ຝ່າຍຄ້ານ ໃນເຢເມນ ປະກາດທີ່ຈະເຂົ້າຮ່ວມ ການເຈລະຈາສັນຕິພາບ

ພວກນັກລົບ Shi'ite ຮູ້ກັນໃນອີກຊື່ນຶ່ງວ່າ Houthis ນັ້ນ ພາກັນຂີ່ລົດລາດຕະເວນ ໃນຂະນະທີ່ເຂົາເຈົ້າຮ້ອງໂຮ ສະແດງການສະໜັບສະໜູນ ຂະບວນການ Houthis.

ບັນດາ​ຜູ້ຕາງໜ້າ​ຂອງ​ກຸ່ມ​ກະບົດ Houthis ໃນ​ເຢ​ເມນແລະ​ພັນທະ​ມິດ​ເຂົາ​ເຈົ້າບັດ​ນີ້​ກ່າວ​ວ່າ ​ເຂົາເຈົ້າ​ຈະເຂົ້າຮ່ວມ​ການ​ເຈລະຈາ​ສັນຕິພາບ ທີ່​ໄດ້​ຮັບ​ການ​ໄກ່​ເກ່ຍ​ໂດຍອົງການ​ສະ ຫະ​ປະຊາ​ຊາດ ທີ່ Kuwait ຫຼັງ​ຈາກບໍ່​ຍອມເຂົ້າຮ່ວມ​ການ​ເຈລະ​ຈາ​ດັ່ງກ່າວ ​ເພື່ອ​ປະ​ທ້ວງ ຕໍ່​ການ​ກ່າວ​ຫາ​ກ່ຽວ​ກັບ​ການລະ​ເມີດ​ການ​ຢຸດ​ຍິງ​ໂດຍ​ກຳລັງ​ສະໜັບສະໜູນ​ລັດຖະບານ.

ບັນດາ​ຜູ້ຕາງໜ້າທັງ​ຂອງ​ພວກ​ກະບົດ Houthis ​ແລະ​ພັກຂອງ​ອະດີດປະທານາທິບໍດີ Ali Abdullah Saleh ​ທີ່​ໜູນ​ຫລັງ Houthis ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະເດີນທາງ​ໄປເຖິງ Kuwait ​ໃນ​ວັນ​ພຸດ​ມື້​ນີ້ ຫລື​ວັນ​ພະຫັດ​ມື້​ອຶ່ນ.

ສະຫະ​ປະຊາ​ຊາດ​ໄດ້​ພະຍາຍາມ​ທີ່​ຈະ​ເລີ້ມເປີດ​ການເຈລະຈາ​ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ແຕ່ ​ກໍ​ໄດ້​ເລື່ອນ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການຍ້ອນ​ມີ​ພຽງແຕ່​ຜູ້ຕາງໜ້າ​ລັດຖະບານ​ໄດ້​ປາ ກົດ​ໂຕ​ໄປ​ຮ່ວມ.

aຫລັງ​ຈາກ​ໄດ້​ປະກາດເລື່ອນ​ເວລາ​ແລ້ວ ທູດ​ສະຫະ​ປະຊາ​ຊາດ ທ່ານ Ismail Ould Cheikh Ahmed ກໍ​ໄດ້​ຂອບ​ໃຈ​ລັດຖະບານ “ຕໍ່​ຄວາມໝັ້ນ​ໝາຍ’ ​ແລະ​ໄດ້​ກ່າວ​ວ່າ ທ່ານ​ມີຄາມ​ຫວັງວ່າ ພວກ​ກະບົດ Houthis ຄົງຈະ​ບໍ່ພາດ​ໂອກາດໃນ​ການທີ່​ຈະ​ເຮັດ​ໃຫ້ຄວາມ​ຮຸນ​ແຮງ​ໃນ Yemen ສິ້ນສຸດ​ລົງ.

​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້ ທຸກ​ພັກ​ຝ່​າຍ​ ທີ​ການເຈລະຈາ​ກັນ​ດ້ວ​ຍຄວາມ​ຈິງໃຈ ​ແລະ​ເລີ້​ມການ​ສົນທະນາ​ໂດຍປາ​ສະ​ຈາກ​ການ​ຊັກ​ຊ້າ​ໃດໆ.

​ໂຄສົກ​ທ່ານ Ban ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ມີ​ຄວາມ​ໝັ້ນ​ໃຈວ່າການຍາດເອົາ​ໂອ​ກາດນີ້ເພື່ອສ້າງ​ຄວາມ​ກ້າວໜ້າໃຫ້​ແກ່​ຂັ້ນຕອນທີ່ຈະ ​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ຄ້າງ​ຄາ​ຢູ່​ນັ້ນ​ແລະ​ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງທີ່​ແກ່ຍາວມານັ້ນປິດ​ສາກ​ລົງ​. ປະຊາຊົນຊາວ​ເຢ​ເມນ ​ແລະຢູ່​ໃນ​ຂົງ​ເຂດ ​ຄວນ​ໄດ້​ຮັບ​ໃນ​ສິ່ງທີ່​ບໍ່​ຕໍ່າໄປກວ່ານີ້.”

ພວກ​ກະບົດ Housthis ​ໄດ້​ເຂົ້າ​ຍຶດ​ເອົານະຄອນຫຼວງ​ Sana’a ຂອງເຢ​ເມນ​ໃນ​ເດືອນ​ກັນຍາປີ 2014 ​ແລະ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້ ໄດ້​ເລີ້ມບຸກໂຈມ​ຕີ ໄປ​ຍັງພາກ​ໃຕ້ ຂອງ ​ປະເທດ ທີ່​ໄດ້​ເຮັດ​ໃຫ້ປະທານາທິບໍດີ Abdu Rabu Mansour Hadi ຕ້ອງຫຼົບໜີ​ເຂົ້າ​ ໄປ​ຢູ່ Saudi Arabia. Saudi ​ໄດ້​ຕອບ​ໂຕ້​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ປ້ອງ​ກັນ​ລັດຖະບານທ່ານ Hadi.

ບັນຫາ​ຂັດແຍ້​ງນີ້​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 6,400 ຄົນ ​ແລະ​ໄດ້​ກໍ່​ໃຫ້​ເກີດ​ໄພ ພິບັດດ້ານ​ມະນຸດ​ສະ​ທຳ​ຢູ່ໃນ​ເຢ​ເມນ.

ອ່ານຂ່າວພາສາອັງກິດ