​ປ. ເສ​ລ​ເລັນ​ສ​ກີ ແຫ່ງ​ຢູ​ເຄ​ຣນ ກ່າວ​ວ່າ ການ​ແລກ​ປ່ຽນ ສະ​ເລີຍ​ເສີກ ຄວນ​ຈະ​ເກີດ​ຂຶ້ນ ໃນ​ວັນ​ອາ​ທິດນີ້

ຊາຍ​ຄົນ​ນຶ່ງ ກຳ​ລັງ​ຖືກ​ນຳ​ຕົວ​ໄປ​ໂດຍ​ກຳ​ລັງ​ທະ​ຫານ​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ສາ​ທາ​ລະ​ນະ​ລັດ ກ່ອນ​ໜ້າ​​ການ​ແລກ​ປ່ຽນ​ສະ​ເລີຍ​ເສີກ ລະ​ຫວ່າງ ຢູ​ເຄຣນ ແລະ​ພວກ​ແບ່ງ​ແຍກ​ດິນ​ແດນຢູ່​ໃກ້ໆ​ກັບ​ຈຸດ​ຂ້າມ​ຊາຍ​ແດນ ​ມ​າຢອກ ໃນ​ເຂດ​ໂດ​ເນັ​ສ​ຄ໌ ຂອງ​ຢູ​ເຄ​ຣນ, ວ​ັນ​ທີ 29 ທັນ​ວາ 2019. REUTERS

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ​ເສ​ລ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ໃນ​ຂະ​ນະ​ການ​ແລກ​ປ່ຽນ​ສະ​ເລີຍ​ເສີກ ​ທີ່ “ຄວນ” ​ຈະເກີດ​ຂຶ້ນ​ໃນ​ວັນ​ອາ​ທິດມື້ນີ້ ​ແຕ່ບັນ​ຊີ​ລາຍ​ຊື່​ຂອງ​ບຸກ​ຄົນ ​ທີ່​ຈະ​ຕ້ອງ​ສົ່ງມອບ​ໃຫ້​ເສຍ​ກ່ອນ ລະ​ຫວ່າງ ບັນ​ດາ​ເຈົ້າ​ໜ້າ​ທີ່​ສູນ​ກາງ​ຂອງ​ຢູ​ເຄ​ຣນ ແລະ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນ​ໂດຍ​ຣັດ​ເຊຍ ນັ້ນ ແມ່ນ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ.

ແນວ​ຄິດ​ຂອງ​ການແລກ​ປ່ຽນ​ສະ​ເລີຍ​ເສີກແບບ​ວ່າ “​ທັງໝົດ​ ​ຕໍ່ ​ທັງ​ໝົດ” ໄດ້​ຮັບ​ແຮງ​ກະ​ຕຸ້ນ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ໃນ​ນະ​ຄອນຫຼວງ​ປາ​ຣີ ເມື່ອ​ວັນ​ທີ 9 ທັນ​ວາ ຜ່ານ​ມາ ພາຍ​ໃນ​ກຸ່ມປະ​ເທດ​ທີ່​ເອີ້ນ​ວ່າ 4 ນໍ​ມັງ​ດີ ຊຶ່ງ​ໝາຍ​ເຖິງ ປະ​ເທດ ຢູ​ເຄ​ຣນ ຣັດ​ເຊຍ ຝ​ຣັ່ງ ແລະ​ເຢຍ​ຣະ​ມັນ ທີ່​ພ​ະ​ຍາ​ຍາມ​ຈະ​ນຳ​ມາ​ຊຶ່ງ​ການ​ຍຸ​ຕິ​ບັນ​ຫາ​ຂັດ​ແຍ້ງ​ທີ່​ແກ່​ຍາວ​ມາ​ໄດ້ 5 ປີ.

ທ່ານ​ເສ​ລ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມເພື່ອ​ເຂົ້າຮ່ວມ​ພິ​ທີ​ເປີດ​ຂົວ ໃນ​ວັນ​ເສົາ​ວານນີ້ ຢູ່​ໃນ​ຂົງ​ເຂດ​ ລະ​ຫວ່າງ​ ອີ​ວາ​ໂນ ແລະ​ແຟ​ຣນ​ກີ​ບ​ຄ໌ (Ivano and Frankivsk) ຂອງຢູ​ເຄ​ຣນ ​ວ່າ “ຄວນ​ຈະ​ມີ​ການ​ແລກ​ປ່ຽນ​ລະ​ເລີຍ​ເສີກ ໃນ​ມື້​ອື່ນນີ້” ອີງ​ຕາມເວັບ​ໄຊ​ທີ່​ເປັນ​ທາງ​ການ​ຂອງ​ທ່ານນັ້ນ.

