ຈີນສະເໜີໃຫ້ການຊ່ອຍເຫລືອ ດ້ານມະນຸດສະທໍາ ແກ່ນີວຊີແລນ

  • ສິງ ບູຣົມມະວົງ

ທ່ານ John Key, ນາຍົກລັດຖະມຸນຕີ ນີວຊີແລນ ຢືນຢູ່ທ່າມກາງ ພວກພະນັກງານຊ່ອຍກູ້ໄພແຜ່ນດິນໄຫວ ທີ່ເມືອງ Christchurch, ວັນທີ 26, ກຸມພາ 2011.

ສື່​ມວນ​ຊົນ​ຈີນ​ລາຍ​ງານ​ຂ່າວວ່າ ກຸງ​ປັກ​ກິ​ງຈະສະ​ເໜີ​ໃຫ້
ການ​ຊ່ອຍ​ເຫລືອ​ດ້ານມະນຸດສະ​ທໍາ​ ເພື່ອ​ຊ່ອຍນີວຊີ​ແລນ
ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ໄພແຜ່ນດິນ​ໄຫວ​ໃນ​ເມືອງ Christchurch ​ໃນ​ສັບປະດາ​ຜ່ານ​ມາ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈີນ​ຈະ​ສະ​ເໜີໃຫ້ການ​ຊ່ອຍ​ເຫລືອ​ເປັນ​ເງິນສົດ​ຈໍານວນ 5 ​ແສນ​ໂດ​ລາ​ແກ່​ນີວຊີ​ແລນ ​ແລະ​ວ່າການສະ​ເໜີ​ໃຫ້ຄວາມ​ຊ່ອຍ​ເຫລືອ​ນີ້​ແມ່ນ​ໄດ້​ປະກາດ​ໃຫ້​ຮູ້ຢູ່ໃນ website ຂອງ​ກະຊວງ​ການ​ຄ້າ​ຂອງ​ຈີນ.

ພວກ​ໜ່ວຍ​ກູ້​ໄພ​ໃນ​ນີວຊີ​ແລນ​ຍັງ​ສືບ​ຕໍ່​ຊອກ​ຫາ​ຜູ້​ຄົນ​ໃນ​ຈໍານວນ​ຫລາຍ​ເຖິງ 50 ຄົນ​ ທີ່​ຍັງ​ຫາຍ​ສາບ​ສູນ​ຢູ່​ ມາ​ໄດ້​ເກືອບ 1 ສັບປະດາ​ແລ້ວ ຫລັງ​ຈາກ​ແຜ່ນດິນ​ໄຫວ​ທີ່ມີ​ຄວາມ​ແຮງ 6.3 Richter ປະ​ທະ​ເມືອງ Christchurch ​ໃນ​ວັນ​ອັງຄານ​ສັບປະດາ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຊາກ​ສົບ​ຈໍານວນ 148 ສົບ​ແລ້ວ ​ແລະມີປະຊາຊົນປະມານ 5 ໝື່ນ​ ຄົນ​ຍັງ​ບໍ່​ທັນ​ສາມາດ​ໄປ​ເຮັດ​ວຽກ​ເຮັດ​ການ​ໄດ້​ ຍ້ອນ​ຄວາມ​ເສຍ​ຫາຍແກ່​ພວກຫ້ອງການ​ແລະ​ບ່ອນ​ເຮັດ​ວຽກ​ເຮັດ​ການ​ນັ້ນ. ທ່ານ John Key ນາຍົກລັດຖະມຸນຕີນີວຊີ​ແລນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຄວາມ​ເສຍ​ຫາຍ​ແກ່​ເສດຖະກິດ​ຈາກ​ໄພ​ແຜ່ນດິນ​ໄຫວ​ ຈະ​ຕົກ​ເປັນມູນ​ຄ່າ​ປະມານ 15 ຕື້​ໂດ​ລາ.