົາລົບນັບຖືສິດຂອງປະເທດເພື່ອນບ້ານຂອງຕົນ.”

ທ່ານນາງກ່າວອີກວ່າ “ປີນີ້ ພວກເຮົາມາຮວມກັນເພື່ອເປັນກຽດແກ່ບັນດາຜູ້ທີ່ໄດ້ຮັບລາງວັນ ຊາກາຣອຟ ປະຈຳປີ 2022 ຂອງພວກເຮົາ ຊຶ່ງເປັນປະຊາຊົນຢູເຄຣນ ຜູ້ກ້າຫານທີ່ເປັນຕົວແທນໂດຍ ປະທານາທິບໍດີຂອງພວກເຂົາເຈົ້າ ບັນ ດາຜູ້ນຳທີ່ໄດ້ຖືກເລືອກຕັ້ງມາ ແລະກຸ່ມສັງຄົມພົນລະເຮືອນ ຜູ້ທີ່ໄດ້ຕໍ່ສູ້ຢ່າງໜັກ ແລະໄດ້ເສຍສະລະຢ່າງຫຼວງຫຼາຍເພື່ອເສລີພາບ ແລະຄຸນນະທຳຂອງພວກເຂົາເຈົ້າ.”

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຄຳປາໄສຕໍ່ພິທີດັ່ງ ກ່າວ ໂດຍຜ່ານການເຊື່ອມຕໍ່ທາງວີດີໂອ ໂດຍກ່າວວ່າ “ສົງຄາມກໍ່ການຮ້າຍຂອງຣັດເຊຍ ແນໃສ່ ເພື່ອຕັດສິດຢູໂຣບ ໃນເລື້ອງຂອງຢູເຄຣນ ແລະສິດເສລີພາບ” ແລະກ່າວຕື່ມວ່າ ຢູເຄຣນກຳລັງຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ ເພື່ອບໍ່ໃຫ້ມີການໂຈມຕີທັງຫຼາຍທີ່ຄ້າຍຄືກັບຕໍ່ຢູເຄຣນ ແລະຢູໂຣບໃນອະນາຄົດ.

“ຫຼັງຈາກທີ່ຢູເຄຣນ ແລະປະເທດຢູໂຣບທັງໝົດ ຊະນະ ຈະບໍ່ມີຄວາມພະຍາ ຍາມອີກຕໍ່ໄປ ໃນການໃຊ້ນະໂຍບາຍການຂ້າລ້າງເຜົ່າພັນ ຕໍ່ປະຊາຊົນ ທັງຢູ່ໃນຢູເຄຣນ ແລະທັງທົ່ວຢູໂຣບ. ພວກເຮົາຕ້ອງໃຫ້ ແລະພວກເຮົາຈະຕ້ອງໃຫ້ ໂຄງສ້າງໃນດ້ານຄວາມໝັ້ນຄົງໃໝ່ ສຳລັບໂລກທີ່ເສລີ ແລະຕົວບົດກົດໝາຍສາກົນ. ຂ້າພະເຈົ້າເຊື່ອວ່າ ອັນນີ້ ເປັນສ່ວນນຶ່ງຂອງບົດບາດໜ້າທີ່ທາງສິນທຳຂອງພວກເຮົາ” ທ່ານເຊເລັນສກີ ໄດ້ກ່າວໄປ ໂດຍສະແດງອອກເຖິງຄວາມຂອບອົກຂອບໃຈຕໍ່ບັນດາສະມາຊິກຂອງສະພາຢູໂຣບ ສຳລັບລາງວັນ ແລະການສະໜັບສະໜຸນ.

ທ່ານຍັງໄດ້ຮຽກຮ້ອງໃຫ້ຢູໂຣບ ຊ່ອຍຈັດຕັ້ງສານອາຍາສາກົນ ເພື່ອຮັບປະກັນວ່າ ຈະ​ນຳ​ເອົາພວກເຈົ້າໜ້າທີ່ຂອງຣັດເຊຍ ​ມາ​ຮັບ​ຜິດ​ຊອບ​ຕໍ່ “ອາຊະຍາກຳໃນການຮຸກຮານ” ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG