ສະພາຮ່ວມມືປະເທດອາຣັບ ງົດການໄກ່ເກ່ຍບັນຫາ ໃນເຢເມນ

  • ສິງ ບູຣົມມະວົງ
ປະທານາທິບໍດີ Ali Abdullah Saleh ກ່າວຕໍ່ກອງປະຊຸມນັກຂ່າວທີ່
ນະຄອນຫລວງ Sana'a ວັນທີ 22 ພຶດສະພາ 2011.

ປະທານາທິບໍດີ Ali Abdullah Saleh ກ່າວຕໍ່ກອງປະຊຸມນັກຂ່າວທີ່ ນະຄອນຫລວງ Sana'a ວັນທີ 22 ພຶດສະພາ 2011.


















ສະພາ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດອາຣັບ ​ໄດ້​ງົດ​ຄວາມ​ພະຍາຍາມຂອງ​ຕົນ​ໃນ​ການ​ໄກ່
ເກ່ຍບັນຫາທີ່​ປະ​ເທດ ຫລັງ​ຈາກ​ປະທານາທິບໍດີ Ali Abdullah Saleh ແຫ່ງ​ເຢ​ເມນ
ບໍ່​ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ມອບໂອນ​ອໍານາດ​ສໍາ​ລັບ​ໃຫ້ທ່ານ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​
ໄປ​ນັ້ນ.

ສະພາ​ຮ່ວມ​ມື​ຂອງພວກ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ ​ໄດ້​ຕັດສິນ​ໃຈ​ໂຈະ​ຄວາມ​ພະຍາ
ຍາມ​ຂອງ​ຕົນໃນ​ວັນ​ອາທິດ​ວານ​ນີ້ ຫລັງຈາກ​ທ່ານ​ຊາ​ເລ ປ່ຽນ​ໃຈ​ກ່ຽວ​ກັບຂໍ້​ຕົກລົງ
ດັ່ງກ່າວ ນຶ່ງ​ມື້​ຫລັງ​ຈາກ​ພວກ​ຝ່າຍ​ຄ້ານ​ໃນ​ເຢ​ເມນ​ ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງສະບັບ​ນັ້ນ
ດ້ວຍ​ຄວາມ​ເຂົ້າ​ໃຈ​ວ່າ ປະທານາທິບໍດີ​ຊາ​ເລຈະ​ລົງ​ນາມ​ໃນ​ຂໍ້ຕົກລົງ​ດັ່ງກ່າວ​ ໃນ​ວັນ​
ອາທິດ​ວານ​ນີ້. ບັນ​ວ່າ​ເປັນ​ຄັ້ງ​ທີ 3 ​ແລ້ວ​ທີ່​ຜູ້​ນໍາ​ເຢ​ເມນ​ບໍ່​ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງ
ກ່າວ.

ຂໍ້​ຕົກລົງ​ທີ່​ວ່າ​ນີ້ສະ​ເໜີ​ທີ່ຈະ​ບໍ່​ເອົາ​ໂທດ​ກັບ​ທ່ານ​ຊາ​ເລ ຄື​ບໍ່​ດໍາ​ເນີນຄະດີ ​ທ່ານ ຖ້າ​ຫາກ​ທ່ານ​ໂອນ​ອໍານາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ​ພາຍ​ໃນ 30 ມື້​ຫລັງ​ຈາກ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແລ້ວ.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ຜິດ​ຫວັງ​ຢ່າງ​ເລິກ​ເຊິ່ງທີ່​ທ່ານ​ຊາ​ເລ ບໍ່​ຍອມລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ. ​ໃນ​ຖະ​ແຫລ​ງການແລງວັນ​ອາທິດ​ວານ​ນີ້ ທ່ານ​ນາງຄລິນ​ຕັນຍັງ​ໄດ້​ເວົ້າອີກວ່າ ທ່ານ​ຊາ​ເລກໍາລັງ​ຫັນ​ຫລັງ​ໃຫ້ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ ​ແລະ​ບໍ່​ເອົາ​ຫົວຊາ​ນໍາ​ຄວາມ​ມຸ້ງ​ມາດປາດຖະຫນາ ຂອງ​ປະຊາຊົນ​ເຢ​ເມນ.

ກ່ອນ​ໜ້າ​ນີ້ ບັນດາເອກ​ອັກຄະ​ລັດຖະທູດ​ຈາກ​ຢູ​ໂຣບ ສະຫະລັດ​ແລະ​ພວກ​ປະ​ເທດອາຣັບ ທີ່​
ໄປ​ລໍຖ້າ​ເບິ່ງ​ການ​ເຊັນ​ຂໍ້​ຕົກລົງ​ນັ້ນ ​ໄດ້​ຖືກ​ກັກ​ໄວ້​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​ໃນສະຖານທູດ
ແຫ່ງ​ນຶ່ງ​ໃນ​ນະຄອນຫລວງ ຊາ​ນາ​ ທີ່ຖືກ​ປິດ​ລ້ອມ​ໂດ​ຍພວກ​ສະໜັບສະ​ໜຸນ​ລັດຖະບານ​ທີ່
ປະກອບ​ອາວຸດ.

ໃນ​ເວລາ​ຕໍ່​ມາ​ ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ເຢ​ເມນ​ໄດ້​ລໍາລຽງ​ພວກນັກ​ການ​ທູດດັ່ງກ່າວ
ອອກ​ໄປ​ຈາກ​ສະຖານທູດ​ແຫ່ງ​ນັ້ນ.

ທ່ານ​ນາງຄລິນ​ຕັນກ່າວ​ວ່າ ສະຫະລັດ​ມີ​ຄວາມ​ໂກດ​ແຄ້ນ​ນໍາ​ເຫດການດັ່ງກ່າວ ​ແລະ​ຮຽກ
ຮ້ອງ​ໃຫ້ທ່ານ​ຊາ​ເລ​ ປະຕິບັດ​ຕາມ​ພັນທະ​ຂອງ​ທ່ານ​ເພື່ອ​ປົກ​ປ້ອງ​ພວກ​ນັກ​ການ​ທູດ​ຕ່າງປະ​
ເທດ​ພ້ອມ​ດ້ວຍ​ພວກ​ພະນັກງານຂອງ​ເຂົາ​ເຈົ້າ​ທີ່​ເຮັດ​ວຽກ​ຢູ່​ໃນ​ເຢ​ເມນ​ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ພວກ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ​ຊາ​ເລ​ຫລາຍ​ພັນ​ຄົນ ​ ພາກັນ​ລຸ​ລັ່ງ​ເຂົ້າ​ໄປ​ໃນ
ຈະ​ຕຸ​ລັດໃນ​ກາງ​ນະຄອນ​ຊາ​ນາ​ ຊຶ່ງ​ໄດ້​ກາຍ​ມາ​ເປັນ​ສູນ​ກາງ​ຊຸມນຸມປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ນັ້ນ.