ປະທານາທິບໍດີເຢເມນ ຕົກລົງເຊັນສັນຍາ ໂອນອໍານາດ ໃຫ້ຜູ້ຮອງ

  • ທອງປານ ເທບວົງສາ

ພວກປະທ້ວງຕໍ່ຕ້ານລັດຖະບານເຢເມັນ ທີ່ທວງໃຫ້ປະທານາທິບໍດີ Saleh ຜູ້ປົກຄອງປະເທດແບບຜະເດັດການ ມາໄດ້ 33 ປີ ລາອອກ

ທ່ານ Ali Abdullah Saleh ປະທານາທິບໍດີ​ເຢ​ເມັນ ຢູ່​ທີ່​ນະຄອນ​ຫລວງຣີຢາດ ປະ​ເທດ
ຊາ​ອູ​ດິອາ​ເຣ​ເບຍ ສໍາລັບ​ເຊັນ​ຂໍ້​ຕົກລົງ​ສະບັບນຶ່ງ ​ທີ່​ໄດ້ຮັບ ຄວາມອຸບປະຖໍາ​ໂດຍ​ປະເທດ
ໃນເຂດອ່າວເປີເຊຍ ​ເພື່ອໃຫ້ທ່ານໂອນ​ອໍາ ນາດໃຫ້​ແກ່​ຮອງປະທານາທິບໍດີ ​ແລະ​ອະນຸຍາດ​
ໃຫ້​ປະກອບລັດຖະບານ​ສາມັກຄີແຫ່ງ​ຊາດ ​ຊຶ່ງ​ເປັນຄວາມ​ພະຍາຍາມ ​ເພື່ອ​ຫາທາງຍຸຕິ​ວິ​ກິດ
ການ​ການ​ເມືອງ​ຂອງ​ປະ​ເທດ​ທີ່​ຍືດ​ເຍື້ອມາ​ໄດ້​ 10 ​ເດືອນ ແລ້ວ​ນັ້ນ.

ທ່ານ ຊາ​ເລ ​ໄດ້​ເດີນທາງ​ໄປ​ເຖິງນະຄອນຫລວງ​ຊາ​ອູ​ດິ ​ເມື່ອ​ວັນ​ພຸດ​ວານ​ນີ້ ສື່​ມວນ​ຊົນ​ລັດ​
ເຢ​ເມັນ ກ່າວ​ວ່າ ທ່ານ ຊາ​ເລ ຈະ​ເຂົ້າຮ່ວມ​ໃນ​ການ ​ເຊັນ​ຂໍ້​ຕົກລົງ​ໂອນ​ອໍານາດ​ຂອງ​ສະພາ​
ຄວາມ​ຮ່ວມ​ມື​ເຂດ​ອ່າວເປີເຊຍ​ແລະກົນ​ໄກໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ປະທາ
ນາທິບໍດີ​ເຢ​ເມັນ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາທີ່​ຈະ​ເຊັນ​ແຜນການ​ດັ່ງກ່າວ​ຫລາຍໆ​ເທື່ອ​ໃນ​ປີ​ນີ້ ​ແຕ່​
ທຸກໆ​ເທື່ອ​ທ່ານກໍຖອນ​ຕົວ​ໃນ​ນາທີ​ສຸດ​ທ້າຍ.

ທ່ານ Jamal Omar ທູດ​ພິ​ເສດ​ອົງການ​ສະຫະ​ປະຊາ​ຊາດ​ປະ​ຈໍາ​ເຢ​ເມັນ ກ່າວ​ວ່າທ່ານ
ຊາ​ເລ ​ແລະ​ພວກ​ຝ່າຍ​ຄ້ານ​ເຫັນ​ພ້ອມນຳ​ກັນ​ໃນ​ຫລັກການ​ຂອງຂໍ້​ລິ​ເລີ່​ມສະພາ​ການ​ຮ່ວມ​ມື
ເຂດ​ອ່າວເປີເຊຍ ຫລື GCC ​ເມື່ອ​ວັນ​ອັງຄານ​ວານ​ນີ້. ​ແຜນການ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້
ປະທາ​ນາ​ທິບໍດີ ​ຊາ​ເລ ມອບ​ອໍານາດ​ໃຫ້​ແກ່​ຮອງ​ປະທານາທິບໍດີ ທ່ານ Abd-Rabbu
Mansour Hadi ​ໂດຍ​ທັນທີ ​ເພື່ອ​ແລກ​ກັບ​ການ​ໄດ້​ຮັບ​ສິດ​ພິ​ເສດ​ຈາກ​ການຖືກ​ປ້ອງ​ກັນບໍ່
ໃຫ້ທ່ານຖືກລົງໂທດນັ້ນ.

ພາຍ​ໃຕ​ຂໍ້​ຕົກລົງ​ດັ່ງກ່າວ ທ່ານ ຊາ​ເລ ຍັງ​ຄອງ​ຕໍາ​ແໜ່​ງປະທານາທິບໍດີກິ​ຕິ​ມະ​ສັກ​ຢູ່​ຕໍ່​ໄປໃນ
ຂະນະ​ທ່ານ ຮາ​ດີ ນໍາພາ​ບໍລິຫານ​ ​ເພື່ອ​ປະກອບລັດຖະບານ​ສາມັກຄີແຫ່ງ​ຊາດ ຈົນ​ກວ່າ​ຈະ
ມີການ​ເລືອກ​ຕັ້ງ​ໃນ​ຫລາຍໆ​ເດືອນ​ຕໍ່ໜ້າ. ທ່ານ ​ໂອ​ມາ ທູດ​ພິ​ເສດ​ອົງການ​ສະຫະ​ປະຊາ
ຊາດ ຢູ່ທີ່ນະ ຄອນຫຼວງ Sana’a ​ເພື່ອ​ຊ່ວຍ​ໄກ່​ເກ່ຍຂໍ້​ຕົກລົງ​ນີ້ ທ່ານ ​ໂອ​ມາ ກ່າວ​ເມື່ອ
ວັນ​ອັງຄານ​ວານນີ້​ວ່າ ລາຍ​ລະອຽດ​ຕ່າງໆ​ຍັງ​ພວມມີການຕົກລົງກັນຢູ່.

ພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ເຢ​ເມນ ​ໄດ້​ພາກັນ​ທໍາ​ການ​ປະ​ທ້ວງ​ເກືອບ​ວ່າ ​ແທບ​ທຸກ​ມື້​ນັບ
ຕັ້ງ​ແຕ່​ເດືອນ​ມັງກອນ​ເປັນ​ຕົ້ນ​ມາ ​ເພື່ອ​ທວງ​ໃຫ້​ຍຸຕິ​ການ​ປົກ ຄອງ​ແບບ​ຜະ​ເດັດ​ການມາ​ໄດ້
33 ປີຂອງ​ທ່ານ ຊາເລ ນັ້ນ. ການ​ກວາດ ລ້າງ​ຂອງ​ລັດຖະບານ​ຕໍ່​ພວກ​ປະ​ທ້ວງ ​ແລະ​ການ
ສູ້​ລົບ​ກັນ​ລະ​ຫວ່າງ​ກໍາລັງ ທະຫານ​ລັດຖະບານແລະ​ຝ່າຍ​ຄ້ານ​ນັ້ນ ​ໄດ້ສັງຫານປະຊາຊົນ​
ຫລາຍ​ຮ້ອຍຄົນແລະ​ບາດ​ເຈັບ​ອີກຫລາຍ​ພັນ​ຄົນ.