ຫຼາຍຮ້ອຍຄົນ ເສຍຊີວິດ ຍ້ອນໄພນ້ຳຖ້ວມ ຢູ່ ຊິມບັບເວ

ລັດຖະມົນຕີກະຊວງພັດທະນາຊາວໜຸ່ມ ທ່ານ Saviour Kasukuwere ກ່າວຕໍ່ກອງປະຊຸມສຸດຍອດ ການລົງທຶນ ຢູ່ອາຟຣິກາ ທີ່ເມືອງ Sandton. (16 ເມສາ 2012)

ໄພ​ນ້ຳ​ຖ້ວມ​ໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊິ​ມບັບ​ເວ ​ເຮັດ​ໃຫ້
​ມີ​ຜູ້​ເສຍ​ຊີວິດ 246 ຄົນ​ແລະ​ອີກ 2,000 ຄົນ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ເລີ້ມ​ແຕ່​ເດືອນ​ທັນ
ວາ​ເປັນຕົ້ນມາ.

ລັດຖະບານ​ຊິ​ມບັບ​ເວ ທີ່​ພວມ​ຂາດ​ແຄນ​ເງິນ​ຢູ່​ນັ້ນ​ໄດ້​ຮ້ອງ​ຂໍ​ການ​ຊ່ອຍ​ເຫຼືອ​ຈາກປະ
ຊາ​ຄົມນາໆ​ຊາດ ​ເພື່ອ​ຮັບ​ມື​ກັບ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ​ນີ້.

​ເຈົ້າໜ້າ​ທີ່ກ່າວວ່າ ຖະໜົນ​ຫົນທາງ​ແລະ​ຂົວ​ຕ່າ​ງໆ ​ໄດ້​ຖືກ​ຊຸ​ໄປໂດຍໄພ​ນ້ຳ​ຖ້ວມຊຶ່ງ
​ໄດ້​ຕັດຂາດ​ປະຊາ​ຄົມ​ຈຳນວນ​ນຶ່ງ ອອກ​ຈາກ​ບໍລິ​ເວນ ​ທີ່ຢູ່​ອ້ອມ​ແອ້ມ.

​ຊິມບັບ​ເວ ຫາ​ກໍ​ຟື້ນ​ໂຕ​ຄືນ ຈາກ​ໄພ​ແຫ້ງ​ແລ້ງ ​ເປັນ​ເວລາ 2 ປີ ທີ່​ໄດ້​ສ້າງຄວາມ​ເສຍ
​ຫາຍ​ຢ່າງ​ຮ້​າຍ​ແຮງ​ໃຫ້​ແກ່​ຜົນ​ເກັບ​ກ່ຽວ​ຫວ່າງ​ບໍ່​ດົນ​ຜ່ານ​ມາ ​ເວລາ​ເກີດ​ໄພ​ນ້ຳ​ຖ້ວມ.

ອົງການ​ກອງ​ທຶນ​ເດັກ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ປີ​ກາຍ​ນີ້ ຊິ​ມບັບ​ເວ ຊຶ່ງ​ຄັ້ງນຶ່ງ​
ເຄີຍ​ຮູ້​ກັນ​ວ່າ​ເປັນ​ອູ່​ເຂົ້າອູ່​ນ້ຳຂອງ​ພາກ​ໃຕ້​ອາ​ຟຣິການັ້ນພວມ​ປະ​ເຊີນ​ໜ້າກັບ​ອັດຕາ​
ການ​ຂາດ​ແຄນ​ອາຫານ​ຂອງ​ພວກ​ເດັກນ້ອຍ​ຮ້າຍ​ແຮງ​ສຸດ​ໃນ​ຮອບ 15 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