ຊາວເຢເມນ ພາກັນໄປປ່ອນບັດເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ເພື່ອຮັບຕຳແໜ່ງ
ແທນທ່ານ Ali Abdullah Saleh ຫລັງຈາກທີ່ໄດ້ມີການລຸກຮືຂື້ນມາເປັນເວລານຶ່ງປີ
ບັງຂັບໃຫ້ທ່ານລາອອກຈາກໜ້າທີ່ນັ້ນ.
ການປ່ອນບັດໃນວັນອັງຄານມື້ນີ້ ແມ່ນຈຸດສຳຄັນສຸດຂອງຂໍ້ຕົກລົງ ທີ່ໄດ້ຮັບການໜຸນ
ຫລັງຈາກສະຫະລັດ ແລະໄກເກ່ຍໂດຍບັນດາປະເທດ ໃນເຂດອ່າວເປີເຊຍ ຊຶ່ງເປັນເພື່ອນ
ບ້ານຂອງເຢເມນ ເພື່ອໃຫ້ຮອງປະທານາທິບໍດີ Abed Rabbo Mansour Hadi ເຂົ້າ
ຮັບຕຳແໜ່ງແທນ ທ່ານ Saleh.
http://www.voanews.com/templates/widgetDisplay.html?id=139765923&player=article
ທ່ານ Hadi ແມ່ນຄົນດຽວທໍ່ນັ້ນທີ່ໄດ້ຖືກເລືອກຢ່າງເປັນເອກກະສັນທັງ ຈາກພັກລັດ
ຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ຂອງປະທານາທິບໍດີ Saleh ແລະກຸ່ມແນວໂຮມ
ພັກຝ່າຍຄ້ານ.
ທ່ານ Saleh ຊຶ່ງໄດ້ລາອອກຈາກໜ້າທີ່ຫລັງຈາກທີ່ໄດ້ກໍາຕໍາແໜ່ງມາເປັນເວລາ 33 ປີ
ນັ້ນໄດ້ຮຽກຮ້ອງໃຫ້ປະຊາຊົນພາກັນໄປປ່ອນບັດຢ່າງຫລວງຫລາຍ. ທ່ານກ່າວໃນວັນຈັນ
ວານນີ້ວ່າ ການປ່ອນບັດແມ່ນໂອກາດທີ່ຈະນຳພາປະເທດຊາດ ໃຫ້ກ້າວໄປສູ່ສັນຕິພາບ
ແລະສະຖຽນລະພາບ.
ໜ່ວຍປ່ອນບັດໄດ້ເປີດຂື້ນໃນເວລາ 8:00 ໂມງເຊົ້າ ຕາມເວລາທ້ອງຖິ່ນແລະຜົນການປ່ອນ
ບັດນັບຄະແນນສຽງຈະໃຊ້ເວລາອີກຫລາຍວັນ ຈຶ່ງຈະເປັນທີ່ຮູ້ຈັກ.
ປະຊາຊົນຊາວເຢເມນຫຼາຍກວ່າ 10 ລ້ານຄົນ ເປັນຜູ້ມີສິດການປ່ອນບັດ ແຕ່ເນື່ອງຈາກວ່າ
ຜົນຂອງການປ່ອນບັດ ໄດ້ຮູ້ກ່ອນລ່ວງໜ້າແລ້ວ ຈຶ່ງມີຄວາມວິຕົກກັງວົນໃຈວ່າ ຈະມີຜູ້ໄປ
ປ່ອນບັດໃນຈຳນວນທີ່ໜ້ອຍລົງ ຊຶ່ງອາດຈະເປັນການບ່ອນທຳລາຍຕໍ່ສິດອຳນາດຂອງ
ທ່ານ Hadi.
http://www.voanews.com/templates/widgetDisplay.html?id=139718223&player=article