ວັນທີ 11 ກັນຍາ ມື້ນີິ້ ແມ່ນວັນຄົບຄອບ 22 ປີໃນການໂຈມຕີສະຫຼະຊີບແບບ ປະສານງານກັນຂອງກຸ່ມກໍ່ການຮ້າຍອາລ-ກາອີດາ ໃນວັນທີ 11 ເດືອນກັນຍາ ປີ 2001 ເພື່ອຕໍ່ຕ້ານສະຫະລັດ. ໃນວັນດັ່ງກ່າວ ພວກກໍ່ການຮ້າຍຈຳນວນສິບເກົ້າຄົນ ໄດ້ຈີ້ເຮືອບິນໂດຍສານສີ່ລຳ ຢູ່ທາງພາກຕາເວັນອອກ ຂອງສະຫະລັດ. ເຂົາເຈົ້າໄດ້ບັງຄັບໃຫ້ພວກນັກບິນໂດຍສານສອງລຳ ຂັບເຮືອບິນຕຳເຂົ້າໃສ່ຕຶກແຝດ ສູນກາງການຄ້າໂລກ ຫຼື World Trade Center ທີ່ເປັນຕຶກສູງສຸດໃນ ນະຄອນນິວຢອກ. ຫລັງຈາກນັ້ນຕໍ່ມາ ເຮືອບິນໂດຍສານອີກລໍານຶ່ງກໍໄດ້ບິນເຂົ້າຕຳທຳນຽບຫ້າແຈ ທີ່ເມືອງອາລິງຕັນ ລັດເວີຈີເນຍ ແລະອີກລໍານຶ່ງໄດ້ຕົກຢູ່ທົ່ງນາເມືອງ Shanks Ville ລັດເພັນຊີລເວເນຍ.
Your browser doesn’t support HTML5
ຄວາມຕື່ນຕົກໃຈຂອງວັນດັ່ງກ່າວໄດ້ຖ່າຍທອດສົດໃຫ້ເຫັນຜ່ານທາງໂທລະພາບ ຢູ່ໃນທົ່ວໂລກ ທີ່ໄດ້ສະແດງໃຫ້ເຫັນວ່າ ສະຫະລັດ ເປັນປະເທດທີ່ເປີດກວ້າງ ຈຶ່ງໄດ້ຖືກໂຈມຕີ ແລະເປັນມື້ທີ່ຫລົງລືມບໍ່ໄດ້ໃນປະຫວັດສາດ. ທ່ານຄຳພຸດ ສີ ສຸນົງ ຕັ້ງຖິ່ນຖານຢູ່ນອກນະຄອນນິວຢອກ ຜູ້ເຫັນເຫດການ ໄດ້ກ່າວສູ່ ວີໂອເອ ຟັງວ່າ:
Your browser doesn’t support HTML5
ໃນຂະນະດຽວກັນ ຍານາງມະນີວັນ ສົມສະໜຸກ ຢູ່ລັດເພັນຊິລເວເນຍ ກໍແມ່ນຜູຸ້ນຶ່ງທີ່ຍັງມີຄວາມຊົງຈຳຂອງວັນນັ້ນ ໄດ້ບັນລະຍາຍສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ການໂຈມຕີໃນດິນແດນຂອງສະຫະລັດ ເມື່ອວັນທີ 11 ກັນຍາປີ 2001 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2,900 ກວ່າຄົນ ຮວມທັງພວກກໍ່ການຮ້າຍສະຫລະຊີບ 19 ຄົນ. ນອກນັ້ນກໍເປັນການປະກາດສົງຄາມກັບພວກກໍ່ການຮ້າຍທີ່ເປັນຜົນເຮັດໃຫ້ມີການປ່ຽນແປງຕໍ່ຊີວິດການເປັນຢູ່ ດ້ານຄວາມປອດໄພຂອງປະຊາຄົມອາເມຣິກັນ ແລະຢູ່ໃນທົ່ວໂລກເທົ່າເຖິງທຸກມືີ້ນີ້.