ທ່ານ Ban Ki-moon ຮຽກຮ້ອງ​ ໃຫ້​ທຸກຝ່າຍ​ ທີ່ສູ້​ລົບ​ກັນ​ ໃນ​ເຢ​ເມັນ ​ເຄົາລົບ​ການຢຸດ​ຍິງ

ຊາຍຜູ້ຕິດອາວຸດຄົນນຶ່ງ ນິຍົມກະບົດຮູຕີ ໄປຮ່ວມການຊຸມນຸມ ປະທ້ວງຕໍ່ຕ້ານ ການໂຈມຕີທາງອາກາດ ທີ່ນຳພາໂດຍ ຊາອຸດີ ອາຣາເບຍ ຢູ່ໃນນະຄອນຫຼວງ Sanaa ປະເທດເຢເມັນ, ວັນທີ 14 ມີຖຸນາ 2015.

ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ຮຽກຮ້ອງ​ໃນ​ວັນ​ຈັນມື້​ນີ້ ​ໃຫ້​ທຸກຝ່າຍ​ທີ່ສູ້​ລົບ​ກັນ​
ໃນ​ເຢ​ເມັນ ​ເຄົາລົບຂໍ້​ຕົກລົງ​ຢຸດ​ຍິງ ​ດ້ານ​ມະນຸດສະທຳ​ ຢ່າງ​
ນ້ອຍ​ສອງ​ອາທິດ​ໃນ​ລະຫວ່າງ ​ເດືອນ​ສັກສິດ Ramadan
ຂອງ​ຊາວ​ມຸສລິ​ມ ທີ່​ທ່ານ​ກ່າວ​ວ່າ ຄວນ​ເປັນ “​ເວລາ​ສຳ​ຫລັບ
​ສັນຕິພາບ ການ​ສະທ້ອນຄືນ ​ແລະ ຄວາມ​ປອງ​ດອງ
ສາມັກຄີ.”
ເດືອນ Ramadan ​ຈະເລີ້ມ​ຂຶ້ນ ​ພາຍໃນທ້າຍ​
ອາທິດ​ນີ້.

ທ່ານ​ບານ ກ່າວ​ຢູ່​ທີ່ນະຄອນ Geneva ບ່ອນ​ທີ່ ທ່ານ Ismail
Ould Cheick Ahmed ​ທູດ​ພິ​ເສດ​ຮັບຜິດຊອບເລື້ອງເຢ​ເມນ
ຂອງ​ທ່ານ ​ມີ​ກຳນົດ​ຈະ​ທຳການພົບປະ​ຕ່າງຫາກ ກັບ​ຄະນະ​ຜູ້ຕາງ​ໜ້າລັດຖະບານ ປະທາ ນາທິບໍດີ Abb Rabbu Mansour Hadi ທີ່​ລີ້​ໄພ​ຢູ່ໃນ​ຕ່າງປະ​ເທດ ​ແລະພວກ​ກະບົດ
Houthi ຜູ້ທີ່​ຍຶດຄອງ ນະຄອນຫຼວງ​ເຢ​ເມັນ ຢູ່​ນັ້ນ.

ທ່ານ​ບານ ກ່າວວ່າ “ມື້​ນີ້ ຄວາມ​ຢູ່​ລອດ​ຂອງ​ເຢ​ເມັນ ​ແມ່ນຕົກຢູ່ໃນສະ ພາບທີ່ບໍ່
ແນ່ນອນ ​ໃນ​ຂະນະ​ທີ່​ພັກ​ຝ່າຍ​ຕ່າງໆຜິດ​ຖຽງກັນຢູ່​ນັ້ນ ເຢ​ເມັນ ກໍຖືກ​ເຜົາ​ໄໝ້.”

ການ​ເຈ​ລາ​ຈາ​ສັນຕິພາບ ​ແມ່ນ​ຄວາມ​ພະຍາຍາມຄັ້ງທຳ​ອິດ ​ທາງ​ດ້ານ​ການ​ທູດ​ ເພື່ອ​ແກ້​
ບັນຫາ​ຂັດ​ແຍ້​ງ ນັບ​ຕັ້ງ​ແຕ່ຄວາມຮຸນແຮງໄດ້​ທະວີ​ຂຶ້ນ ​ເມື່ອສາມ​ເດືອນຜ່ານ​ມາ​ ​ກາຍເປັນ
ຄວາມເປັນທຳໃນຂົງ​ເຂດ ​ແຕ່​ການ​ເຈລະຈາ​ດັ່ງກ່າວ ​ແມ່ນ​ຄາດ​ກັນ​ວ່າ ຈະ​ບໍ່​ເປັນການ​
ປະຊຸມ ​ແບບ ເຊິ່ງໜ້າ.

​ໂຄສົກ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ahmad Fawzi ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ
ຄວາມ​ຫວັງ​ກໍແມ່ນ ອັນ​ທີ່​ເອີ້ນວ່າ “ການ​ເຈລະຈາ​ແບບໃກ້​ຄຽງ” ຊຶ່ງຈະ​ໄດ້ຮັບການ
ພັດທະນາ ໃຫ້ກາຍເປັນການ​ເຈລະຈາ​ແບບເຊິ່ງໜ້າ.

ທ່ານ ບານ ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ ​ເຂົ້າຮ່ວມຂັ້ນຕອນດັ່ງກ່າວ​ໂດຍບໍ່​ຕັ້ງເງື່ອນ​ໄຂ​
ລ່ວງໜ້າ ​ແລະ ກ່າວ​ວ່າ ທ່ານຫວັງ​ວ່າ​ ກອງປະຊຸມ​ ຈະ​ເລີ້ມ​ໃຫ້ມີການໂອນອຳນາດ​ທາງ​
ດ້ານການ​ເມືອງ ຢ່າງ​ສັນຕິ​ໃນ​ເຢ​ເມັນຄືນອີກ. ທ່ານ ກ່າວ​ໃນຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ວ່າ ​
ຄະນະ​ຜູ້​ຕາງໜ້າ ກຸ່ມ Houthi ​ແມ່ນ​ໄປຮອດ​ກອງ​ປະຊຸມ​ຊ້າ ​ແຕ່​ຄາດ​ວ່າ​ ຈະ​ໄປ​ເຖິງ​
ພາຍໃນມື້ນີ້.

Your browser doesn’t support HTML5

Yemen Talks