ການກັບຄືນປະເທດ ຂອງປະທານາທິບໍດີເຢເມນ ຍັງບໍ່ແນ່ນອນເທື່ອ

  • ໄພສານ ວໍຣະຈັກ

ຮອງປະທານາທິບໍດີເຢເມນ ທ່ານ Abed Rabbo Mansour Hadi

ຜູ້ຮັກສາການຜູ້ນຳຂອງເຢເມນກ່າວວ່າ ປະທານາທິບໍດີ Ali Abdullah Saleh ໄດ້ຮັບບາດ
ເຈັບສາຫັດ ໃນການໂຈມຕີຕໍ່ທຳນຽບປະທານາທິບໍດີໃນຕົ້ນເດືອນນີ້ ຊຶ່ງເຮັດໃຫ້ຍັງບໍ່ທັນເປັນ ທີ່ແນ່ນອນເທື່ອວ່າເວລາໃດທ່ານຈຶ່ງຈະສາມາດເດີນທາງກັບຄືນ​ປະ​ເທດໄດ້ ຈາກຊາອຸດີອາຣາ
ເບຍ ບ່ອນທີ່ທ່ານພວມຮັບການປິ່ນປົວຢູ່ໃນເວລານີ້.

ຮອງປະທານາທິບໍດີ Abed Rabbo Mansour Hadi ກ່າວຕໍ່ໂທລະພາບ CNN ໃນວັນ
ພຸດວານນີ້ວ່າ ທ່ານໄດ້ພົບກັບປະທານາທິບໍດີ Saleh ຫຼັງຈາກການໂຈມຕີດ້ວຍລະເບີດຕໍ່​
ທໍານຽບປະທານາທິບໍດີແລະ​ເຫັນ​ວ່າ ທ່ານ Saleh ໄດ້ຖືກທ່ອນໄມ້ສຽບໜ້າເອິກແລະໜ້າ
ຕາ ແຂນແລະສ່ວນເທິງຂອງຮ່າງກາຍທ່ານໄດ້ຖືກໄຟໄໝ້.

ທ່ານກ່າວວ່າ ອາດຈະໃຊ້ເວລາຫຼາຍໆເດືອນ ກ່ອນທີ່ທ່ານ Saleh ຈະກັບຄືນປະເທດໄດ້
ແລະນັ້ນກໍຈະຕ້ອງຂຶ້ນກັບການຕັດສິນໃຈຂອງນາຍໝໍຂອງທ່ານ.

ໃນຕອນເຊົ້າຂອງວັນພຸດວານນີ້ຜູ້ນຳຊົ່ວຄາວຂອງເຢເມນໄດ້ສັ່ງໃຫ້ຜູ້ຮອງຂອງທ່ານເປີດການ
ເຈລະຈາກັບກຸ່ມການເມືອງຝ່າຍຄ້ານກ່ຽວກັບແຜນການຂອງຂົງເຂດໃນການໂອນອຳນາດນັ້ນ.
ແຕ່ກຸ່ມແນວໂຮມທີ່ສຳຄັນຂອງພັກຝ່າຍຄ້ານໃນເຢເມນ ບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ການປະ
ກາດດັ່ງກ່າວນີ້.