ຝ່າຍ​ຄ້ານ​ຊໍາ​ເບຍ ​ກ່າວ​ວ່າ ປະທານາທິບໍດີປະກອບ ລັດຖະບານຂຶ້ນ ແບບບໍ່ຍຸດຕິທໍາ

  • ທອງປານ ເທບວົງສາ

ປະທານາທິບໍດີຄົນໃໝ່ ທ່ານ Michael Sata (ຂວາ) ສາບານຕົວເຂົ້າຮັບຕໍາແໜ່ງຢູ່ສານສູງສຸດ ທີ່ນະຄອນ Lusaka ຂອງຊໍາເບຍ ໃນວັນທີ 23 ກັນຍາ, 2011.

ຜູ້​ນໍາ​ຝ່າຍ​ຄ້ານ​ຊາວ​ຊໍາ​ເບຍ​ຄົນ​ນຶ່ງ ກ່າວ​ວ່າ ປະທານາທິບໍດີ Michael Sata ກໍາລັງ
​ມອບ​ຕໍາ​ແໜ່​ງລະດັບ​ລັດຖະມົນຕີຫຼາຍຕໍາ​ແໜ່​ງ​ໃຫ້​ແກ່​ສະມາຊິກ​ຂອງ​ພັກ​ການ​ເມືອງ​
ຂູ່​ແຂ່ງ​ຂອງທ່ານ ໃ​ນຄວາມ​ພະຍາຍາມ​ທີ່​ຈະ​ສ້າງຄວາມອ່ອນ​ແອ​ໃຫ້​ແກ່​ກຸ່ມ​ດັ່ງກ່າວ.​

ທ່ານ Nevers Mumba ຜູ້​ນໍາ​ພັກຂະ​ບວນການ​ເຄຶ່ອນ​ໄຫວ​ເພື່ອ​ປະຊາທິປະໄຕ​ແບບ
ຫຼາຍຝ່າຍ ຫຼື Movement for Multiparty Democracy ບອກ​ວີ​ໂອ​ເອວ່າ ປະທາ
ນາທິບໍດີ Sata ຫວັງ​ວ່າການ​ແຕ່ງ​ຕັ້ງ​ຕໍາ​ແໜ່​ງຕ່າງໆ​ດັ່ງກ່າວ​ນີ້ ຈະ​ສ້າງ​ອິດ​ທິພົນ​ແກ່​
ຄະນະ​ລັດຖະບານ​ຊຸດ​ໃໝ່​ເພື່ອ​ລົງ​ຄະ​ແນນ​ສຽງ​ໄປ​ຕາມ​ຄໍາ​ເຫັນ​ດີ​ຂອງ​ປະທາ​ນາ​ທິບໍດີ

ທ່ານ Mumba ກ່າວ​ວ່າ ທ່ານ Sata ​ແລະ​ພັກ​ແນວ​ໂຮມ​ຮັກ​ຊາດ ຫຼື Patriotic Front
ຂອງ​ທ່ານ​ນັ້ນ ກໍາລັງ​ຫາ​ທາງ​ໄດ້​ຮັບ​ການ​ສະໜັບ ສະໜຸນ​ໂດຍ​ສະ​ເພາະ​ໃນ​ຮ່າງ​ຍັດຕິ​
ລັດຖະທໍາ​ມະນູນ ຊຶ່ງ​ຈະ​ໄດ້​ນໍາສະ​ເໜີ​ຕໍ່​ສະພາ​ໃນ​ບໍ່​ຊ້າ​ນີ້.

ປະທາ​ນາ​ທິບໍດີ Sata ທີ່​ຖືກ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກັນຍາ​ປີຜ່ານມາ​ນີ້ ປະຕິ​ເສດ​ຕໍ່​ການ
ກ່າວ​ຫາ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ທ່ານ​ພະຍາຍາມ​ຈະ​ຈັດ​ຕັ້ງລັດ​ຖະບານ​ທີ່​ປະກອບ​ດ້ວຍ ​
ທຸກ​ຝ່າຍ.