52 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ຢູ່ເຢເມນ (ສະໄລດ໌/ວີດີໂອ)

ທະຫານ ພວມສັ່ງການ ຢູ່ໃນທາງສາຍນຶ່ງ ເນັ່ງໄປຫາບໍລິເວນ ກະຊວງປ້ອງກັນປະເທດ ຂະນະທີ່ຄວັນພຸ່ງຂຶ້ນ ຈາກການໂຈມຕີ ຂອງພວກຫົວຮຸນແຮງ (5 ທັນວາ 2013)

ເຈົ້າໜ້າທີ່ເຢເມນ ກ່າວວ່າ ມີ 52 ຄົນ ເສຍຊີວິດ ໃນການໂຈມຕີ
ດ້ວຍລົດລະເບີດສະຫຼະຊີບ ແລະການໂຈມຕີທີ່ຕິດຕາມມາໂດຍ
ພວກມືປືນຕໍ່ໂຮງໝໍທະຫານທີ່ຕັ້ງຢູ່ໃກ້ໆກັບກະຊວງປ້ອງກັນປະ
ເທດ ທີ່ນະຄອນຫຼວງຊານາອາ.

ຄະນະກຳມະການຄວາມໝັ້ນຄົງສູງສຸດ ກ່າວວ່າ ນອກນັ້ນແລ້ວ ການໂຈມຕີໃນວັນພະຫັດວານນີ້ຍັງເຮັດໃຫ້ອີກ 167 ຄົນໄດ້ຮັບ
ບາດເຈັບ. ມີຊາວຕ່າງປະເທດ 7 ຄົນຮວມຢູ່ໃນຈຳນວນພວກທີ່
ເສຍຊີວິດ.

ຜູ້ໂຈມຕີໄດ້ຂັບລົດທີ່ບັນທຸກລະເບີດແລ່ນເຂົ້າໄປຕຳອາຄານຫຼັງ
ນຶ່ງຂອງກະຊວງປ້ອງກັນປະເທດ ໃນຂະນະທີ່ພວກໂຈມຕີ ລະດົມຍິງດ້ວຍປືນກົນ ເຂົ້າໃສ່ ຕຶກອາຄານອີກຫຼັງນຶ່ງ.

Your browser doesn’t support HTML5

Yemen Attack



ປະທານາທິບໍດີ Abd-Rabbu Mansour Hadi ໄດ້ໄປຢ້ຽມຢາມກະຊວງປ້ອງກັນປະເທດ ໃນເວລາຕໍ່ມາແລະໂອ້ລົມກັບພວກນາຍທະຫານອະວຸໂສແລະສັ່ງໃຫ້ທຳການສືບສວນກ່ຽວ ກັບການໂຈມຕີໃນຄັ້ງນີ້.

ກະຊວງການຕ່າງປະເທດສະຫະລັດໄດ້ອອກຄຳເຕືອນຕໍ່ຊາວອາເມຣິກັນທີ່ຢູ່ໃນປະເທດເຢ ເມນ.

ທ່ານນາງ Marie Harf ຮອງໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ “ສະຖານ ທູດໄດ້ແນະນຳໃຫ້ພວກພະນັກງານ ຫລີກລ່ຽງໃນການເດີນທາງ ໄປຍັງເຂດ ທີ່ຕັ້ງຢູ່ໃກ້ຄຽງ ກະຊວງປ້ອງກັນປະເທດ ໃນນະຄອນຫຼວງຊານາອາ ແລະກະຊວງການຕ່າງປະເທດສະຫະ ລັດກໍໄດ້ແນະນຳຢ່າງແຂງຂັນໃຫ້ຊາວອາເມຣິກັນເລື່ອນເວລາໃນການເດີນທາງທີ່ບໍ່ຈຳເປັນ ໄປຍັງເຢເມນ ແລະປະເທດອ້ອມແອ້ມ.

ກຸ່ມກໍ່ການຮ້າຍອາລກາອີດາສາຂາເຢເມນ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ດັ່ງກ່າວນີ້.

ພວກຫົວຮຸນແຮງ ໂຈມຕີ ກະຊວງ ປ້ອງກັນປະເທດ ເຢເມນ