ສະຫະລັດ ກໍາລັງພິຈາລະນາ ການຂໍມາປິ່ນປົວຂອງ ປະທານາທິບໍດີເຢເມນ

  • ສິງ ບູຣົມມະວົງ

ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ກ່າວຕໍ່ນັກ ຂ່າວທີ່ທໍານຽບປະທານາທິບໍດີທີ່ນະຄອນ ຫລວງ ຊານາອາ. ວັນທີ 26 ທັນວາ 2011

ສະຫະລັດ​ກໍາລັງ​ພິຈາລະນາ​ວ່າ​ຈະອະນຸຍາດຫລື​ບໍ ​ໃຫ້​ປະທານາທິບໍດີ Ali Abdulla Saleh ​ແຫ່ງ​ເຢ​ເມນທີ່​ຈະ​ພົ້ນ​ຈາກອໍານາດ​ໄປ ​ເຂົ້າ​ມາ​ຮັກສາ​ປິ່ນປົວ​ຢູ່​ໃນ​ສະຫະລັດ​ ​ເພື່ອປົວ​ບາດ​ແຜ​ທີ່​ທ່ານ​ໄດ້​ຮັບ ໃນ​ການ ​ໂຈມ​ຕີ​ບັ້ນ​ນຶ່ງ​ຕໍ່​ທໍານຽບຂອງ​ທ່ານ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ​ນັ້ນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທໍານຽບຂອງ​ປະທານາ
ທິບໍດີ​ຊາ​ເລ ​ໄດ້​ຂໍ​ຮ້ອງຫວ່າງ​ໄວໆ​ຜ່ານ​ມາ​ນີ້

ເພື່ອ​ຢາກ​ໃຫ້​ສະຫະລັດ​ອະນຸຍາດ​ໃຫ້​ທ່ານ​ມາ​ຮັບ​ການ​ປິ່ນປົວ​ດັ່ງກ່າວ​ໃນ​ສະຫະລັດ ​ແຕ່​
ເຈົ້າ​ໜ້າ​ທີ່ສະຫະລັດ​ທ່ານ​ນີ້​ກ່າວ​ວ່າ ຄໍາ​ຂໍ​ຮ້ອງ​ດັ່ງກ່າວຈະ​ໄດ້​ຮັບ​ອະນຸມັດ​ສໍາລັບ​ເຫດຜົນ​
ທາງ​ດ້ານ​ການ​ແພດ​ເທົ່າ​ນັ້ນ.

ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທ່ານ​ຊາ​ເລ ກ່າວ​ວ່າ ທ່ານ​ຈະ​ເດີນທາງມາ​ຍັງ​ສະຫະລັດ​ເພື່ອ​ຜ່ອນ
ຄາຍ​ບັນຍາກາດລົງ​ໃນ​ເຢ​ເມນ ກ່ອນ​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​
ວັນ​ທີ 21 ກຸມພາ​ປີໜ້າ​ນີ້ ຊຶ່ງ​ບໍ່​ແມ່ນ​ເຫດຜົນ​ສຳລັບ​ການ​ປິ່ນປົວ​ດ້ານ​ການ​ແພດ ຊຶ່ງ​ທ່ານ
ໄດ້​ເວົ້າ​ຕື່ມ​ວ່າ ທ່ານ​ຈະ​ເດີນທາງ​ກັບ​ຄືນເຢ​ເມນ​ໃນ​ວັນ​ເວລາ​ທີ່​ບໍ່​ໄດ້​ກ່າວ​ຢ່າງ​ເຈາະ​ຈົງ​ໃຫ້​
ຊາບ ເພື່ອ​ເປັນ​ຜູ້​ຕາງໜ້າ​ໃຫ້​ພວກຝ່າຍ​ຄ້ານ.

ຜູ້​ນໍາ​ທີ່​ກໍາລັງ​ປະ​ເຊີນ​ກັບ​ບັນຫາ ​ໄດ້​ຕົກລົງ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ຍຸດ ຕິ​ການ​ຄອງ​ອໍານາດ
ຂອງ​ທ່ານ​ມາ​ເປັນ​ເວລາ 33 ປີ ທ່າມກາງ​ການ​ປະ​ທ້ວງຢ່າງ​ຮຸນ​ແຮງ​ຕາມ​ຖະໜົນ​ຫົນທາງ
ທີ່​ຮຽກຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ການ​ປະ​ທ້ວງ​ໄດ້​ດໍາ​ເນີນ​ຢູ່​ຕໍ່​ມາ​ໃນ​ເຢ​ເມນ ​ເຖິງ​ແມ່ນ​ມີ​ຂໍ້​ຕົກລົງ​ກັບ​ທ່ານຊາ​ເລ ທີ່​ຈະລາ
ອອກ​ຈາກ​ຕໍາ​ແໜ່​ງປະທານາທິບໍດີ​ກໍ​ຕາມ ​ແຕ່​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ທີ່​ນິຍົມ​
ລັດຖະບານ​ໄດ້​ເຂັ່ນຂ້າ​ພວກ​ປະ​ທ້ວງ 9 ຄົນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ຂະນະ​ທີ່​ພວກ​ເຂົາ​ເຈົ້າ
ຮຽກຮ້ອງ ໃຫ້​ມີ​ການ​ດໍາ​ເນີນ​ຄະດີ​ປະທານາທິບໍດີ​ໃນ​ຂໍ້​ຫາ​ຖານ ທໍາການ​ສັງຫານປະຊາ
ຊົນ​ຈໍານວນ​ຫລາຍ​ກວ່າ 1100 ຄົນ ​ນັບ​ແຕ່​ເດືອນ​ມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ. ພວກ​ປະ​ທ້ວງ​
ຄັດຄ້ານ​ຕໍ່​ການ​ໃຫ້​ອະ​ໄພ​ໂທດແກ່​ທ່ານ​ຊາ​ເລ​ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ
ກັນ ​ທີ່​ທ່ານ​ໄດ້​ລົງ​ນາມໃນ​ກຸງ Riyadh ນະຄອນຫລວງ​ຂອງ Saudi Arabia ນັ້ນ.