ທ່ານເຊເລັນສກີ ສ້າງ​ຄວາມປະຫຼາດໃຈ ໂດຍການໄປຢ້ຽມຢາມປາຣີ ເພື່ອປຶກສາຫາລືກັບ ທ່ານມາກຣົງ

ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (ຊ້າຍ), ໄດ້ຮັບການຕ້ອນຮັບໂດຍປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ ໃນລະຫວ່າງທີ່ທ່ານເດີນທາງໄປເຖິງທໍານຽບປະທານາທິບໍດີ ເອລີຊີ (Elysee) ໃນນະຄອນຫຼວງປາຣີ, ວັນທີ 14 ພຶດສະພາ 2023.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຈະເຮັດໃຫ້ຫຼາຍໆຄົນມີຄວາມປະຫຼາດໃຈ ດ້ວຍການໄປຢ້ຽມຢາມນະຄອນຫຼວງປາຣີ ເພື່ອປຶກສາຫາລືກັບປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ, ອີງຕາມລາຍງານຂອງອົງການຂ່າວ AP. ໃນການຢ້ຽມຢາມຄັ້ງນີ້ ທ່ານເຊເລັນສກີຈະ​ຢຸດ​ແວ່ຫຼາຍປະ ເທດໃນຢູໂຣບ ເພື່ອຮ້ອງຂໍຄໍາໝັ້ນສັນຍາຄັ້ງໃໝ່ ກ່ຽວກັບການສະໜັບສະໜຸນທາງທະຫານ ໃນຂະນະທີ່ປະເທດຂອງທ່ານ​ພວມ​ກະກຽມເພື່ອ​ໂຈມ​ຕີຕອບໂຕ້ ​ຄືນການຮຸກຮານຈາກກອງກໍາລັງຢຶດຄອງຂອງຣັດເຊຍ.

ຫ້ອງການຂອງທ່ານມາກຣົງ ໄດ້ປະການກ່ຽວກັບການເດີນທາງໄປນະຄອນຫຼວງ ປາຣີຂອງທ່ານເຊເລັນສກີ ໃນຄັ້ງນີ້, ແລະຝຣັ່ງ ກໍໄດ້ສົ່ງເຮືອບິນໄປຮັບ ທ່ານເຊເລັນສກີໃນປະເທດເຢຍຣະມັນ, ເຊິ່ງໃນບ່ອນນັ້ນ ທ່ານເຊເລັນສກີ ໄດ້ພົບປະກັບນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານໂອຣາຟ ໂຊລສ໌ ໃນຕອນເຊົ້າວັນອາທິດວານນີ້.

ຫ້ອງການຂອງ ທ່ານມາກຣົງ ເປີດເຜີຍວ່າ ຜູ້ນໍາຂອງປະເທດທັງສອງ ຈະຈັດ ການເຈລະຈາຫາລືໃນເວລາຮັບປະທານອາແລງນໍາກັນ ແລະທ່ານມາກຣົງ ຈະ “ຢືນຢັນອີກຄັ້ງວ່າ ຝຣັ່ງ ແລະ ຢູໂຣບ ຈະໃຫ້ການສະໜັບສະໜຸນຢ່າງ​ບໍ່​ມີ​ການປ່ຽນ​ແປງຕໍ່​ການ​ສ້າງ​ຕັ້ງຄືນໃໝ່ສິດທິທີ່ຖືກຕ້ອງຕາມກົດໝາຍຂອງ​ຢູ​ເຄ​ຣນ ແລະເພື່ອປົກປ້ອງຜົນປະໂຫຍດຂັ້ນພື້ນຖານຂອງປະເທດເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