ເອເຊຍວິຕົກນໍາການຫຼັ່ງໄຫຼ ເຂົ້າມາຫລາຍເກີນໄປ ຂອງເງິນທຶນ

  • ທອງປານ ເທບວົງສາ

ຄົນເກັບຂີ້ເຫຍື້ອຜູ້ນຶ່ງຖີບລົດສາມລໍ້ຂອງລາວ ຜ່ານກາຍເຂດທີ່ເຕັມໄປ ດ້ວຍຕຶກດາດຟ້າ ໃນນະຄອນຊຽງໄຮ້ ຊຶ່ງເປັນເມືອງທີ່ຈະເລີນໄວທີ່ສຸດ ໃນປະເທດຈີນ.

ເວລານີ້ ຂົງເຂດເອເຊຍ​ແມ່ນໄດ້ຕ່າວປິ້ນເຕີບໂຕຄືນມາອີກຢ່າງເຂັ້ມແຂງ ຈາກວິກິດການ ທາງການເງິນໂລກ. ແຕ່ເງິນທຶນຈໍານວນ​ຫລວງຫລາຍທີ່ ຫລັ່ງໄຫລເຂົ້າໄປໃນຂົງເຂດເອເຊຍ ນັ້ນ ພາ​ໃຫ້ມີຄວາມຢ້ານກົວວ່າ ຈະເກີດສະພາວະເງິນເຟີ້ ແລະສະພາບການຕະຫລາດທີ່ບໍ່​ທຸ່ນ​ທ່ຽງ ຂຶ້ນໆລົງໆໄດ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Heyda Bayron ລາຍງານມາຈາກຮົງກົງວ່າ ພວກນັກເສດຖະສາດບາງຄົນກ່າວວ່າ ປະສົບປະການທີ່ເຄີຍມີມາຈາກວິກິດການທາງການ ເງິນຂອງເອເຊຍ​ເມື່ອປີ 1997 ນັ້ນ ​ເຮັດ​ໃຫ້ຂົງເຂດດັ່ງກ່າວ ສາມາດຮັບ​ມື​ແລະ​ຕ້ານ​ຢັນ​ກັບສິ່ງທ້າທາຍນີ້ໄດ້.

ເນື່ອງ​ຈາກອັດຕາດອກເບ້ຍໃນສະຫະລັດແລະຢຸໂຣບຕໍ່າ
ຫລາຍໃນເວລານີ້ ພວກນັກລົງທຶນນາໆຊາດຈຶ່ງພາກັນລຸ
ຫລັ່ງເຂົ້າໄປລົງທຶນໃນເອເຊຍຫລາຍຂື້ນ ໂດຍຫວັງທີ່ຈະ
ໄດ້ຮັບຜົນກໍາໄລສູງ. ນາງນາລິນ ຊຸດໂຊຕິທໍາ ນັກຄົ້ນຄວ້າ
ເສດຖະກິດແຫ່ງທະນາຄານກະສິກອນ​ໄທທີ່ບາງກອກກ່າວ
ວ່າ:

“ຜົນສະທ້ອນໃນທາງບວກນັ້ນ ກໍແມ່ນວ່າ ຄ່າການ
ລົງທຶນຢູ່ໃນຂົງເຂດເອເຊຍເວລານີ້ແມ່ນຖືກລົງ​ຫລາຍ
ຍ້ອນພວກເງິນທຶນ​ ທີ່ກໍາລັງຫລັ່ງໄຫລເຂົ້າມານີ້.”

ສະພາບການດັ່ງກ່າວນີ້ ເອື້ອອໍານວຍໃຫ້ບັນດາບໍລິສັດ
ຕ່າງໆ ສາມາດເສີມຂະຫຍາຍທຸລະກິດຂອງພວກເຂົາເຈົ້າ
ອອກໄປ​ໄດ້ ຊຶ່ງ​ເປັນ​ການສ້າງໜ້າວຽກຫລາຍເພີ່ມຂຶ້ນ.
ນອກຈາກນີ້​ແລ້ວ ກໍຍັງເຮັດໃຫ້ເງິນຕາຂອງເອເຊຍແຂງ
ຄ່າຂຶ້ນ ສົ່ງ​ຜົນ​ໃຫ້ການນໍາເຂົ້າວັດຖຸດິບ ຖືກລົງ.

