ທີ່ປະເທດເຢເມນ ພວກເຫັນເຫດການກ່າວວ່າ ພວກທີ່ສົງ ໃສວ່າເປັນພວກຫົວຕໍ່ສູ້ຂອງກຸ່ມ Al-Qaida ໄດ້ເຂົ້າຍຶດ ເອົາເມືອງ Zinjibar ຊຶ່ງເປັນເມືອງແຄມຝັ່ງທະເລຂອງ ປະເທດນັ້ນແລ້ວ.
ພວກຊາວເມືອງເວົ້າວ່າ ພວກຫົວຮຸນແຮງອາລຄາອີດາ ຈໍານວນຫລາຍ ຮ້ອຍຄົນ ໄດ້ເຂົ້າຄວບຄຸມເມືອງ Zinjibar ເມື່ອວັນສຸກຜ່ານມາ ແລະມີລາຍງານວ່າ ການຕໍ່ສູ້ກັນໄດ້ດໍາເນີນມາຈົນຮອດວັນເສົາວານນີ້ ສົ່ງຜົນໃຫ້ມີຜູ້ບາດເຈັບລົ້ມຕາຍຫລາຍຄົນ.
Zinjibar ເປັນເມືອງຫລວງຂອງແຂວງ Abyan ໃນເຂດພາກໃຕ້ຂອງເຢເມັນ ຊຶ່ງຖືວ່າເປັນ ເຂດທີ່ໝັ້ນເຂດນຶ່ງຂອງກຸ່ມອາລຄາອີດາ
ໃນອີກສະຖານະການນຶ່ງ ຜູ້ໄກ່ເກ່ຍຄົນນຶ່ງກ່າວເມື່ອວັນເສົາວານນີ້ວ່າ ປະທານາທິບໍດີຂອງ ເຢເມັນ ແລະຜູ້ນໍາຊົນເຜົ່າທີ່ມີອໍານາດທີ່ສຸດຂອງປະເທດ ໄດ້ຕົກລົງ ທີ່ຈະຍຸຕິການຍິງສູ້ລົບ ກັນໃນຕົວເມືອງມາເປັນເວລາຫ້າວັນ ທີ່ໄດ້ຂົ່ມຂູ່ວ່າຈະຜັກດັນປະເທດຊາດເຂົ້າໄປສູ່ສົງຄາມ ກາງເມືອງນັ້ນ. ການຍິງສູ້ລົບກັນດັ່ງກ່າວ ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 100 ຄົນ.