ໂດຍທົ່ວໄປແລ້ວ ພວກຊາວໜຸ່ມແມ່ນບໍ່ຄ່ອຍມີຕົວແທນຢູ່ໃນ
ລະດັບສູງສຸດຂອງຖານອໍານາດ ແຕ່ໃນຂະນະທີ່ຈໍານວນປະ
ຊາກອນຄົນໜຸ່ມເພີ່ມຂຶ້ນນັບມື້ ໂດຍສະເພາະໃນກຸ່ມປະເທດ
ພວມພັດທະນານັ້ນ ກອງປະຊຸມອະພິປາຍບັ້ນນຶ່ງຂອງອົງການ
ສະຫະປະຊາຊາດທີ່ເກາະບາຫຼີ ປະເທດອິນໂດເນເຊຍກໍກໍາລັງ
ໃຫ້ໂອກາດພວກຊາວໜຸ່ມ ໄດ້ມີຫາງສຽງ ເພື່ອພະຍາຍາມຊັກ
ຈູງແນວຄິດຂອງບັນດາຜູ້ນໍາອາວຸໂສທັງຫຼາຍ.
"Hello Everybody....
ນັ້ນຄືສຽງນາງ Agnes Monica ທີ່ເວົ້າວ່າ: “ສະບາຍດີທຸກໆທ່ານ ຂ້າພະເຈົ້າຮູ້ສຶກ ເປັນກຽດຢ່າງສູງ ທີ່ໄດ້ມາທີ່ນີ້ ເພື່ອໃຫ້ກຽດແກ່ບັນດາຜູ້ນໍາຊາວໜຸ່ມຈາກ ທົ່ວ ໂລກ ພວກທີ່ ບໍ່ພຽງແຕ່ຈະສາມາດປ່ຽນແປງໂລກໄດ້ເທົ່ານັ້ນ ແຕ່ຈະປ່ຽນແປງ ໂລກ ໃຫ້ເປັນບ່ອນຢູ່ອາໄສທີ່ດີຂຶ້ນນໍາອີກ.”
ນາງ Agnes Monica ອາຍຸ 26 ປີ ເປັນນັກຮ້ອງນັກສະແດງຊາວອິນໂດເນເຊຍ ຊຶ່ງຄັ້ງນີ້ ນາງໄດ້ມາປາກົດຕົວເທິງເວທີ ສໍາລັບເຫດຜົນທີ່ແຕກຕ່າງກັນຫຼາຍ ກັບເທື່ອກ່ອນໆ.
Agnes ເປັນຜູ້ນຶ່ງໃນຕົວແທນຊາວໜຸ່ມຈໍານວນ 900 ຄົນ ທີ່ມາຮ່ວມກອງປະຊຸມຊາວໜຸ່ມ
ສາມວັນ ທີ່ເກາະຕາກອາກາດບາຫຼີ ຂອງອິນໂດເນເຊຍ ໃນອາທິດແລ້ວນີ້.
ກອງປະຊຸມນີ້ ແມ່ນດໍາເນີນການໂດຍກອງທຶນປະຊາກອນ ຂອງອົງການສະຫະປະຊາ ຊາດ ຫລື UNFPA ແລະມີເປົ້າໝາຍເພື່ອໃຫ້ພວກຊາວໜຸ່ມ ມີປາກມີສຽງ ສະແດງຄວາມຄິດເຫັນ
ຂອງເຂົາເຈົ້າ ອິງຕາມ ດຣ. Babatunde Osotimehin ຜູ້ອໍານວຍການບໍຣິ ຫານຂອງອົງການ UNFPA.
ດຣ. ບາບາຕຸນເດ ເວົ້າວ່າ: “ທີ່ພວກເຮົາໄດ້ເຮັດໄປນັ້ນ ກໍຄືພວກເຮົາປ່ອຍໃຫ້ ກຸ່ມ
ປະສານງານຊາວໜຸ່ມຈາກນານາຊາດ ເປັນຜູ້ກໍານົດວາລະກອງປະຊຸມ ແລະຫົວຂໍ້
ທີ່ພວກເຂົາເຈົ້າຢາກຍົກເອົາຂຶ້ນມາເວົ້າກັນ ແລະ ພວກເຮົາຫວັງວ່າ ເວລາກອງ
ປະຊຸມສິ້ນສຸດລົງ ພວກເຂົາເຈົ້າຈະກໍານົດ ອະນາຄົດຂອງໂລກ ແລະມັນຄວນຈະ
ອອກມາເປັນແບບໃດ.”
ປະມານ 43 ເປີເຊັນຂອງປະຊາກອນໂລກແມ່ນພວກທີ່ມີອາຍຸຕໍ່າກວ່າ 25 ປີ ແລະຈໍານວນ ຊາວໜຸ່ມແມ່ນກໍາລັງເຕີບໂຕຂຶ້ນຢ່າງວ່ອງໄວທີ່ສຸດຢູ່ໃນໂລກພວມພັດທະນາ.
ໃນປະເທດອິນໂດເນເຊຍ ມີຫຼາຍກວ່າ 60 ລ້ານຄົນທີ່ມີອາຍຸໃນຊຸມ 20 ປີຕົ້ນໆ ສ່ວນ ໃນຂົງເຂດອາຟຣິກາ ຫລາຍກ່ວາ 70 ເປີເຊັນຂອງປະຊາກອນ ມີອາຍຸຕໍ່າ ກວ່າ 30 ປີ.
