ເຢເມນຈະຈັດການລົງປະຊາມະຕິ ໃນປີນີ້

  • ໄພສານ ວໍຣະຈັກ

ປະທານາທິບໍດີເຢເມນ ທ່ານ Ali Adullah Saleh ກ່າວຕໍ່ພວກສະໜັບສະໜຸນ ໃນລະຫວ່າງການໂຮມຊຸມນຸມ ທີສະໜາມກິລາແຫ່ງຊາດ ນະຄອນຫຼວງ Sanaa (10 ມີນາ 2011)

ປະທານາທິບໍດີເຢເມນ ທ່ານ Ali Abdullah Saleh ​
ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈັດໃຫ້ມີການລົງປະຊາມະ
ຕິ ເພື່ອຮັບເອົາລັດຖະທຳມະນູນສະບັບໃໝ່ ທີ່ຈະໃຫ້
ການຄໍ້າປະກັນໃນການປົກຄອງໂດຍສະພາແຫ່ງຊາດ.

ທ່ານ Saleh ກ່າວໃນຄຳປາໄສທາງໂທລະພາບໃນວັນ
ພະຫັດມື້ນີ້ວ່າ ລັດຖະທຳມະນູນສະບັບໃໝ່ຈະຄໍ້າປະກັນ
ກ່ຽວກັບການແຍກອຳນາດລະຫວ່າງຝ່າຍນິຕິບັນຢັດແລະ
ບໍລິຫານທ່ານກ່າວຕື່ມວ່າເຢເມນຈະຈັດໃຫ້ມີການລົງປະ
ຊາມະຕິພາຍໃນທ້າຍປີນີ້.

ການໃຫ້ຄຳໝັ້ນສັນຍາດັ່ງກ່າວ ຂອງປະທານາທິບໍດີ
Saleh ແມ່ນເປັນການສະໜອງຕອບ ຕໍ່ຄວາມຮຽກ
ຮ້ອງຕ້ອງການທີ່ສຳຄັນຂອງພວກປະທ້ວງຕໍ່ຕ້ານລັດ
ຖະບານ ທີ່ໄດ້ທວງ​ເອົາ​ສິດທິ​ ໃນການປະກອບສ່ວນ
ຫຼາຍຂຶ້ນໃນລັດຖະບານ ຊຶ່ງສ່ວນໃຫຍ່ແລ້ວ ​ແມ່ນນຳ
ພາໂດຍພັນທະມິດທີ່ໃກ້ຊິດຂອງທ່ານ Saleh ນັ້ນ. ພວກນັກເຄື່ອນໄຫວກ່າວວ່າພວກ
ເຂົາເຈົ້າບໍ່ພໍໃຈກ່ຽວກັບການສໍ້ລາດບັງຫຼວງຢ່າງແຜ່ກວ້າງ ແລະອັດຕາຄົນຫວ່າງງານທີ່
ມີເພີ່ມຂຶ້ນຊຶ່ງຢູ່ໃນລະດັບ 35% ຫຼືສູງກວ່ານັ້ນ.

ພວກປະທ້ວງທີ່ມີຄວາມໂກດແຄ້ນ ຍ້ອນການບຸກເຂົ້າ​ໄປຂອງກໍາລັງ​ຂອງລັດຖະບານໃນ
ມື້ວັນອັງຄານຜ່ານມາທີ່ເປັນເຫດໃຫ້ມີຜູ້ເສຍຊີວິດນຶ່ງຄົນແລະໄດ້ຮັບບາດເຈັບອີກຫຼາຍໆ
ຄົນນັ້ນໄດ້ພາກັນຕັ້ງຄ້າຍຕູບຜາໃບຂຶ້ນໃນວັນພຸດວານນີ້ ຢູ່ໃນບໍລິເວນມະຫາວິທະຍາໄລ
Sana’a.

ພວກປະທ້ວງສັນຍາວ່າ ຈະສືບຕໍ່ການນັ່ງປະທ້ວງຂອງພວກເຂົາເຈົ້າຕໍ່​ໄປ ຈົນ​ກ່ວາຈະສາ
ມາດໂຄ່ນລົ້ມການປົກຄອງມາເປັນເວລາ 32 ປີ ຂອງປະທານາທິບໍດີ Saleh ລົງໄດ້.