ພວກກະບົດໃນເຢເມັນ ຮັບເອົາ ແຜນການຢຸດຍິງ ຂອງຊາອູດີ ອາເຣເບຍ

ປະຊາຊົນພາກັນຫຼົບໜີ ຂະນະທີ່ຄວັນໄຟກຸ້ມຂຶ້ນ ຫຼັງຈາກ ການໂຈມຕີທາງອາກາດ ຖືກເຮືອນຂອງອະດີດ ປະທານາທິບໍດີ Ali Abdullah Saleh ທີ່ນະຄອນຫຼວງ Sana'a, ວັນທີ 10 ພຶດສະພາ 2015.

ພວກ​ນັກ​ຕໍ່ສູ້​ຮູ​ທີ ​ໃນ​ເຢ​ເມັນ ກ່າວ​ວ່າ ພວກ​ເຂົາ​ໄດ້​ຮັບ​ເອົາ​ຂໍ້​
ສະ​ເໜີຢຸດ​ຍິງ​ເພື່ອ​ມະນຸດສະທຳ​ ເປັນ​ເວລາ​ຫ້າ​ມື້ ຈາກ​ຊາ​ອູ​
ດີ​ອາ​ເຣ​ເບຍທີ່​ກຳນົດ​ຈະເລີ້ມ​ຂຶ້ນ ​ໃນ​ວັນ​ອັງຄານ​ສັບປະດາ​ນີ້.

ຄຳ​ປະກາດ​ການ​ຮັບ​ເອົາ​ຂໍ້​ສະ​ເໜີຢຸດ​ຍິງ​ດັ່ງກ່າວ​ ມີ​ຂຶ້ນໃນ​ວັນ
​ອາທິດ​ມື້​ນີ້ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ພວກ​ເຮືອບິນ​
ລົບ​ຂອງ​ກຸ່ມ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ຊາ​ອູ​ດີ​ອາ​ເຣ​ເບຍ
ຖິ້ມ​ລະ​ເບີດ​ໃສ່​ບ້ານ​ພັກ​ຂອງອະດີດ​ປະທານາທິບໍດີ Ali Ab
dullah Saleh ​ໃນ​ນະຄອນຫຼວງ Sana’a. ​ເຊື່ອ​ກັນ​ວ່າ​ທ່ານ
Saleh ບໍ່​ໄດ້​ຢູ່​ເຮືອນ​ ໃນ​ເວລາ​ມີ​ການໂຈມຕີ​ທາງ​ອາກາດ​ນັ້ນ.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ສະຫະລັດ ​ແລະ​ຊາ​ອູ​ດີ​ອາ​ເຣ​ເບຍ ​ໄດ້​ປະກາດ​ຂໍ້ສະ​ເໜີ​ຢຸດ​ຍິງ ເພື່ອ
ມະນຸດສະທຳ ​ເປັນ​ເວລາ​ຫ້າ​ມື້​ ທີ່​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ອັງຄານ​ມື້ຮື​ນີ້ໃນ​ເຢ​ເມັນ ບ່ອນ​ທີ່​ກຸ່ມ​ປະ
ສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ຊາ​ອູ​ດີ​ອາ​ເຣ​ເບຍ ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕ້ານການ​ບຸກ
ຄືບ​ໜ້າ​ຂອງ​ພວກ​ກະບົດ​ຮູ​ທີ​ນັ້ນ. ສົງຄາມດັ່ງກ່າວ​ໄດ້​ເຮັດ​ໃຫ້​ພວກ​ປະຊາຊົນ​ ໃນ​ເຢ​ເມັນ​ ຈຳນວນ​ຫຼາຍ​ພັນ​ຄົນ ​ຕ້ອງການສະບຽງພື້ນຖານ​ຢ່າງ​ຫຼວງ​ຫຼາຍ​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຮຽກຮ້ອງໄປ​ຍັງ ​ພວກ​ກຸ່ມ
​ຫຼື​ປະ​ເທດ​ຕ່າງໆ ທີ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ຮູ​ທີ ​ໃຫ້​ຊຸກຍູ້​ພວກ​ກະບົດ​ໃຫ້​ຮັບ​ເອົາ​ການ​ຢຸດ​ຍິງ​ນີ້. ພວກະບົດ​ ຮູ​ທີ ນິກາຍ Shi’ite ​ເປັນ​ພັນທະ​ມິດ​ກັບ​ທ່ານ Saleh ​ແລະ​ມີ​ການ​ເຊື່ອ​ກັນ​ຢ່າງແຜ່ຫຼາຍ​ວ່າ ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີຣ່ານ.

Your browser doesn’t support HTML5

Yemen US Saudi Summit