ແຕ່ສະພາວະເງິນຕາແຂງຕົວ ເຮັດໃຫ້ສິນຄ້າສົ່ງອອກຂອງເອເຊຍມີລາຄາແພງຂື້ນ ແລະ
ການເອົາເງິນ​ໄປຊື້ຊັບສິນຫລາຍຂື້ນກໍຜັກດັນໃຫ້ເງິນເຟີ້ຖີບ​ຂຶ້ນຕາມ​ກັນ​ໄປ.

ທີ່ປະເທດອິນໂດເນເຊຍ ພວກອຸບປະໂພກບໍລິໂພກພາກັນຈົ່ມວ່າກ່ຽວກັບລາຄາອາຫານທີ່
ແພງຂື້ນນັ້ນ. ນາງ Roswati ແມ່ຄ້າຂາຍເຄຶ່ອງຕາມແຄມທາງກ່າວວ່າ:

ໝາກເຜັດຊຶ່ງໃຊ້ເປັນ ສ່ວນປະກອບຫລັກໃນ ການປຸງແຕ່ງອາຫານ ຂອງຄົນເອເຊຍ

“ເມື່ອກ່ອນນີ້ ລາຄາໝາກເຜັດກິໂລລະ 18 ພັນ
rupiah ຫລືປະທານ 16 ພັນກີບ. ບັດນີ້​ແພງຂື້ນ
ເປັນ 24 ພັນ rupiah ຫລືປະມານ 21 ພັນກີບ
ແລ້ວ. ລາຄານໍ້າມັນຄົວກິນ ລາຄາແປ້ງກໍ​ແພງຂື້ນ.
ສິນຄ້າຫລັກ ທັງໝົດ 9 ຢ່າງນັ້ນກໍມີລາຄາສູງຂື້ນ
ໝົດ.”

ຄວາມເປັນຫ່ວງອີກຢ່າງນຶ່ງ ກໍຄື​ການ​ຫລັ່ງ​ໄຫລ​ໜີຂອງ
ເງິນທຶນ. ນາຍກອບສິດ ສິນລະປາໃຊ ຫົວໜ້າໜ່ວຍ
ຄົ້ນຄວ້າເສດຖະກິດແຫ່ງທະນາຄານກະສິກອນໄທ ກ່າວວ່າ:

“ທຸກໆຄົນກໍຢາກຈະເຫັນເງິນຫລັ່ງໄຫລເຂົ້າປະເທດເຮົາ ແຕ່ວ່າມັນແມ່ນເງິນປະ
ເພດໃດ? ເປັນເງິນວາງໃນລະຍະສັ້ນບໍ່? ຫລື​ວ່າມັນຈະຢູ່ໃນປະເທດລະຍະຍາວ
ຫລືວ່າແນວໃດກັນແທ້?”

ເວລາພວກນັກລົງທຶນຟ້າວຖອນເງິນ ອອກຈາກຕະຫລາດເອເຊຍ ໂດຍສະເພາະຈາກປະ
ເທດໄທ ອິນໂດເນເຊຍ ແລະເກົາຫລີໃຕ້ ຕອນ​ເກີດ​ວິ​ກິດ​ການ​ເສດຖະກິດ ເມື່ອປີ 1997
ນັ້ນ ມັນພາໃຫ້ເງິນຕາ​ຂອງ​ພວກ​ປະ​ເທດ​ເຫລົ່າ​ນັ້ນ ຕົກຮວບລົງ ແລະບັນດາບໍລິສັດຕ່າງໆ
ລົ້ມລະລາຍ ສ້າງຄວາມເສຍຫາຍໃຫ້ແກ່ການເສດຖະກິດຢ່າງມະຫາສານ ຊຶ່ງນັກວິ​ເຄາະ
Siwage Dharma Negara ກ່າວວ່າ:

“ພວກເຮົາບໍ່ຢາກໃຫ້ສະພາວະແບບນີ້ເກີດຊໍ້າຂື້ນມາອີກ”

