ເຊື້ອໄວຣັສ Zika ລະບາດຢ່າງວ່ອງໄວ ໃນທະວີບອາເມຣິກາ

ນາງ Daniele Ferreira dos Santos ອູ້ມລູກຂອງລາວ ທ້າວ Juan Pedro ທີ່ເກີດມາກັບໂຣກຫົວລີບຫຼື microcephaly,

ການ​ລະບາດຂອງ​ເຊື້ອ​ໄວຣັສ​ Zika ທີ່​ແຜ່​ໂດຍ​ຍຸງ ຢູ່​ໃນທະວີ​ບ
ອາ​ເມຣິກາ ​ເກີ​ດຂື້ນ​ໃນ​ຂະນະ​ທີ່​ຫລາຍ​ສິບ​ພັນ​ຄົນ ພາກັນລໍຄອຍ
​ໄປ Brazil ​ໃນ​ທ້າ​ຍປີ​ນີ້ເພື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນ​ກິລາ Olym-
pics ຊຶ່ງ​ອາດ​ເປັນ​ໄປ​ໄດ້​ທີ່​ຈະເຮັດ​ໃຫ້ການ​ແຂ່ງຂັນ​ກິລານາໆ​
ຊາດ​ດັ່ງກ່າວກາຍ​ເປັນ​ແປ້ນ ຢັນ​ທີ່​ສົ່ງ​ເຊື້ອ​ໄວຣັສ​ໄປຍັງ​ທົ່ວ​ໂລກ
​ເວລາ​ບັນດາ​ຜູ້​ມາ​ຢ້ຽມຢາມ​ກັບ​ຄືນ​ບ້ານ.

ດອກ​ເຕີ Beth Bell ທີ່​ສູນ​ກາງ​ຄວບ​ຄຸມ ​ແລະ​ປ້ອງ​ກັນພະ​ຍາດ
ຂອງ​ສະຫະລັດ ກ່າວ​ຕໍ່ວີ​ໂອ​ເອວ່າ “ສຳລັບ​ຄົນ​ສ່ວນ​ໃຫຍ່​ແລ້ວ
​ເຊື້ອ​ໄວຣັສ Zika ບໍ່​ແມ່ນ​ບັນຫາ. ມັນ​ສາມາດ​ເຮັດໃຫ້​ເກີດ​ມີ​ອາ
ການໄຂ້ໜ້ອຍ​ໜຶ່ງ ​ແຕ່​ວ່າ ​ເຊື້ອ​ໄວຣັສນີ້ສາມາດ​ເຮັດ​ໃຫ້​ບັນດາ​ທາລົກ​ເກີດ​ມາມີ​ບັນຫາ​ຮ້າຍ ​ແຮງ​ທີ່​ຮ້ອງ​ວ່າ ມີ​ລັກສະນະ​ຫົວ​ລີບ​ຫຼື microcephaly.”

​ເຊື້ອ​ໄວ​ຣັສ Zika ອາດ​ມີ​ການ​ພົວພັນ​ກັບ 4,000 ກໍລະນີທີ່​ສົງ​ໄສວ່າ ​ເປັນ​ໂຣກ microce-
phaly ຢູ່​ໃນ Brazil ຄືສະພາບ​ການ​ທີ່​ເປັນຜົນພາໃຫ້ຫົວແລະສະໝອງນ້ອຍຜິດປົກກະຕິ
​ແກ່​ບັນດາ​ທາລົກ​ເກີ​ດ​ໃໝ່. ​ໃນເວລາ​ນີ້ຍັງ​ບໍ່​ສາມາດ​ປິນປົວ​ໂຣກ microcephaly ​ໄດ້ເທື່ອ.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຕົ້ນຕໍ​ແລ້ວ​ເຊື້ອ​ໄວ​ຣັສນີ້​ເຫັນວ່າ ມີ ການ​ສ່ຽງ​ໜ້ອຍ​ໜຶ່ງ​ຕໍ່​ມະນຸດ ​ແຕ່​ວ່າ​ໄດ້​ເພີ້​ມຂະຫຍາຍ​ຢ່າງ​ວອງ​ໄວ​ແຕ່​ນັ້ນ​ມາທີ່​ເປັນ​ໄພຂົ່ມຂູ່ໃນ​ດ້ານສາທາລະ
ນະ​ສຸກທີ່ “​ໜ້າ​ຕື່ນ​ຕົກ​ໃຈ​ຢ່າງ​ໃຫຍ່.”

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຄົນ​ທີ່​ຕິດ​ເຊື້ອ​ໄວຣັສ Zika ມີ​ອາການ​ໄຂ້ໜ້ອຍ​ໜຶ່ງ ຜີວ​ໜັງເປັນ​ປ່າມແດງ ແລະ​ຕາ​ແດງ ພ້ອມ​ທັງ​ມີອາການ​ຢູ່​ລະຫວ່າງ​ສອງ​ຫາເຈັດ​ມຶ້. ວິທີ​ປ້ອງ​ກັນເຊື້ອ​ໄວ​ຣັສ Zika ດີ​ທີ່ສຸດ ທີ່​ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ກໍ​ຄືປ້ອງ​ການ​ບໍ່​ໃຫ້​ຍຸງກັດ ​ໃນ​ຂະນະ​ທີ່​ບໍ່​ມີ​ຢາ​ວັກ​ຊີ​ນປ້ອງ​ກັນ ຫລື​ການ​ປິ່ນປົວ​ໃດໆ​ເທື່ອ.

Your browser doesn’t support HTML5

Zika