ປະທານາທິບໍດີ ແຊມເບຍ ເຖີງແກ່ ອະສັນຍະກຳ ຮວມອາຍຸ ໄດ້ 77 ປີ

ປະທານາທິບໍດີ ແຊມເບຍ ທ່ານ Michael Sata ໄດ້ເຖີງແກ່ ອະສັນຍະກຳແລ້ວ.

ປະທານາທິບໍດີແຊມ​ເບຍ ທ່ານ Michael Sata ​ໄດ້ເຖິງແກ່​
ອະສັນຍະ​ກຳ ​ທີ່ ນະຄອນຫລວງ​ລອນ​ດອນ ບ່ອນ​ທີ່​ທ່ານ​ໄດ້
​ໄປ​ປິ່ນ​ປົວ ພະຍາດ​ທີ່​ບໍ່ມີການ​ເປີດ​ເຜີຍໃຫ້ຊາບ ຊະນິດນຶ່ງ
ຮວມອາຍຸ​ໄດ້ 77 ປີ.

ເລຂາຄະນະ​ລັດຖະບານ ທ່ານ Roland Msiska ​ໄດ້​ໃຫ້
ການຢືນຢັນ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ Sata ​ໄດ້​ເຖິງແກ່ອະ
ສັນຍະ​ກຳ ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້.

ໃນອາທິດ​ແລ້ວ​ນີ້ ທຳ​ນຽບ​ປະທານາທິບໍດີ ກ່າວ​ວ່າ ທ່ານ​ໄດ້​
ເດີນທາງ​ອອກ​ນອກ​ປະ​ເທດ ​ເພື່ອໄປ “ກວດ​ສຸຂະພາບ”​ແຕ່​ບໍ່​ໄດ້​ໃຫ້ລາຍລະອຽດ​ເພີ້​ມ​ເຕີມ.

ສຸຂະພາບ​ຂອງ​ທ່ານ ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ມາ​ແຕ່​ເດືອນ​ມິຖຸນາ ຫລັງ​ຈາກ ທ່ານ​ໄດ້​ເດີນ
ທາງ​ໄປອິສຣາ​ແອ​ລ ​ເພື່ອ​ປິ່ນ​ປົວ ​ແລະ​ຫລັງ​ຈາກ​ນັ້ນ ບໍ່​ໄດ້​ປາກົດ​ໂຕໃນ ທີ່ສາທາ​ລະນະ
ໃດໆ ​ເປັນ​ເວລາ​ສາມ​ເດືອນ.

ນອກນັ້ນ ທ່ານ​ຍັງ​ບໍ່ໄດ້ໄປ​ປາກົດ​ໂຕຕາມໝາຍກຳນົດ ເພື່ອກ່າວຄຳປາໄສ ​ຢູ່ທີ່ ກອງ​ປະ
ຊຸມ​ສະມັກຊາໃຫຍ່ສະຫະ​ປະຊາຊາ​ດ ທີ່ນະຄອນ​ນິວຢອກ​ ບ່ອນ​ທີ່​ຕຳຫລວດ ແຈ້ງໃຫ້
ວີ​ໂອ​ເອຊາບວ່າ ທ່ານ​ໄດ້​ຮັບການ​ປິ່ນປົວ​ຈາກບັນດາທ່ານໝໍ​ ​ຂອງກະຊວງ​ຕ່າງປະ​ເທດ
ສະຫະລັດ.

ທ່ານ Sata ​ໄດ້​ນຳພາ ​ແຊມ​ເບຍ ນັບ​ຕັ້ງ​ແຕ່​ໄດ້​ຮັບໄຊຊະນະ​ໃນການ​ເລືອກ​ຕັ້ງ ​ເມື່ອ​ປີ
2011 ທີ່​ເຮັດໃຫ້ການເຄື່ອນໄຫວເພື່ອການປົກຄອງແບບປະຊາທິປະໄຕ ທີ່ມີຫຼາຍພັກ
ການເມືອງ ເປັນເວລາ 20 ປີ ສິ້ນສຸດລົງ. ມັນ​ເປັນ​ຄວາມ​ພະຍາ ຍາມ​ຄັ້ງ​ທີ​ສີ່ຂອງທ່ານ
ເພື່ອເຂົ້າ​ເປັນປະທານາທິບໍດີ.

ທ່ານໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ຕໍ່ສູ້​ກັບການ​ສໍ້​ລາດ​ບັງ​ຫລວງ ​ແລະ​ຊ່ວຍ​ເຫລືອ ປະຊາ
ຊົນ​ແຊມ​ເບ​ຍທີ່​ທຸກ​ຈົນ ​ໃນ​ຂະນະ​ທີ່​ສືບຕໍ່ປະຕິບັດ​ງານເພື່ອປັບປຸງ​ສະພາບ​ການ​ເຮັດ​
ວຽກ ຢູ່ຕາມບໍ່​ແຮ່​ຕ່າງ​ໆ ໃນປະເທດທີ່ຜະລິດທອງແດງ ໃຫຍ່​ສຸດ​ຂອງ ອາ​ຟຣິກາ.

ທ່ານ Sata ​ແມ່ນເປັນ​ທີ່​ຮູ້​ກັນດີ ໃນຄວາມສາມາດກ່ຽວກັບການໃຫ້ຄວາມເຫັນແບບຕະ
ຫລົກ ແລະການກ່າວຄຳປາໄສແບບເຜັດຮ້ອນທີ່ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຊື່​ຫລີ້ນ​ວ່າ “ລາຊາ​ງູ ເຫົ່າ.”

Your browser doesn’t support HTML5

ZAMBIA PRESIDENT VO