ປະທານາທິບໍດີ Saleh ເດີນທາງກັບຄືນ ສູ່ເຢເມນແລ້ວ

  • ໄພສານ ວໍຣະຈັກ

ພວກສະໜັບສະໜຸນປະທານາທິບໍດີເຢເມນ ທ່ານ Ali Abduallah Saleh ຖືຮູບແລະຮ້ອງຄຳຂວັນຊົມເຊີຍທ່ານ ໃນລະຫວ່າງການໂຮມຊຸມນຸມ ສະເຫຼີມສະຫຼອງການກັບຄືນ ສູ່ນະຄອນຫຼວງ Sanaa ຂອງທ່ານ (23 ກັນຍາ 2011)

ປະທານາທິບໍດີເຢເມນທ່ານ Ali Abdullah Saleh ໄດ້ເດີນທາງກັບຄືນປະເທດແລ້ວຫຼັງ
ຈາກໄດ້ພັກຟື້ນຈາກການພະຍາຍາມລອບສັງຫານເປັນເວລາເດືອນຢູ່ທີ່ Saudi Arabia.

ໂທລະພາບຂອງເຢເມນລາຍງານວ່າ ປະທານາທິບໍດີ Saleh ໄດ້ເດີນທາງກັບຄືນປະເທດ
ໃນວັນສຸກມື້ນີ້ຈາກນະຄອນຫຼວງຣິຢາດຂອງ Saudi Arabia ບ່ອນທີ່ທ່ານໄດ້ໄປຮັບການ ປິ່ນປົວບາດແຜທີ່ຖືກໄຟໄໝ້ໃນລະຫວ່າງການໂຈມຕີດ້ວຍລະເບີດ ຕໍ່ທຳນຽບປະທານາທິບໍ
ດີທີ່ນະຄອນຫຼວງ Sana’a ໃນເດືອນມິຖຸນາຜ່ານມາ.

ການເດີນທາງກັບຄືນປະເທດຂອງທ່ານ ມີຂຶ້ນໃນຂະນະທີ່ການສູ້ລົບ ລະຫວ່າງກຳລັງທີ່ນິ
ຍົມແລະຕໍ່ຕ້ານລັດຖະບານຍັງດຳເນີນຢູ່ຕໍ່ມາເປັນມື້ທີ 6 ລຽນຕິດຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ
ແລ້ວເກືອບ 100 ຄົນນັບແຕ່ມື້ວັນອາທິດເປັນຕົ້ນມາ.

ທ່ານ Saleh ບໍ່ຍອມສະລະອຳນາດທັງໆທີ່ໄດ້ມີການປະທ້ວງມາໄດ້ 8 ເດືອນແລ້ວຊຶ່ງມີ
ປະຊາຊົນຈຳນວນຫຼາຍພັນຄົນ ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງ ຮຽກຮ້ອງໃຫ້
ການປົກຄອງເປັນເວລາ 33 ປີຂອງທ່ານສິ້ນສຸດລົງ.

ໃນອາທິດນີ້ ສະພາການຮ່ວມມືໃນເຂດອ່າວເປີເຊຍ ທີ່ມີສະມາຊິກ 6 ປະເທດໄດ້ພົບປະ
ກັບຮອງປະທານາທິບໍດີເຢເມນທ່ານ Abed Rabbo Mansour Hadi ທີ່ນະຄອນຫຼວງ
Sana’a ໃນຄວາມພະຍາຍາມເພື່ອຮື້ຟື້ນແຜນການ ທີ່ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ມາ
ເປັນເວລາດົນນານແລ້ວນັ້ນທີ່ຮຽກຮ້ອງໃຫ້ປະທານາທິບໍດີ Saleh ມອບອຳນາດໃຫ້ຜູ້ຮອງ
ຂອງທ່ານ.

ທ່ານ Saleh ໄດ້ຕົກລົງຮັບເອົາຂໍ້ສະເໜີດັ່ງກ່າວມາໄດ້ 3 ເທື່ອແລ້ວນັບແຕ່ເດືອນເມສາ
ເປັນຕົ້ນມາ ແຕ່ແນວໃດກໍຕາມໃນແຕ່ລະເທື່ອນັ້ນທ່ານໄດ້ປ່ຽນໃຈກ່ອນທີ່ຈະມີການລົງນາມ
ໃນຂໍ້ຕົກລົງ.