ບັນຫາຂອງ ໂລກ ອາດເຮັດໃຫ້ ເສດຖະກິດ ສະຫະລັດ ຂະຫຍາຍຕົວ ຊ້າລົງ

ປະທານທະນາຄານກາງ ສະຫະລັດ ທ່ານນາງ Janet Yellen ກຽມພ້ອມທີ່ຈະຖະແຫຼງຢືນຢັນ ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ. 10 ກຸມພາ, 2016

ຫົວໜ້າທະນາຄານກາງ ສະຫະລັດ ໃນວັນພຸດວານນີ້ ໄດ້ເຕືອນວ່າ ຕະຫຼາດການເງິນທີ່ຕົກຕ່ຳ ແລະ ເສດຖະກິດໂລກທີ່ອ່ອນແອລົງ ອາດ ເຮັດໃຫ້ສະຫະລັດ​ຂຶ້ນອັດຕາດອກເບ້ຍຊັກຊ້າລົງ.

ການປະກົດຕົວຕໍ່ໜ້າບັນດາສະມາຊິກສະພາ ສະຫະລັດ ທີ່ຕຶກລັດ ຖະ ສະພານັ້ນ, ປະທານທະນາຄານກາງຂອງສະຫະລັດ ທ່ານນາງ Janet Yellen ໄດ້ກ່າວກ່ຽວກັບນະໂຍບາຍອັດຕາດອກເບ້ຍຂອງ ທະນາຄານກາງເປັນເທື່ອທຳອິດ ນັບຕັ້ງແຕ່ເດືອນທັນວາເປັນຕົ້ນ ມາ, ເມື່ອທະນາ ຄານກາງໄດ້ຂຶ້ນອັດຕາດອກເບ້ຍເປັນຄັ້ງທຳອິດ ໃນຮອບເກືອບ 1 ທົດສະວັດ.

ທ່ານນາງໄດ້ກ່າວວ່າ ທະນາຄານກາງຍັງຄົງໝັ້ນໃຈວ່າ ເສດຖະກິດຂອງ ສະຫະລັດ ແມ່ນຢູ່ ໃນ ເສັ້ນທາງທີ່​ຈະ​ມີການຂະຫຍາຍຕົວທີ່ເຂັ້ມ ແຂງຂຶ້ນ ແລະ ອັດຕາເງິນເຟີ້ກໍຈະເພີ່ມຂຶ້ນ ໜ້ອຍໜຶ່ງ, ເຊິ່ງບັນດາຜູ້ຊ່ຽວຊານກ່າວວ່າ ມັນຕ່ຳ​ເກີນ​ໄປໂພດໃນລະຍະ 3 ເດືອນທີ່ຜ່ານມາ.

ເຖິງແມ່ນວ່າຄວາມສ່ຽງໄດ້ມີການເພີ່ມທະວີຂຶ້ນ, ທ່ານນາງ Yellen ໄດ້ກ່າວຕື່ມວ່າ ບໍ່​ມີ​ທ່າ​ທາງວ່າທະນາຄານກາງຈຳເປັນທີ່ຈະຕ່າວ​ປີ້ນ ການຂຶ້ນອັດຕາດອກເບ້ຍຂອງຕົນໃນເດືອນ ທັນວາຜ່ານ​ມາ ແລະຕັດອັດຕາດອກເບ້ຍລົງຕື່ມອີກເທື່ອໜຶ່ງ. ໃນເວລາດຽວກັນ, ທ່ານນາງ ໄດ້ຍອມຮັບ​ວ່າ ຕົວເລກທາງດ້ານເສດຖະກິດທີ່ອ່ອນແອລົງ ເຊິ່ງໄດ້ເກີດ ຂຶ້ນໃນປີນີ້ໄດ້ເຮັດ ໃຫ້ບັນດາຜູ້ຊ່ຽວຊານຂອງທະນາຄານກາງ ມີຄວາມ ກະວົນກະວາຍ​ໃຈ.

ທ່ານນາງ Yellen ໄດ້ກ່າວວ່າ ຄວາມບໍ່ແນ່ນອນກ່ຽວກັບ ນະໂຍບາຍ ເງິນຕາຂອງ ຈີນ ແລະ ຄວາມຄາດຫວັງດ້ານເສດຖະກິດຂອງພວກ ເຂົາເຈົ້າ ໄດ້ປະກອບສ່ວນເຂົ້າໃນ "ການປ່ຽນ ແປງທີ່ເພີ່ມຂຶ້ນ ໃນຕະຫຼາດໂລກ.”

ດັດຊະນີຕະຫຼາດຮຸ້ນທີ່ສຳຄັນໃນ ຢູໂຣບ ແລະ ສະຫະລັດ ແມ່ນສ່ວນ ໃຫຍ່​ແມ່ນ​ມີ​ລາຄາ​ສູງ​ຂຶ້ນ ​ໃນ​ຂະນະ​ທີ່ບັນດານັກລົງທຶນ ປະເມີນຄຳເຫັນຂອງທ່ານ ນາງ Yellen.

ທ່ານນາງ Yellen ກ່າວວ່າ ຄວາມເປັນຫ່ວງກ່ຽວກັບການເຕີມໂຕ ແລະ ນ້ຳມັນດິບທີ່ຫຼາຍເກີນ ຄວາມຕ້ອງການ ແລະ ສິນຄ້າອື່ນໆໃນ ຕະຫຼາດໂລກ ໄດ້ປະກອບສ່ວນເຂົ້າໃນການຫຼຸດລົງ ຂອງລາຄານ້ຳມັນ ເມື່ອບໍ່ດົນມານີ້. ທ່ານນາງກ່າວວ່າ ສິ່ງດັ່ງກ່າວນັ້ນສາມາດ “ກະຕຸ້ນຄວາມ ກົດດັນທາງດ້ານການເງິນ” ໃນຫຼາຍປະເທດທີ່ອາໄສ​ໃນການສົ່ງ ອອກສິນຄ້າ.

Your browser doesn’t support HTML5

Economy Yellen