ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວວ່າ ການຕາຍຂອງພວກຜູ້ນໍາຄົນສໍາຄັນ
ຂອງກຸ່ມກໍ່ການຮ້າຍ al-Qaida ຫວ່າງມໍ່ໆມານີ້ນັ້ນເຮັດໃຫ້ເປັນການລໍາບາກຫລາຍຂຶ້ນ
ທີ່ກຸ່ມດັ່ງກ່າວຈະສາມາດທໍາການໂຈມຕີຂະໜາດໃຫຍ່ ໃນຕ່າງປະເທດໄດ້.
ຄໍາເຫັນຂອງທ່ານ Leon Panetta ແມ່ນມີຂຶ້ນ ນຶ່ງມື້ຫຼັງຈາກການໂຈມຕີບັ້ນນຶ່ງໂດຍ
ຍົນບໍ່ມີຄົນຂັບ ຫລື Drone ຂອງສະຫະລັດໃນເຢເມນ ໄດ້ສັງຫານນັກບວດ Anwar
al-Awlaki ທີ່ເກີດໃນສະຫະລັດແລະເປັນຜູ້ນໍາຄົນສໍາຄັນຄົນນຶ່ງຂອງກຸ່ມກໍ່ການຮ້າຍ
al-Qaida ພ້ອມກັບນາຍ Samir Khan ຊາວປາກີສຖານສັນຊາດອາເມຣິກັນ ທີ່ເປັນຜູ້
ຜະລິດວາລະສານທາງອິນເຕີເນັດພາສາອັງກິດຂອງກຸ່ມ al-Qaida ທີ່ມີຊື່ວ່າ "Inspire" ນັ້ນ.
ທ່ານ Panetta ໄດ້ໃຫ້ຄວາມເຫັນຕໍ່ພວກນັກຂ່າວ ໃນຂະນະທີ່ເດີນທາງໄປຍັງອິສຣາແອລ
ຊຶ່ງທ່ານໄດ້ກ່າວຕື່ມວ່າ ສະຫະລັດຈະສືບຕໍ່ດໍາເນີນງານຮ່ວມ ກັບທາງລັດຖະບານເຢເມນ
ຢູ່ຕໍ່ໄປ ເພື່ອຕ້ານຢັນກຸ່ມ al-Qaida ຢູ່ໃນແຫຼມ ອາຣັບນັ້ນ ບໍ່ວ່າປະທານາທິບໍດີເຢເມນ
ທ່ານ Ali Abdullah Saleh ຈະຍັງກໍາອໍານາດຢູ່ຕໍ່ໄປ ຫລືບໍ່ກໍຕາມ.