ທ່ານເຊເລັນສກີ ກ່າວວ່າ ຄວາມຜ່າຍແພ້ຂອງຣັດເຊຍ ສອນໃຫ້ຮູ້ວ່າ ‘ການຮຸກຮານ ບໍ່ໄດ້ ແລະບໍ່ສາມາດເຮັດໃຫ້ເກີດຜົນຫຍັງ’

  • ວີໂອເອ

ຊາວບ້ານຄົນນຶ່ງ ກຽມລົດທີ່ໄດ້ຮັບຄວາມເສຍຫາຍ ເພື່ອລາກໄປ, ໃກ້ກັບອາຄານທີ່ຢູ່ອາໄສທີ່ໄດ້ຮັບຄວາມເສຍຫາຍ ໃນລະຫວ່າງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ, ທ່າມກາງການໂຈມຕີໃສ່ຢູເຄຣນ ຂອງຣັດເຊຍ, ໃນເຂດດນິໂປຣ, ປະເທດຢູເຄຣນ, ວັນທີ 26 ກຸມພາ 2024.

ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ 11 ລຳ ​ແລະ​ລູກ​ສອນ​ໄຟ​ນຳ​ວິຖີ 2 ລູກ ທີ່ຣັດ​ເຊຍ​ໄດ້​ຍິງຂຶ້ນ ໃນການ​ໂຈມ​ຕີ​ຍາມຊ່ວງຂ້າມຄືນ ຕົກທັງໝົດ.

ກອງທັບອາກາດຢູເຄຣນກ່າວວ່າ ຣັດເຊຍໄດ້ໃຊ້ເຮືອບິນບໍ່ມີຄົນຂັບທັງໝົດ 13 ລຳ ແລະລູກສອນໄຟ 5 ລູກ ໃນການໂຈມຕີທາງອາກາດຄັ້ງຫຼ້າສຸດ ທີ່ແນເປົ້າໃສ່ເຂດ ຄາກີຟ (Kharkiv), ຊູມີ (Sumy), ດນິບໂປຣເປໂທຣບ (Dnipropetrovsk), ຄະເມລນິສກີ (Khmelnytskyi) ແລະ ຄີໂຣໂວຣາດ (Kirovohrad).

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຫຼື​ບາດ​ເຈັບ ໃນທັນທີເທື່ອ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ຄຳ​ປາ​ໄສຕອນ​ກາງຄືນ​ຂອງ​ທ່ານ​ ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ພົບ​ປະ​ຂອງ​ຜູ້ນຳ​ຢູ​ໂຣບ ລວມມີ​ການ​ສົນທະນາ​ກ່ຽວ​ກັບ ​ຄັງ​ອາວຸດ​ທາງ​ທະຫານ​ຂອງ​ຢູ​ເຄຣນ, ຄວາມ​ສາມາດ​ໃນ​ການ​ຜະລິດ​ອາວຸດ, ການ​ສະໜອງ​ອາວຸດ​ຈາກ​ພັນທະ​ມິດ​ໃຫ້​ຢູ​ເຄຣນ ​ແລະ​ການສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ ​ຕໍ່​ການ​ສູ້​ລົບ​ຂອງ​ຢູ​ເຄຣນ ເພື່ອຕໍ່ຕ້ານ​ການ​ຮຸກ​ຮານ​ຂອງຣັດ​ເຊຍ.

ທ່ານ ເຊເລັນສກີ ກ່າວ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ເຮັດ​ຮ່ວມ​ກັນ ​ເພື່ອຕ້ານ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ຈະເພີ່ມ​ຄວາມໝັ້ນຄົງທີ່ແທ້ຈິງ ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ ໄປອີກ​ຫຼາຍ​ທົດ​ສະ​ວັດທີ່ຈະມາເຖິງ.” ທ່ານກ່າວຕໍ່ໄປວ່າ "ເພາະການສູນເສຍແຕ່ລະຄັ້ງຂອງຣັດເຊຍ ແລະ ຄວາມຜ່າຍແພ້ແຕ່ລະຄັ້ງຂອງຣັດເຊຍ ສອນໃຫ້ຣັດເຊຍແລະສັດຕູອື່ນໆຂອງຢູໂຣບ ແລະໂລກທີ່ເສລີໂດຍລວມ ເຫັນວ່າ ການຮຸກຮານບໍ່ໄດ້ ແລະບໍ່ສາມາດເຮັດໃຫ້ເກີດຜົນຫຍັງ."

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ (Emmanuel Macron) ​ໄດ້​ຈັດ​ກອງ​ປະຊຸມຮ່ວມ​ກັບຜູ້ນຳຢູໂຣບ 20 ທ່ານ ທີ່​ນະຄອນ​ປາຣີ ​ແລະ​ກ່າວ​ວ່າ "ຣັດ​ເຊຍ​ບໍ່​ສາມາດ ​ແລະຈະ​ຕ້ອງ​ບໍ່​ຊະນະ​ສົງຄາມ​ນັ້ນ."

ທ່ານມາກຣົງ ກ່າວ​ວ່າ ໃນຂະນະດຽວກັນ ຈະ​ບໍ່​ມີ​ແຜນ​ການ​ທີ່​ຈະ​ສົ່ງ​ກຳ​ລັງ​ທະ​ຫານ​ຝ່າຍ​ຕາ​ເວັນ​ຕົກ ​ໄປ​ສູ້​ລົບ​ຢູ່ໃນ ​ຢູ​ເຄ​ຣນ, ແຕ່ກໍຍັງມີຄວາມ​ເປັນ​ໄປ​ໄດ້​ຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