ທ່ານ ສີ ບອກ​ທ່ານ ປູ​ຕິນ ວ່າ​ໂລກ​ແມ່ນ​ກຳ​ລັງ​ວຸ້ນ​ວາຍ ແຕ່​ມິດ​ຕະ​ພາບ​ຂອງ​ພວກ​ເຮົາ​ຈະ​ຍືນ​ຍົງ​ຕະຫຼອດ​ໄປ

ທ່ານ ສີ ຈິ່ນ​ຜິງ ຈັບມື​ກັບ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ຢູ່ກອງ​ປະ​ຊຸມ​ສຸດຍອດ BRICS ໃນ​ເມືອງ ຄາ​ຊານ, ຣັດ​ເຊຍ, 22 ຕຸ​ລາ 2024. (Photo by MAXIM SHIPENKOV / POOL / AFP)

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ກ່າວ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ວ່າສະ​ຖາ​ນະ​ການ​ສາ​ກົນ​ແມ່ນໄດ້​ຕິດ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ ແຕ່​ການ​ເປັນ​ຄູ່​ຮ່ວມ​ດ້ານ​ຍຸດ​ທະ​ສາດ​ຂອງ​ປັກ​ກິ່ງ ກັບ ມົ​ສ​ກູ ແມ່ນພະ​ລັງ​ແຫ່ງ​ສະ​ຖຽນ​ລະ​ພາບ ທ່າມ​ກາງ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ໄດ້​ເຫັນ​ໃນ​ນຶ່ງ​ສັດ​ຕະ​ວັດ.

ທ່ານ ສີ ແລະ ທ່ານ ປູ​ຕິນ ອາດ​ສັນ​ຍາການ​ເປັນ​ຄູ່​ຮ່ວມມື “ຍຸກ​ສະ​ໄໝ​ໃໝ່” ລະ​ຫວ່າງ​ສອງ​ຄູ່​ແຂ່ງ​ທີ່​ມີ​ອຳ​ນາດ​ທີ່​ສຸດ​ຂອງ ສະ​ຫະ​ລັດ ນັ້ນ, ເຊິ່ງ​ເຂົາ​ເຈົ້າ​ເຫັນ​ວ່າ​ເປັນ​ມະ​ຫາ​ອຳ​ນາດ​ສົງ​ຄາມ​ເຢັນ​ທີ່​ດຸ​ຮ້າຍ ແລະ ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ໄປ​ທົ່ວ​ໂລກ.

ທ່ານ ສີ ໄດ້​ກ່າວ​ຕໍ່​ທ່ານ ປູ​ຕິນ ໃນ​ເມືອງ ຄາ​ຊານ ຂອງ ຣັດ​ເຊຍ ຢູ່​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ BRICS ວ່າ “ໃນ​ປັດ​ຈຸ​ບັນ, ໂລກ​ແມ່ນ​ກຳ​ລັງ​ຜ່ານ​ຜ່າ​ການ​ປ່ຽນ​ແປງ​ທີ່ບໍ່​ເຄີຍ​ໄດ້​ເຫັນ​ໃນ​ຮອບຫຼາຍ​ຮ້ອຍ​ປີ, ສະ​ຖາ​ນະ​ການ​ສາ​ກົນ ແມ່ນ​ຖືກ​ກ້ຽວ​ເຂົ້າ​ກັບ​ຄວາມ​ວຸ້ນ​ວາຍ.”

ທ່ານ​ກ່າວ​ວ່າ “ແຕ່​ຂ້າພະ​ເຈົ້າເຊື່ອ​ຢ່າງ​ໜັກ​ແໜ້ນ​ວ່າ ມິດ​ຕະ​ພາບ​ລະ​ຫວ່າງ ຈີນ ແລະ ຣັດ​ເຊຍ ຈະ​ສືບ​ຕໍ່​ໄປຫຼາຍ​ລຸ້ນ​ຄົນ, ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ທີ່​ຍິ່ງ​ໃຫຍ່ນີ້ ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ປ່ຽນ​ແປງ.”

