ກອງທັບເຮືອເມັກຊິໂກກ່າວວ່າ ເປັນທີ່ປະກົດວ່າ ຜູ້ນໍາຂອງກຸ່ມ
Zetas ຊຶ່ງເປັນກຸ່ມຄ້າຢາເສບຕິດທີ່ມີອິດທິພົນ ທ້າວ Heriberto
Lazcano ໄດ້ຖືກສັງຫານ ໃນການຍິງຕໍ່ສູ້ກັນ ໃນລັດຊາຍແດນ
ທາງພາກເໜືອຂອງປະເທດ.
ຖະແຫຼງຂ່າວກອງທັບເຮືອເມັກຊິໂກກ່າວວ່າ ສະມາຊິກ ທີ່ຖືກກ່າວຫາສອງຄົນ ຂອງແກ້ງ
ຄ້າຢາເສບຕິດດັ່ງກ່າວ ໄດ້ຖືກສັງຫານ ໃນການຍິງກັນກັບກໍາລັງຂອງທະຫານເຮືອ ທີ່
ລັດ Coahuila ທາງພາກເໜືອຂອງປະເທດໃນວັນອາທິດຜ່ານ ມານີ້ ແລະມີຫລັກຖານ
“ທີ່ໜັກແໜ້ນ” ສະແດງໃຫ້ເຫັນວ່າ ນຶ່ງໃນຈໍານວນນັ້ນ ແມ່ນທ້າວ Lazcano.
ເຖິງຢ່າງໃດກໍດີ ລາຍງານກ່າວວ່າ ຍັງມີຄວາມຈຳເປັນທີ່ຈະທຳການທົດສອບຊອກຫາຫລັກຖານຕື່ມໃນການສັນນະສູດສົບ ເພື່ອຢັ້ງຢືນວ່າເປັນຜູ້ກ່ຽວແທ້.
ເຊື່ອກັນວ່າ ກຸ່ມ Zetas ເປັນກຸ່ມຄ້າຢາເສບຕິດ ທີ່ໃຫຍ່ທີ່ສຸດກຸ່ມນຶ່ງຂອງເມັກຊິ ໂກ ແລະ ເປັນທີ່ຊາບກັນວ່າ ເປັນກຸ່ມທີ່ຕັດຫົວແລະຕັດຮ່າງກາຍຂອງສັດຕູ ເຂົາເຈົ້າອອກເປັນຕ່ອນໆ.
ສະຫະລັດ ໄດ້ສະເໜີໃຫ້ລາງວັນ 5 ລ້ານໂດລາ ກ່ຽວກັບຂໍ້ມູນທີ່ນໍາພາໄປສູ່ ການຈັບກຸ່ມ
ທ້າວ Lazcano.
ຫລາຍສິບພັນຄົນໄດ້ຖືກສັງຫານຢູ່ໃນເມັກຊິໂກ ນັບແຕ່ປະທານາທິບໍດີ Felipe Calderon ໄດ້ເລີ້ມທໍາການປາບປາມແກ້ງຄ້າຢາເສບຕິດ ໃນທ້າຍປີ 2006.