ໂຮງງານປະກອບລົດຖີບຊຶ່ງເປັນນຶ່ງໃນຂະແໜງ ເສດຖະກິດຂອງ ອິນໂດເນເຊຍ

ທ່ານ Siwage Dharma
Negara ນັກວິ​ເຄາະເສດຖະ
ກິດແຫ່ງສະຖາບັນວິດທະຍາ
ສາດອິນໂດເນເຊຍ ເປັນຫ່ວງ
ວ່າ ເງິນທີ່ກໍາລັງຫລັ່ງໄຫລເຂົ້າ
ໄປໃນອິນໂດເນເຊຍໃນເວລາ
ນີ້ ຈະເປັນ​ເງິນ​ທີ່​ເກັງ​ກໍາ​ໄລ​ເທົ່າ
ນັ້ນ ບໍ່​ແມ່ນ​ເງິນ​ລົງທຶນ​ລະຍະ
ຍາວ ຊຶ່ງທ່ານກ່າວຕໍ່ໄປວ່າ:

“ຖ້າຫາກພວກເຮົາຈະເບິ່ງ
ຂໍ້ມູນດ້ານການເງິນກັນແລ້ວ
ເງິນທືນທີ່ຫລັ່ງໄຫລເຂົ້າ​ມາ
ນັ້ນ ​ໂດຍ​ພື້ນຖານແລ້ວແມ່ນ​
ເອົາ​ໄປ​ລົງທຶນ​ໃສ່ພາກສ່ວນ
ຫລັກຊັບ ຊຶ່ງກໍຄືຕະຫລາດ
ຫຸ້ນ ພັນທະບັດຂອງລັດຖະ ບານ ແລະຂອງທະນາຄານກາງ ແຕ່ບໍ່ກ່ຽວກັບການເສດຖະກິດທີ່ແທ້ຈິງເລີຍ.”

ທ່ານ Frederico Gil Sander ນັກເສດຖະສາດຄົນນຶ່ງຂອງທະນາຄານໂລກ ປະຈໍາປະ
ເທດໄທ ກ່າວວ່າ ການປະຕິຮູບຕ່າງໆດ້ານການທະນາຄານ ທີ່ໄດ້ເຮັດຂື້ນຫລັງຈາກວິກິດ
ການການເງິນໃນຄັ້ງປີ 1997 ນັ້ນ ປາກົດວ່າ ໄດ້ເຮັດໃຫ້ຂົງເຂດເອເຊຍສາມາດຜ່ານ​ຜ່າ
ແລະ​ຕ້ານທານກັບສະພາວະການປ່ຽນແປງຢ່າງວ່ອງໄວນັ້ນ ໄດ້ດີກວ່າເກົ່າ. ຊຶ່ງທ່ານ Gil
Sander ກ່າວຕື່ມວ່າ:

ເອເຊຍວິຕົກນໍາການຫຼັ່ງໄຫຼ ເຂົ້າມາຫລາຍເກີນໄປ ຂອງເງິນທຶນ

“ໃນດ້ານຂອງການເງິນແລ້ວນັ້ນ ພວກເສດຖະກິດ
ໃນຂົງເຂດເອເຊຍຕາເວັນອອກທັງຫລາຍ ແມ່ນໄດ້
ຖອດຖອນບົດຮຽນຢ່າງຫລວງຫລາຍ ຈາກວິກິດ
ການ ຄັ້ງປີ 1997-1998 ນັ້ນ.”

ການເຕີບໂຕທາງເສດຖະກິດໃນຂົງເຂດເອເຊຍຄາດວ່າ ຈະ
ຊັກຊ້າລົງ ​ໃນ​ອັດຕາພໍ​ປານກາງ ໃນປີ 2011 ແຕ່​ເຖິງ​ຢ່າງ
ໃດ​ກໍ​ດີ ພວກນັກວິ​ເຄາະ​ການເງິນກ່າວວ່າ ຂົງເຂດເອເຊຍກໍ
ຄົງຈະຍັງເປັນແຫລ່ງທີ່ດຶງດູດໃຈພວກນັກລົງທຶນນັ້ນຢູ່.