ໄຟປ່າຢູ່ແຄມເຂດສວນອຸດທະຍານແຫ່ງຊາດ Yosemite ຂອງລັດແຄລິຟໍເນຍ ພາກ ຕາເວັນຕົກສະຫະລັດ ກໍາລັງທໍາລາຍແນວສາຍໄຟຟ້າ ທີ່ສະໜອງກະແສໄຟຟ້າໃຫ້ແກ່ນະຄອນ San Francisco ທີ່ຍັງຜົນໃຫ້ຜູ້ວ່າການລັດແຄລິຟໍເນຍ ທ່ານ Jerry Brown ປະກາດພາວະສຸກເສີນໃນເມືອງດັ່ງກ່າວ.
ທ່ານ Brown ໄດ້ອອກຄໍາປະກາດສຸກເສີນດັ່ງກ່າວ ເມື່ອວັນສຸກຜ່ານມາ ໃນຂະນະທີ່ໄຟໄໝ້ກໍາລັງລຸກລາມໄປ ຢູ່ຫ່າງຈາກຕົວເມືອງ ປະມານ 300 ກິໂລແມັດ.
ສາຍສົ່ງກະແສໄຟຟ້າບາງແຫ່ງໄດ້ປິດລົງ ຫຼັງຈາກໄຟໄດ້ໄໝ້ທໍາລາຍໂຄງລ່າງພື້ນຖານ ໄຟຟ້າ ທີ່ບໍລິການນະຄອນ San Francisco ແຕ່ບໍ່ເຫັນມີ
ລາຍງານວ່າ ໄດ້ມີໄຟ ຟ້າມອດຫຼືຂາດແຕ່ຢ່າງໃດ.
ການປະກາດພາວະສຸກເສີນດັ່ງກ່າວ ເປັນການປ່ອຍເງິນງົບປະມານແລະຊັບພະຍາກອນ
ຕ່າງໆ ເພື່ອຊ່ວຍເຫຼືອເມືອງ San Francisco ແລະເຮັດໃຫ້ມີສິດໄດ້ຮັບເງິນຈາກລັດຖະ
ບານກາງ ເພື່ອຊ່ວຍຮັບມືກັບການຂາດເຂີນໄຟຟ້າ.