ຜູ້ທີ່ເຫັນເຫດການໃນພາກໃຕ້ຂອງເຢເມນກ່າວວ່າ ພວກ
ກໍາລັງຮັກສາຄວາມປອດໄພໄດ້ຍິງປືນໃສ່ພວກປະທ້ວງຝ່າຍ
ຄ້ານຢູ່ໃນເມືອງ Taiz ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 20
ຄົນ.
ພວກເຫັນເຫດການເວົ້າຕື່ມວ່າ ພວກກໍາລັງທີ່ຈົງຮັກພັກດີ
ຕໍ່ປະທານາທິ ບໍດີ Ali Abdullah Saleh ໄດ້ບຸກລຸກເຂົ້າ
ໄປໃນຄ້າຍພວກປະທ້ວງແຫ່ງນຶ່ງໃນວັນຈັນມື້ນີ້ ໃນຂະນະ
ທີ່ລັດຖະບານສືບຕໍ່ທໍາການປາບປາມພວກປະທ້ວງ ທີ່ຮຽກ
ຮ້ອງໃຫ້ທ່ານຊາເລ ລາອອກນັ້ນ.
ວັນອາທິດວານນີ້ ພວກປະທ້ວງຫລາຍຄົນໄດ້ເສຍຊີວິດແລະອີກຫລາຍສິບຄົນໄດ້ຮັບບາດ
ເຈັບທີ່ເມືອງ Taiz ເວລາພວກກໍາລັງຮັກສາຄວາມປອດໄພແລະພວກມືປືນທີ່ໃສ່ຊຸດພົນລະ
ເຮືອນ ເປີດສາກຍິງໃສ່ບ່ອນໂຮມຊຸມນຸມປະທ້ວງແຫ່ງນຶ່ງຂອງຝ່າຍຄ້ານ.
ໃນຂະນະດຽວກັນ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງກ່າວໃນວັນຈັນມື້ນີ້ວ່າ ທະຫານ 4
ຄົນເສຍຊີວິດແລະຢ່າງໜ້ອຍ 7 ຄົນຕື່ມອິກໄດ້ຮັບບາດເຈັບໃນການໂຈມຕີຢູ່ໃກ້ໆກັບເມືອງ
Zinjibar ເມືອງໃຫຍ່ອັນດັບ 3 ຂອງເຢເມນ. ເວລານີ້ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າແມ່ນໃຜ
ເປັນຜູ້ຮັບຜິດຊອບການໂຈມຕີຄັ້ງນີ້.
ຊາວເມືອງ Zinjibar ຊຶ່ງເປັນເມືອງເອກຂອງແຂວງ Abyan ນັ້ນ ກ່າວໃນວັນຈັນມື້ນີ້ວ່າ
ຝູງເຮືອບິນລົບຂອງກອງທັບເຢເມັນໄດ້ທໍາການໂຈມຕີຕໍ່ພວກຫົວຕໍ່ສູ້ຊາວມຸສລິມຫລາຍ
ຮ້ອຍຄົນທີ່ໄດ້ເຂົ້າຍຶດເອົາເມືອງນັ້ນໃນວັນອາທິດວານນີ້ ແລະເພີ່ມການຄວບຄຸມຂອງພວກ
ເຂົາຂຶ້ນ ໃນຂະນະທີ່ພວກນາຍພົນທີ່ຄັດຄ້ານລັດຖະບານກ່າວຫາປະທານາທິບໍດີ ຊາເລ ວ່າ
ຍອມປ່ອຍໃຫ້ພວກກໍ່ການຮ້າຍເຂົ້າຍຶດເອົາແຂວງ Abyan.