ການໂຈມຕີໂດຍຍົນບໍ່ມີຄົນຂັບ ຫຼື ໂດຣນ ທີ່ແນເປົ້າໝາຍ
ໃສ່ຄ້າຍເຝິກແອບຂອງກຸ່ມກໍ່ການຮ້າຍ al-Qaida ໃນເຂດ
ພູເຂົາທີ່ທຸລະກັນດານ ຢູ່ພາກໃຕ້ຂອງປະເທດເຢເມັນ ໃນ
ໄລຍະສອງມື້ຜ່ານມານີ້ ໄດ້ສັງຫານພວກຫົວຕໍ່ສູ້ ຫຼາຍກ່ວາ
30 ຄົນ.
ບັນດາເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງເຢເມັນ ກ່າວວ່າ
ພວກຫົວຕໍ່ສູ້ ຢ່າງໜ້ອຍ 25 ຄົນ ເສຍຊີວິດ ໃນວັນອາທິດ
ວານນີ້ ແລະອີກ 10 ຄົນ ພ້ອມກັບພົນລະເຮືອນ 3 ຄົນ ເສຍ
ຊີວິດ ໃນມື້ວັນເສົາ.
ພວກເຈົ້າໜ້າທີ່ບໍ່ໄດ້ບອກວ່າ ຝ່າຍໃດເປັນຜູ້ທຳການໂຈມຕີຄັ້ງນີ້.
ສະຫະລັດໄດ້ທຳການໂຈມຕີ ດ້ວຍຍົນໂດຣນມາເປັນປະຈຳ ຢູ່ໃນເຢເມັນ ຕໍ່ສາຂາຂອງ
ກຸ່ມ al-Qaida ຢູ່ທີ່ນັ້ນ ຊຶ່ງວໍຊິງຕັນຖືວ່າ ເປັນກຸ່ມທີ່ມີການເຄື່ອນໄຫວ ຢ່າງແຂງຂັນທີ່ສຸດ
ໃນໂລກ.
ສາຂາກຸ່ມ al-Qaida ໃນເຢເມັນ ທີ່ມີຊື່ວ່າ Al-Qaida ໃນແຫລມ ອາເຣເບຍ ໄດ້ຖືກ
ກ່າວໂທດວ່າ ວາງແຜນທຳການວາງລະເບີດ ໃສ່ຊາວອາເມຣິກັນຫຼາຍໆຄັ້ງ ທີ່ບໍ່ສຳ
ເລັດຜົນ ຊຶ່ງຮວມທັງຄວາມພະຍາຍາມຈະວາງລະເບີດ ເຮືອບິນໂດຍສານລຳນຶຶ່ງຂອງ
ສະຫະລັດ ໂດຍໃຊ້ວັດຖຸລະເບີດ ທີ່ເຊື່ອງໄວ້ຢູ່ໃນສົ້ງຊັ້ນໃນຂອງຜູ້ໂດຍສານຊາຍຄົນ
ນຶ່ງ ແລະອີກແຜນການນຶ່ງ ກໍແມ່ນ ເຊື່ອງວັດຖຸລະເບີດໄວ້ໃນ ກັບນ້ຳໝຶກເຄື່ອງພິມ
ເອກະສານ ທີ່ສົ່ງມາຍັງສະຫະລັດໂດຍທາງເຮືອບິນ ເພື່ອຈະລະເບີດເຮືອບິນ ລຳນັ້ນ.
ວີດີໂອ: ຫົວໜ້າກຸ່ມ al-Qaida ໃນເຢເມັນ ອອກມາປະກາດວ່າ ຈະໂຈມຕີ ປະເທດຕາເວັນຕົກ ໂດຍສະເພາະ ສະຫະລັດອາເມຣິກາ.

Your browser doesn’t support HTML5
Yemen al-Qaida VO