ໄວຣັສ Zika ບໍ່ແມ່ນໄພຂົ່ມຂູ່ ທີ່ຮີບດ່ວນ ດ້ານສາທາລະນະສຸກ ອີກຕໍ່ໄປແລ້ວ

ແມ່ຍິງຄົນນຶ່ງ ພວມຍ່າງຜ່ານປ້າຍ ທີ່ອະທິບາຍ ກ່ຽວກັບ ເຊື້ອໄວຣັສ Zika ທີ່ກະຊວງສາທາລະນະສຸກ ໃນນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ. (2 ກັນຍາ 2016)

ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ​ເຊື້ອ​ໄວຣັສ Zika ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ທີ່ຮີບດ່ວນທາງ​ດ້ານ ສາທາລະນະ​ສຸກ​ຂອງ​ໂລກ​ອີກ​ຕໍ່​ໄປ​ແລ້ວ ​ແຕ່​ກໍ​ໄດ້​ກ່າ​ວຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຮັບ​ມື​ໄລຍະ​ຍາວ​ກັບ​ເຊື້ອພະຍາດ​ທີ່​ມາ​ຈາກ​ຍຸງ​ດັ່ງກ່າວ.

ຄະນະ​ກຳມະການຮັບ​ມືກັບ​ເຫດການ​ສຸກ​ເສີນທາງ​ດ້ານ​ສາທາລະນະ​ສຸກ​ຂອງ​ອົງການ​ສະ ຫະ​ປະຊາ​ຊາດກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ໄວ​ຣັສ Zika ຍັງ​ສືບ​ຕໍ່​ເປັນ​ບັນຫາ​ທີ່​ມີ​ຄວາມ​ສຳ ຄັນ​ໃນ​ລະດັບ​ສູງ​ແລະ​ໃນ​ໄລຍະ​ຍາ​ວແຕ່​ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ທີ່ຮີບດ່ວນທາງດ້ານສາທາລະ ນະ​ສຸກທີ່​ສ້າງ​ຄວາມ​ກັງວົນ ​ໃຫ້​ແກ່​ນາໆ​ຊາດ​ອີກ​ຕໍ່ໄປ​ແລ້ວ.”

ບຣາຊີ​ລ ຊຶ່ງ​ໄດ້​ປະສົບ​ກັບ​ວິ​ກິດ​ການ​ດັ່ງກ່າວ​ຮ້າຍ​ແຮງ​ສຸດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຕົນ​ຈະ​ສືບ​ຕໍ່​ສະພາ​ບການ​ຮັບ​ມື​ແບບ​ສຸກ​ເສີນຕໍ່​ໄປ.

​ໃນ​ຂະນະ​ທີ່​ເຊື້ອ​ໄວຣັສ Zika ສະ​ແດງ​ອາການ​ໃຫ້ເຫັນ​ ແຕ່​ພຽງ​ເລັກ​ນ້ອຍ​ ໃນ​ຜູ້​ຄົນ​ສ່ວນ​ໃຫຍ່ ​ແຕ່​ພວກ​ແມ່ຍິງ​ຖືພາ​ທີ່​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ນີ້ແມ່ນ​ສ່ຽງ​ຕໍ່​ການ​ໃຫ້​ກຳ​ເນີດ​ແກ່​ທາ ລົກ​ທີ່​ເກີດ​ມາ​ມີ​ຫົວ​ລີບ​ຜິດ​ປົກກະຕິ​.

ມີ​ພວກ​ເດັກນ້ອຍ​ຫລາຍ​ກວ່າ 2,000 ຄົນ​ໄດ້​ເກີດ​ມາ ມີ​ຫົວ​ລີບ​ຜິດ​ປົກກະຕິ​ນັບ​ແຕ່​ປີ​ກາຍ​ນີ້​ເປັນຕົ້ນມາ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຢູ່​ໃນ​ປະ​ເທດ​ບຣາຊີ​ລ.

ຕົ້ນຕໍ​ແລ້ວ ອົງການ​ອະນາ​ໄມ​ໂລກ​ປະກາດ​ວ່າ ການ​ແຜ່​ລະບາດ​ ຂອງເຊື້ອ​ໄວຣັສ Zika ​ເປັນ​ໄພ​ຂົ່ມຂູ່​ທີ່ຮີບດ່ວນ​ທາງ​ດ້ານ​ສາທາລະນະ​ສຸກ​ຂອງ​ໂລກໃນ​ເດືອນ​ກຸມພາ​ປີ 2016 ​ແລະ​ການລະບາດ​ຂອງ​ໄວຣັສດັ່ງກ່າວພາ​ໃຫ້​ເກີດ​ຄວາມ​ຢ້ານ​ກົວໃນ​ບັນດາ​ພວກ​ທີ່​ເດີນ ທາງ​ໄປ​ຮ່ວມ​ການ​ແຂ່ງຂັນ​ກິ​ລາ​ໂ​ອລິ​ມປິກ​ລະດູ​ຮ້ອນ​ທີ່​ປະເທດ​ບຣາຊີ​ລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