ໃນຂະນະທີ່ນັກເສດຖະສາດທັງຫຼາຍຄຸຍໂອ້ອວດ ເຖິງຜົນປະໂຫຍດຈາກການມີກໍາລັງ ແຮງງານທີ່ກໍາລັງຂະຫຍາຍໂຕໃຫຍ່ຂຶ້ນນັບມື້ ໃນພວກປະເທດພວມພັດທະນາ ເຊັ່ນອິນ ໂດເນເຊຍນັ້ນ ແຕ່ກໍປາກົດວ່າ ມີຊາວໜຸ່ມທີ່ຫວ່າງງານ ໃນຈໍານວນສູງກວ່າທີ່ຜ່ານມາ.
ທ້າວ Chernor Bah ອາຍຸ 27 ປີ ນັກເຄຶ່ອນໄຫວເພື່ອຊາວໝຸ່ນ ຈາກ Sierra Leone ເປັນຄົນນື່ງ ທີ່ຂຶ້ນກ່າວຕໍ່ກອງປະຊຸມ.
ທ້າວ Bah ເວົ້າວ່າ ສໍາລັບບັນດາຊາວໜຸ່ມຫຼາຍຄົນນັ້ນ ການສຶກສາເປັນສິ່ງນຶ່ງທີ່ພວກ ເຂົາເຈົ້າໄດ້ແຕ່ຝັນເຖິງ ແລະໃນລະດັບການຮ່າງນະໂຍບາຍແລ້ວ ແທບບໍ່ມີຕົວແທນຂອງພວກຊາວໜຸ່ມເລີຍ.
ແຕ່ກອງປະຊຸມອະພິປາຍ ທີ່ເກາະບາຫຼີຄັ້ງນີ້ ມັນແຕກຕ່າງໄປ.
ຄຽງຂ້າງກັບບັນດາຜູ້ຮ່າງນະໂຍບາຍນັ້ນ ພວກຊາວໜຸ່ມຫຼາຍຮ້ອຍຄົນ ຈາກ 150 ປະເທດ ພາກັນເຮັດວຽກ ໃຫ້ຄໍາແນະນໍາກ່ຽວກັບສຸຂະພາບ ການສຶກສາ ແລະສິດທິໃນດ້ານການສືບພັນ.
ທ້າວ Chernor Bah ມີຄວາມເຫັນດັ່ງນີ້ ກ່ຽວກັບກອງປະຊຸມ:
“ພວກຊາວໜຸ່ມໄດ້ເປັນຜູ້ນໍາຂັ້ນຕອນນີ້ ໂດຍການຮ່ວມ ມືກັນໄດ້ດີຫຼາຍ ແລະໃນແນວທາງທີ່ເປີດກວ້າງແລະຊື່ສັດຫລາຍ ຊຶ່ງຂ້າພະເຈົ້າ ຄິດວ່າ ເມື່ອໃດພວກເຮົາ ປຸ້ມລຸມອອກສຽງຮ່ວມກັນ ແລະວັດ ທະນະທໍາຂອງ ພວກເຮົາຜະສົມຜະສານເຂົ້າກັນ ແລະສິ່ງກີດກັ້ນທັງຫຼາຍທີ່ ພວກເຮົາພົບເຫັນ ແລະມີການເວົ້າເຖິງໃນສື່ມວນຊົນ ແມ່ນບໍ່ໄດ້ສະແດງ ອອກໃຫ້ເຫັນໃນທີ່ນີ້. ພວກເຮົາຄືຊາວໜຸ່ມ ທີ່ຕ້ອງການຈະເປັນ
ເຈົ້າຂອງ ອະນາຄົດຂອງພວກເຮົາເອງ ແລະກໍານົດມັນເອງ ແລະເປັນພາກສ່ວນຂອງ ຂັ້ນຕອນຂອງການເຮັດມັນຂຶ້ນມາ ໄດ້.”
ຜົນການປະຊຸມດັ່ງກ່າວນີ້ ຈະໄດ້ນໍາສະເໜີຕໍ່ເລຂາທິການໃຫຍ່ອົງການສະຫະປະຊາ ຊາດ ແລະນໍາໄປພິຈາລະນາໂດຍອົງກອນອື່ນໆຂອງສະຫະປະຊາຊາດ ໃນການວາງ ແຜນການພັດທະນາໃນອະນາຄົດຂອງພວກເຂົາເຈົ້າ.
ມັນກໍຟັງມີເຫດຜົນດີ ໃນແງ່ທິດສະດີ ແຕ່ມັນມີທາງຈະເກີດເປັນຈິງ ໄດ້ຫຼື ບໍ່? ທ້າວ Chernor Bah ກໍຫວັງວ່າ ມັນຈະເກີດຂຶ້ນໄດ້.
ສໍາລັບພວກຊາວໜຸ່ມທີ່ບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມ ທີ່ເກາະບາຫຼີນັ້ນ ທາງກອງ ປະຊຸມກໍໄດ້ຈັດຕັ້ງໃຫ້ມີກອງປະຊຸມທາງອິນເທີເນັດຂື້ນ ທີ່ເອີ້ນວ່າ Word Café ຫລືສະພາກາເຟໂລກ ຊຶ່ງໄດ້ມີຊາວໜຸ່ມຫຼາຍກວ່າ 2,000 ຄົນ ຈາກ 26 ປະເທດ ເຂົ້າໄປຮ່ວມອະພິປາຍໃນໃນເວັບໄຊ້ນີ້ແລ້ວ.