ພັກ​​ການ​ເມືອງ​ຕ່າງໆ ຂອງເຢເມນ ລົງນາມ ໃນຂໍ້ຕົກລົງ ​ ເພື່ອສ້າງຕັ້ງ ລັດຖະບານ ຊຸດໃໝ່

ພວກກະບົດ Houthis ທີ່ນັບຖືນິກາຍຊີໄອ້ ໃນຊຸດເຈົ້າໜ້າທີ່ ຕຳຫລວດ ກຳລັງກວດລົດຄັນນຶ່ງ ຈອດຢູ່ຖະໜົນໃນເມືອງ ກ່ອນໜ້າການພົບປະກັນ ຂອງພວກຊົນເຜົ່າ ທີ່ຈັດຂຶ້ນ ໂດຍພວກກະບົດ Houthi ນິກາຍຊີໄອ້ ໃນນະຄອນຫລວງຊາອານາ ປະເທດເຢເມນ, ວັນທີ 31 ຕຸລາ 2014.

ພັກ​ຝ່າຍ​ທາງ​ການ​ເມືອງ​ຕ່າງໆ​ຂອງເຢ​ເມນ ລວມທັງພວກ​ກະ​ບົດ
ມຸສລິ​ມນິກາຍ​ຊີ​ໄອ້ ​ທີ່​ຄວບ​ຄຸມ​ນະຄອນຫລວງ​ຢູ່​ນັ້ນ ​ໄດ້​ລົງ​ນາມ​
ໃນຂໍ້​ຕົກ​ລົງສະບັບນຶ່ງ ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ອະນຸຍາດ​ໃຫ້​
ປະທານາທິບໍດີ ແລະ ນາຍົກ​ລັດຖະມົນຕີ ຈັດຕັ້ງລັດຖະບານ
​ຊຸດ​ໃໝ່ຂຶ້ນ.

ຂໍ້​ຕົກລົງ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ໃຫ້ທຸກ​ພັກ​ຝ່າຍ ​ຮ້ອງ​ຂໍ​ປະທານາ
ທິບໍດີ Abed Rabbu Mansour Hadi ແລະ ນາຍົກ​ລັດຖະມົນຕີ
Khaled Bahah ຈັດຕັ້ງ “ລັດຖະບານ​ແຫ່ງ​ຊາດ ທີ່​ມີ​ປະສິດ
ທິພາບ”
ທີ່ມີຄວາມ​ໝັ້ນ​ໝາຍ ​ຕໍ່ການເຄົາລົບ​ສິດທິ​ມະນຸດ ​ແລະ
ເປັນກາງ​ໃນ​ເລື້ອງຕ່າງໆ ຂອງປະເທດຊາດ.

ພວກ​ກະບົດ​ນິກາຍ​ຊີ​ໄອ້ທີ່​ຮູ້ຈັກ​ກັນໃນນາມພວກ Houthis ນັ້ນ ​ໄດ້​ຍື່ນຄຳຂາດຕໍ່ປະທາ​ນາ​ທິບໍດີ Hadi ​ໃນ​ວັນ​ສຸກ​ຜ່ານ​ມານີ້ ​ໃຫ້​ຈັດຕັ້ງ ລັດຖະບານ​ຊຸດ​ໃໝ່​ພາຍ​ໃນ 10 ມື້ ຫຼືບໍ່​ດັ່ງນັ້ນ ກໍຈະປະ​ເຊີນ​ໜ້າ​ກັບ “ການ​ປະຕິວັດ​ໃນທຸກໆທາງ.”

ການສ້າງຕັ້ງ​ລັດຖະບານປະສົມ​ຊຸດ​ໃໝ່​ໃນ​ເຢ​ເມັນ​ນັ້ນ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງຂໍ້ຕົກລົງ
ທີ່ໄກ່ເກ່ຍໂດຍສະຫະ​ປະຊາ​ຊາດ ​ເພື່ອ​ຍຸດຕິ​ວິ​ກິດ​ການ​ທາງ​ການ​ເມືອງ​ໃນປະ​ເທດ​ດັ່ງກ່າວ ຊຶ່ງ​ໄດ້​ເຫັນກັນ​ວ່າ ມີຫຼາຍພັກ​ຝ່າຍ​ ຍາດຊິງ​ອຳນາດກັນ​ນັບຕັ້ງ​ແຕ່ປະທານາທິບໍດີ Ali Abdullah Saleh ​ໄດ້​ຕົກລົງ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເມື່ອ 3 ປີ​ກ່ອນ​ນັ້ນ.

ການ​ຍາດ​ຊິງອຳນາດ ລະຫວ່າງພວກ Houthi ​ແລະ ພັກ​ການ​ເມືອງ​ອື່ນໆ ກ່ຽວກັບຕຳ​ແໜ່​ງ ໃນ​ຄະນະລັດຖະບານ ແລະ ກະຊວງຕ່າງໆນັ້ນ ເຮັດໃຫ້ມີການຊັກຊ້າ ໃນການສ້າງຕັ້ງ ລັດຖະບານ​ຊຸດ​ໃໝ່.

ພວກ​ກະບົດ Houthi ​ໄດ້​ເຂົ້າຢຶດນະຄອນ​ຫລວງຊານາອາ ​ໃນ​ເດືອນ​ກັນຍາ​ປີ​ນີ້ ຫຼັງຈາກ​
ໄດ້ເກີດ​ຄວາມ​ຮຸນ​ແຮງ​ເປັນ​ເວລາຫຼາຍອາທິດນັ້ນ. ພວກ​ເຂົາ​ເຈົ້າ ​ໃຫ້​ສັນຍາ​ວ່າ ຈະ​ຖອນ​ກອງ​ກຳລັງ​ຂອງ​ຕົນ ​ອອກໄປຈາກ​ນະຄອນຫຼວງ ​ເມື່ອ​ໃດທີ່ມີການຕັ້ງລັດຖະບານ​ຊຸດ​ໃໝ່​ແລ້ວ.

Your browser doesn’t support HTML5

YEMEN POLITICS VO