ປະທານາທິບໍດີ ຂອງ ເຢເມນ ເດີນທາງກັບຄືນ ຢ້ຽມຢາມ ປະເທດ ຕົນເອງ

ຊາຍຊົນເຜົ່າຕິດອາວຸດຂອງ ເຢເມນ ຈາກຄະນະກຳມະການການຕໍ່ຕ້ານທີ່ມີຊື່ສຽງ, ສະໜັບສະໜູນກຳລັງທະຫານຕໍ່ປະທານາທິບໍດີ ຊື່ສັດຕໍ່ Abedrabbo Mansour Hadi ທີ່ຫຼົບໜີອອກຈາກປະເທດ ເຊິ່ງໜູນຫຼັງໂດຍ ຊາອຸດີອາເຣເບຍ

ປະທານາທິບໍດີ ເຢເມນ ທ່ານ Abdu Rabbu Hadi Mansour ໄດ້ເດີນທາງກັບສູ່ປະເທດຂອງທ່ານເປັນເທື່ອທີ່ສອງໃນວັນອັງ ຄານ ມື້ນີ້ນັບຕັ້ງແຕ່ພວກນັກຮົບ Houthi ໄດ້ບັງຄັບໃຫ້ທ່ານໜີ ອອກໄປປະເທດ ຊາອຸດີອາເຣເບຍ ທີ່ເປັນພັນທະມິດກັນໃນເດືອນ ມີນາ ທີ່ຜ່ານມາ.

ທ່ານ Hadi ໄດ້ເດີນທາງຮອດເມືອງທ່າເຮືອ Aden ຢູ່ທາງພາກໃຕ້ ຂອງປະເທດ ເຊິ່ງກໍຍັງເປັນບ່ອນທີ່ທ່ານໄດ້ທຳການຢ້ຽມຢາມເວລາ ສັ້ນໃນທ້າຍເດືອນກັນຍາທີ່ຜ່ານມາ.

ພວກ Houthi ໄດ້ຍຶດເອົາເມືອງ Aden ເມື່ອ 8 ເດືອນທີ່ຜ່ານມາຫຼັງ ຈາກໄດ້ຖືກຜັກດັນລົງໄປ ພາກໃຕ້ຈາກ ນະຄອນຫຼວງ​ Sana’a. ແຕ່ວ່າການຕໍ່ສູ້ຂອງພວກ ເຂົາເຈົ້າໄດ້ນຳເອົາການໂຈມ ຕີທາງອາກາດຈາກພັນທະມິດນຳໜ້າໂດຍ ຊາອຸດີອາເຣເບຍ ແລະ ການຕໍ່ສູ້ຢູ່ເທິງພື້ນດິນຈາກ ທະຫານສະໜັບສະໜູນລັດຖະບານ ເຊິ່ງຕໍ່ມາໄດ້ຜັກດັນ ພວກ Houthi ອອກຈາກເມືອງດັ່ງ ກ່າວໄປ.

ໃນສອງສາມສັບປະດາທີ່ຜ່ານມາ, ສະມາຊິກຄົນອື່ນໆຂອງລັດຖະບານຂອງທ່ານ Hadi ໄດ້ ທຳການປະຕິບັດການຢູ່ນອກເມືອງ Aden, ແຕ່ທ່ານ Hadi ສ່ວຍຫຼາຍຍັງລີ້ໄພຢູ່ໃນປະເທດ ຊາອຸດີອາເຣເບຍ ໃນຂະນະທີ່ພັນທະມິດສືບຕໍ່ການຕໍ່ສູ້ກັບພວກ Houthi.

ການສູ້ຮົບກັນນີ້ ໄດ້ຂ້າປະຊາຊົນຫຼາຍພັນຄົນ, ຫຼາຍຄົນແມ່ນພົນລະເຮືອນ,​ແລະ ໄດ້ນຳໄປສູ່ ສິ່ງທີ່ອົງການສະຫະປະຊາຊາດເອີ້ນວ່າ ວິກິດການດ້ານມະນຸດສະທຳໃນປະເທດ.

ປະທານາທິບໍດີ ເຢເມນ ທ່ານ Abdu-Rabbu Mansour Hadi ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ Khartoum