ເຢເມນປະກາດຈັບ ຜູ້ນຳຊົນເຜົ່າຝ່າຍຄ້ານ

  • ໄພສານ ວໍຣະຈັກ

ທະຫານເຢເມນທີ່ປະຈຳການໃກ້ໆຈະຕຸລັດແຫ່ງນຶ່ງ ໃນນະຄອນຫຼວງ Sanaa ບ່ອນທີ່ພວກປະທ້ວງຮຽກຮ້ອງໃຫ້ ປະທານາທິບໍດີ Ali Abdullah Saleh ລາອອກນັ້ນ (26 ພຶດສະພາ 2011)

ປະທານາທິບໍດີເຢເມນ ທ່ານ Ali Abdullah Saleh
ໄດ້ສັ່ງໃຫ້ຈັບກຸມຫົວໜ້າຊົນເຜົ່າຝ່າຍຄ້ານຄົນນຶ່ງທີ່ພວກ
ສະໜັບສະໜຸນຜູ້ກ່ຽວ ໄດ້ປະທະກັນ ກັບກຳລັງຮັກສາ
ຄວາມສະຫງົບຂອງລັດຖະບານ ເລີ່ມແຕ່ມື້ວັນຈັນ ເປັນ
ຕົ້ນມາ.

ກະຊວງປ້ອງກັນປະເທດເຢເມນ ໄດ້ປະກາດກ່ຽວກັບຄຳ
ສັ່ງໃຫ້ຈັບ Sheikh Sadig al-Ahmar ໃນວັນພະຫັດ
ມື້ນີ້ ຂະນະທີ່ພວກຈົງຮັກພັກດີ ຕໍ່ຫົວໜ້າເຜົ່າ Hashid
ຍັງສືບຕໍ່ທຳການສູ້ລົບ ກັບກຳລັງຂອງເຢເມນ ທີ່ນະຄອນ
ຫຼວງ Sana’a.

ໃນການໃຫ້ສຳພາດແກ່ຕາໜ່າງໂທລະພາບ Al Jazeera ນັ້ນທ່ານ Ahmar ໄດ້ກ່າວຫາ
ປະທານາທິບໍດີ Saleh ວ່າ ແກ່ດຶງເອົາເຢເມນເຂົ້າສູ່ສົງຄາມກາງເມືອງ. ທ່ານໄດ້ຮຽກຮ້ອງ
ໃຫ້ບັນດາປະເທດອາຣັບອື່ນໆກົດດັນໃຫ້ທ່ານ Saleh ລາອອກ.

ລາຍງານຂ່າວຂອງປະເທດຕາເວັນຕົກໄດ້ອ້າງຄຳເວົ້າຈາກແຫຼ່ງຂ່າວລັດຖະບານແລະພວກທີ່
ເຫັນເຫດການທີ່ກ່າວວ່າ ມີຢ່າງນ້ອຍ 24 ຄົນເສຍຊີວິດໃນການສູ້ລົບກັນ ໃນຕອນແລງວັນ
ພຸດແລະຕອນເຊົ້າວັນພະຫັດມື້ນີ້. ມີທະຫານແລະພວກຊົນເຜົ່າຈຳນວນນຶ່ງ ໄດ້ເສຍຊີວິດໃນ
ຄວາມວຸ້ນວາຍ ທີ່ເລີ່ມມາແຕ່ຕົ້ນອາທິດນີ້.

ໃນອີກດ້ານນຶ່ງນັ້ນກະຊວງປ້ອງກັນປະເທດຂອງເຢເມນ ກ່າວວ່າ ມີ 28 ຄົນເສຍຊີວິດໃນ
ເຫດລະເບີດທີ່ຄັງອາວຸດ ໃນນະຄອນຫຼວງ Sana’a. ແຕ່ອົງການຂ່າວເອພີ ລາຍງານວ່າ
ພວກນັກເຄື່ອນໄຫວຝ່າຍຄ້ານ ໄດ້ໂຕ້ແຍ້ງກ່ຽວກັບລາຍງານຂ່າວຂອງລັດຖະບານແລະເວົ້າ
ວ່າ ການເສຍຊີວິດເຫຼົ່ານີ້​ ເກີດ​ຂຶ້ນຍ້ອນການຍິງປືນໃຫຍ່ໂຈມຕີຢ່າງໜັກ ຂອງລັດຖະບານ
ໃສ່ຄຸ້ມປະຊາຊົນອາໄສຢູ່ຄຸ້ມນຶ່ງ.

ໃນຕອນເຊົ້າວັນພະຫັດມື້ນີ້ພວກທີ່ເຫັນເຫດການລາຍງານວ່າ ໄດ້ມີການຍິງປືນໃຫຍ່ໂຈມ
ຕີຢ່າງໜັກແລະສຽງລະເບີດຢ່າງແຮງດັງຂຶ້ນທີ່ນະຄອນຫຼວງ Sana’a. ພວກທີ່ເຫັນເຫດ
ການຍັງເວົ້າອີກວ່າ ມີໄຟຟ້າມອດເປັນໄລຍະໆແລະພວກນັກລົບຝ່າຍຄ້ານໄດ້ເຂົ້າຢຶດເອົາ
ຕຶກໂຮງການລັດຖະບານຫຼາຍໆຫຼັງ ຮວມທັງ ຕຶກສຳນັກງານອົງການຂ່າວ Saba ຂອງ
ທາງການເຢເມນ.

ໃນວັນພຸດວານນີ້ມີປະຊາຊົນຈຳນວນນຶ່ງໄດ້ພາກັນຫຼົບໜີໂດຍທາງລົດ ອອກຈາກນະຄອນ
ຫຼວງຂອງເຢເມນ.

ກະຊວງການຕ່າງປະເທດສະຫະລັດ ໄດ້ສັ່ງໃຫ້ພວກນັກການທູດທີ່ບໍ່ຈຳເປັນແລະສະມາຊິກ
ຄອບຄົວພະນັກງານສະຖານທູດ ເດີນທາງອອກຈາກເຢເມນ​ໂດຍ​ກ່າວວ່າ ໄພຂົ່ມຂູ່ກ່ຽວກັບ
ເລື່ອງຄວາມປອດໄພຢູ່ເຢເມນ ແມ່ນສູງຫຼາຍ ຍ້ອນກິດຈະກຳຂອງພວກກໍ່ການຮ້າຍ ແລະ
ຄວາມວຸ້ນວາຍຢູ່ໃນປະເທດດັ່ງກ່າວ.