ເຮືອບິນເຢເມນໂຈມຕີທີ່ຕັ້ງ ພວກມຸສລິມຫົວຮຸນແຮງ

  • ໄພສານ ວໍຣະຈັກ

Xác bị phủ tro hóa thạch của một gia đình gồm hai người lớn và hai em nhỏ chết trong một góc tường ở Pompei sẽ được trưng bày trong một cuộc triển lãm sắp tới có tựa đề ‘Sống và chết tại Pompei và Herculaneum’ tại viện bảo tàng Anh ở trung tâm London.

ເຈົ້າໜ້າທີ່ເຢເມນກ່າວວ່າ ການໂຈມຕີທາງອາກາດຕໍ່ບ່ອນ
ທີ່ສົງໄສວ່າເປັນທີ່ຕັ້ງຂອງພວກມຸສລິມຫົວຮຸນແຮງໃນເຂດ
ພາກໃຕ້ຂອງປະເທດນັ້ນ ໄດ້ສັງຫານຢ່າງນ້ອຍ 3 ຄົນ.

ໃນເວລານີ້ຍັງ ບໍ່ມີລາຍລະອຽດຫຍັງຫຼາຍ ກ່ຽວກັບການ
ໂຈມຕີ ທີ່ມີຂຶ້ນໃກ້ໆກັບເມືອງ Jaar. ເຈົ້າໜ້າທີ່ທ່ານນຶ່ງ
ກ່າວຕໍ່ອົງການຂ່າວຝຣັ່ງວ່າການໂຈມຕີທີ່ວ່ານີ້ໄດ້ສັງຫານ
ຍາດພີ່ນ້ອງ 3 ຄົນ ຂອງຂອງສະມາຊິກກຸ່ມຫົວຮຸນແຮງ
ອາລກາຍດາ.

ໃນເດືອນແລ້ວນີ້ພວກທີ່ສົງໄສວ່າເປັນມືປືນຂອງກຸ່ມອາລ
ກາຍດາໄດ້ເຂົ້າຢຶດເອົາເມືອງ Zinjibar ທີ່ຕັ້ງຢູ່ໃກ້ຄຽງລຸນ
ຫຼັງທີ່ໄດ້ມີການສູ້ລົບກັນ ທີ່ເຮັດໃຫ້ທະຫານຈຳນວນນຶ່ງເສຍຊີວິດ. ແຕ່ພວກທະຫານທີ່
ຈົງຮັກພັກດີຕໍ່ປະທານາທິບໍດີ Ali Abdullah Saleh ໄດ້ໂຈມຕີຕອບໂຕ້ຄືນ ເພື່ອພະ ຍາຍາມຫາທາງເຂົ້າຄວບຄຸມເມືອງດັ່ງກ່າວ.

ໃນອີກດ້ານນຶ່ງນັ້ນ ພວກທີ່ສົງໄສວ່າເປັນພວກແບ່ງແຍກດິນແດນໃນພາກໃຕ້ເຢເມນ ໄດ້
ໂຈມຕີດ່ານກວດທະຫານແຫ່ງນຶ່ງຊຶ່ງເຮັດໃຫ້ທະຫານເຢເມນຢ່າງນ້ອຍ 3 ຄົນແລະພວກ
ຫົວຮຸນແຮງ 2 ຄົນເສຍຊີວິດໃນການປະທະກັນດັ່ງກ່າວ.

ການສູ້ລົບກັນຄືນໃໝ່ ໄດ້ມີຂຶ້ນຂະນະທີ່ເຢເມນ ພວມກຽມຮັບມືກັບການປະທ້ວງທັງຂອງ
ພວກສະໜັບສະໜຸນແລະພວກຕໍ່ຕ້ານການກຳອຳນາດຂອງປະທານາທິບໍດີ Saleh. ເຈົ້າ
ໜ້າທີ່ລາຍງານວ່າທ່ານ Saleh ໄດ້ຖືກຍ້າຍອອກຈາກຫ້ອງສຸກເສີນທີ່ໂຮງໝໍທະຫານໃນ
ຊາອຸດີອາຣາເບຍ ບ່ອນທີ່ທ່ານພວມຮັບການປິ່ນປົວບາດແຜທີ່ທ່ານໄດ້ຮັບຍ້ອນການໂຈມ
ຕີທີ່ທຳນຽບຂອງທ່ານໃນສັບປະດາແລ້ວ.

ເຈົ້າໜ້າທີ່ຊາອຸດີອາຣາເບຍແລະເຢເມນທີ່ນະຄອນ Riyadh ກ່າວໃນວັນພະຫັດວານນີ້ວ່າ
ອາການຂອງທ່ານ Saleh ມີຄວາມທຸ່ນທ່ຽງແລ້ວ ແລະທ່ານອາດຈະໄດ້ທຳການຮັບການ
ຜ່າຕັດເພື່ອສັນຍະກຳໃນອີກສອງສາມມື້ຂ້າງໜ້ານີ້.

ບໍ່ມີໃຜເຫັນຜູ້ນຳທີ່ພວມດີ້ນຮົນຕໍ່ສູ້ຂອງເຢເມນອີກ ນັບແຕ່ທ່ານໄດ້ຖືກສົ່ງໄປຮັບການປິ່ນ ປົວພະຍາບານທີ່ຊາອຸດີອາຣາເບຍ.