ທ່ານ Zuckerberg ປະຕິຍານ ຈະບໍລິຈາກ 45 ຕື້ໂດລາ ເພື່ອການກຸສົນ ສຳຫຼັບລູກສາວ

ຢູ່ໃນພາບຖ່າຍເມື່ອວັນທີ 25 ມີນາ 2015 ຂອງປະທານບໍລິຫານ ຂອງ Facebook ທ່ານ Mark Zuckerberg ສະແດງທ່າທີ ໃນຂະນະທີ່ ກ່າວຄຳປາໄສ ຢູ່ທີ່ ກອງປະຊຸມ Facebook F8 Developer ໃນນະຄອນ San Francisco.

ປະທານ​ບໍລິຫານ​ຂອງ Facebook ທ່ານ Mark Zuckerberg
ແລະ ພັນລະຍາຂອງທ່ານ ທ່ານນາງ Priscilla Chan ໄດ້ແນະ
ນຳລູກສາວ ໃໝ່ຂອງພວກເພິ່ນ ໃຫ້ໂລກໄດ້ຮູ້ຈັກ ໃນວັນອັງຄານ
ວານນີ້ ພ້ອມກັນກັບໂຄງການລິເລີ້ມ ເພື່ອສົ່ງເສີມຊີວິດການ​ເປັນ
​ຢູ່ຂອງຜູ້ຄົນຢູ່ໃນລຸ້ນດຽວກັນກັບລູກສາວ ຂອງພວກ​ເພິ່ນ ແລະ
ພວກຄົນລຸ້ນຫຼັງ ໂດຍມີມູນຄ່າ 45 ຕື້ໂດລາ.

ໂຄງການລິເລີ້ມດັ່ງກ່າວ ໄດ້ຖືກນຳສະເໜີ ​ໃນ​ຮູບຈົດໝາຍເຖິງ
ນາງ Max ຜູ້ທີ່ໄດ້ເກີດເມື່ອອາທິດແລ້ວນີ້ ແລະ ທ່ານ
Zuckerberg ພ້ອມກັບ ທ່ານນາງ Chan ໄດ້ກ່າວວ່າ ພວກເພິ່ນ
ຈະເອົາຮຸ້ນຂອງພວກຕົນຈຳນວນ 99ເປີເຊັນ ແຈກຍາຍໄປ ໃນ
ລະຫວ່າງຊົ່ວອາຍຸຂອງພວກເພິ່ນ. ຈຸດເພັ່ງເລັງ ໃນເບື້ອງຕົ້ນຈະເປັນເລື້ອງກ່ຽວກັບ “ການ
ຮ່ຳຮຽນແບບຂອງ​ສ່ວນບຸກຄົນ ການປິ່ນປົວພະຍາດ​ໂຣຄາ ການປະສານເຊື່ອມຕໍ່ ລະ
ຫວ່າງປະຊາຊົນ ແລະ ການສ້າງຊຸມຊົນຕ່າງໆ ໃຫ້ເຂັ້ມແຂງ.”

ກາສັນຍາລັກຂອງ Facebook ຢູ່ໜ້າຈໍ ແມ່ນເຫັນຜ່ານແວ່ນຕາ ທີ່ຈັບໄວ້ໂດຍແມ່ຍິງຄົນໜຶ່ງ.

ພວກເພິ່ນເວົ້າວ່າ “ພວກເຮົາເຊື່ອວ່າ ທຸກຊີວິດມີຄຸນຄ່າ ແລະ ລວມທັງອີກຫຼາຍໆຄົນ ຜູ້
ທີ່ຈະດຳລົງຊີວິດໃນຍຸກສະໄໝຂອງອະນາຄົດ ຫຼາຍກວ່າການດຳລົງຊີວິດໃນປັດຈຸບັນ.
ສັງຄົມຂອງພວກເຮົາ ມີພັນທະທີ່ຈະຕ້ອງລົງທຶນດຽວນີ້ ເພືຶ່ອປັບປຸງຊີວິດ ຂອງພວກຄົນ
ທັງຫຼາຍ ທີ່ຈະເກີດມາໃນໂລກນີ້ ບໍ່ແມ່ນແຕ່ພຽງຜູ້ຄົນທີ່ຢູ່ແຫ່ງນີ້ຢູ່ແລ້ວ.”

ຄູ່ສາມີ ​ພັນ​ລະ​ຍາ​ນີ້ຈະໃຊ້ເວລາ​ໃນແຈກຍາຍທຶນຮອນດັ່ງກ່າວ. Facebook ໄດ້ກ່າວ ໃນໜັງ ສືທີ່ຍື່ນ ຕໍ່ຄະນະກຳມາທິການຫຼັກຊັບ ແລະ ຊື້ຂາຍ​ຮຸ້ນສະຫະລັດ ວ່າ ທ່ານ Zuckerberg ວາງແຜນທີ່ຈະຂາຍ ຫຼື ແຈກຢາຍຮຸ້ນ ປະມານ 1 ຕື້ໂດລາ ໃນແຕ່ລະປີ ສຳລັບ​ໄລຍະ 3 ປີຂ້າງໜ້າ.

ທັງສອງໄດ້ກ່າວໃນຈົດໝາຍວ່າ “ຄວາມ​ຫວັງ​ຂອງພວກເຮົາ​ໃນຄົນລຸ້ນຂອງເຈົ້າເພັ່ງເລັງ
ໃສ່ສອງແນວຄິດດັ່ງນີ້ ຄືເສີມຂະຫຍາຍທ່າແຮງ​ເພື່ອ ສ້າງ​ຄວາມ​ກ້າວໜ້າຂອງມະນຸດ
ແລະ ສົ່ງເສີມຄວາມສະເໝີພາບ.”

Your browser doesn’t support HTML5

Facebook Zuckerberg