ທ່ານ​ໄດ້​ກ່າວ​ຕື່​ມ​ວ່າ “ພວກ​ເຮົາກຳ​ລັງ​ລໍ​ຖ້າ​ເບິ່ງ​ຢູ່. ການຢັ້ງ​ຢືນ​ຂອງ​ພວກ​ຄົນ​ທັງ​ໝົດ​ນັ້ນ ແມ່ນ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ.”

ທ່ານ​ໄດ້​ເອີ້ນ​ແຜນ​ການ​ຂັ້ນ​ສຸດ​ທ້າຍ ສຳ​ລັບ​ການ​ແລກ​ປ່ຽນ​ນັ້ນ ເປັນ​ວຽກ​ງານ​ທີ່​ຍາກ​ລຳ​ບາກ​ທີ່​ສຸດຂອງ​ປີ.​”

ອົງ​ການ​ຂ່າວ UNIAN ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ຜູ້​ຕາງ​ໜ້າ​ຂອງ​ພວກ​ແບ່ງ​ແຍກ​ດິນ​ແດນ​ເຂດ​ໂດ​ເນ​ສ (Donetsk) ທີ່​ກ່າວ​ວ່າ ກີ​ຢິບ ຕາມ​ທີ່​ຄາດ​ກັນ​ໄວ້ ແມ່ນ​ຈະ​ປ່ອຍ​ຕົວ 86 ຄົນ ແລະ​ຝ່າຍ​ແບ່ງ​ແຍກ​ດິນ​ແດນ ຈະ​ປ່ອຍ​ຕົວ 55 ຄົນ.

ແຕ່ບໍ່​ມີ​ການ​ຢືນ​ຢັນ​ທີ່​ເປັນ​ທາງ​ການ​ເທື່ອ​ ຂອງຕົວ​ເລກ​ດັ່ງ​ກ່າວນັ້ນ.

ບໍ່​ມີ​ການ​ສະ​ຫລຸບທີ່​ແນ່ນອນ ແລະ​ບໍ່​ມີ​ບັນ​ຊີ​ລາຍ​ຊື່​ຢ່າງ​ເປີດ​ເຜີຍ ຂອງ​ພວກ​ສະ​ເລີຍ​ເສີກ​ ທີ່​ແຕ່​ລະ​ຝ່າຍ ຄວບ​ຄຸມ​ຕົວ​ຢູ່ນັ້ນ.

ຄັ້ງ​ນີ້ ຈະ​ເປັນ​ການ​ແລກ​ປ່ຽນ​ສະ​ເລີຍ​ເສີກເທື່ອ​ທີສອງ ໃນ​ໄລ​ຍະ​ສີ່​ເດືອນ​ຜ່ານ​ມາ ທີ່​ກ່ຽວ​ຂ້ອງ​ກັບ ພວກ​ຊາວ​ຢູ​ເຄ​ຣນ ທີ່​ໄປ​ມີ​ສ່ວນ​ພົວ​ພັນ​ກັບ​ບັນ​ຫາ​ຂັດ​ແຍ້ງນີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Ukrainian President Volodymyr Zelenskiy has said that while a prisoner swap is "supposed" to take place Sunday, the list of individuals to be handed over between central Ukrainian authorities and Russia-backed separatists has not been finalized.

The notion of an "all-for-all" prisoner exchange gained momentum during peace talks in Paris December 9 among the so-called Normandy Four -- Ukraine, Russia, France and Germany -- trying to bring an end to the five-year conflict.

"There is supposed to be an exchange [of prisoners] tomorrow," Zelenskiy told journalists during a visit for a bridge opening Saturday ato Ukraine's Ivano-Frankivsk region, according to his official website.

"We look forward to this. The verification of all people is not completed yet," he said.

He called finalizing plans for the exchange the year's most difficult task.

The UNIAN news agency quoted a representative of Donetsk separatists as saying that Kyiv was expected to release 87 people and the separatists 55.

But there is no official confirmation of any figures.

There are no definitive, publicly available lists of the prisoners that each side is holding.

This would be the second major prisoner exchange in the past four months involving Ukrainians caught up in the conflict.