ລັດຖະບານອິນໂດເນເຊຍ ບອກກັບວີໂອເອວ່າ ຕົນກຳລັງສືບສວນເຫດການລະເບີດທີ່ຮ້າຍແຮງ ທີ່ເກີດຂຶ້ນຢູ່ໂຮງງານທາດນິກເກິລຂອງຈີນ ໃນຊ່ວງຕອນເຊົ້າວັນອາທິດວານນີ້ ເຊິ່ງໄດ້ເຮັດໃຫ້ຜູ້ອອກແຮງງານຊາວອິນໂດເນເຊຍ 8 ຄົນ ແລະຊາວຈີນ 5 ຄົນ ເສຍຊີວິດ ແລະຢ່າງນ້ອຍ 46 ຄົນໄດ້ຮັບບາດເຈັບ.