ຣັດ​ເຊຍ ໄດ້​ເຮັດ​ສົງ​ຄາມ​ກັບ​ກອງ​ກຳ​ລັງ ຢູ​ເຄ​ຣນ ທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ອົງ​ການ NATO, ແລະ ຈີນ, ພາຍ​ໃຕ້​ການ​ກົດ​ດັນ​ຈາກ​ຄວາມ​ພະ​ຍາ​ຍາມ​ທີ່​ແຂງ​ແກ່ນ​ຂອງ ສະ​ຫະ​ລັດ ເພື່ອ​ຕອບ​ໂຕ້​ຕໍ່​ຄວາມ​ແຂງ​ແກ່ນ​ທາງ​ທະ​ຫານ ແລະ ເສດ​ຖະ​ກິດ​ທີ່​ເພີ່ມ​ຂຶ້ນຂອງ​ເຂົາ​ເຈົ້າ ໄດ້​ຄົ້ນ​ພົບ​ຈຸດ​ຢືນ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ​ຮ່ວມ​ກັນຫຼາຍ​ຂຶ້ນ​ເລື້ອຍໆ.

ຣັດ​ເຊຍ ແລະ ຈີນ, ກຳ​ລັງ​ຕ້ານ​ຢັນ​ຕໍ່​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ຂອງ​ການ​ລົ້ມ​ລະ​ລາຍ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ ໃນ​ປີ 1991 ແລະ ການ​ຄອບ​ງຳ​ອາ​ນາ​ນິ​ຄົມ​ຂອງ​ຢູ​ໂຣບ​ໃນ ຈີນ ມາຫຼາຍ​ສັດ​ຕະ​ວັດ ໂດ​ຍ​ພັນ​ລະ​ນາ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ດັ່ງ​ກັບ​ປະ​ເທດ​ທີ່​ເສື່ອມ​ໂຊມ ແລະ ເສື່ອມ​ຖອຍ.

ສະ​ຫະ​ລັດ ພັນ​ລະ​ນາ ຈີນ ດັ່ງ​ກັບ​ຄູ່​ແຂ່ງ​ຂັນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ແລະ ຣັດ​ເຊຍ ເປັນ​ປະ​ເທດ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ, ແລະ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ​ປະ​ຊາ​ທິ​ປະ​ໄຕ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ລະ​ບອບ​ຜະ​ເດັດ​ການ​ເຊັ່ນ ຈີນ ແລະ ຣັດ​ເຊຍ.

ທ່ານ ໄບ​ເດັນ ໄດ້​ອ້າງ​ເຖິງ​ທ່ານ ສີ ດັ່ງ​ກັບ “ຜະ​ເດັດ​ການ” ແລະ ໄດ້​ກ່າວ​ວ່າ​ທ່ານ ປູ​ຕິນ ເປັນ “ນັກ​ຂ້າ” ແລະ ແມ່ນ​ກະ​ທັ້ງ “ຄົນ​ບ້າ​ທີ່​ໜ້າ​ລັງ​ກຽດ.”

ປັກ​ກິ່ງ ແລະ ມົ​ສ​ກູ ໄດ້​ດ່າ​ທ່ານ ໄບ​ເດັນ ສຳ​ລັບ​ຄຳ​ເຫັນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Chinese President Xi Jinping told Russia's Vladimir Putin that the international situation was gripped by chaos but that Beijing's strategic partnership with Moscow was a force for stability amid the most significant changes seen in a century.

Xi and Putin in May pledged a "new era" of partnership between the two most powerful rivals of the United States, which they cast as an aggressive Cold War hegemon sowing chaos across the world.


"At present, the world is going through changes unseen in a hundred years, the international situation is intertwined with chaos," Xi told Putin in the Russian city of Kazan at the opening of the BRICS summit.

"But I firmly believe that the friendship between China and Russia will continue for generations, and great countries’ responsibility to their people will not change."

Russia, waging war against NATO-supplied Ukrainian forces, and China, under pressure from a concerted U.S. effort to counter its growing military and economic strength, increasingly have found common geopolitical cause.

Russia and China, pushing back against perceived humiliations of the 1991 Soviet collapse and centuries of European colonial dominance of China, have sought to portray the West as decadent and in decline.

The United States casts China as its biggest competitor and Russia as its biggest nation-state threat, and President Joe Biden has said the democracies face a challenge from autocracies such as China and Russia.

Biden has referred to Xi as a "dictator" and has said Putin is a "killer" and even a "crazy SOB". Beijing and Moscow have scolded Biden for the comments.

Putin called Xi "dear friend" and said the partnership with China was a force for stability in the world.

"Russian-Chinese cooperation in world affairs is one of the main stabilising factors on the world stage," Putin said.

"We intend to further enhance coordination on all multilateral platforms in order to ensure global security and a just world order."

Xi said cooperation in the BRICS group was "the most important platform for solidarity and cooperation between emerging market countries and developing countries in the world today."

He said it was "a mainstay force in promoting the realization of equal and orderly global multipolarity, as well as inclusive and tolerant economic globalisation."