ການເຄື່ອນໄຫວຫຼ້າສຸດຂອງທ່ານສີ ຈິ້ນຜິງ ປະທານປະເທດຈີນ ເພື່ອເສີມຂະຫຍາຍອຳນາດຂອງພັກກອມມູນິດຈີນ ແລະ ຮັດແໜ້ນການກໍາຂອງຕົນຕໍ່ສັງຄົມ ແມ່ນການສະແດງໃຫ້ເຫັນອຸດົມການຂອງພັກກອມມູນິດຈີນຢ່າງເດັນຊັດ ແລະ ອາດຈະສົ່ງຜົນໃຫ້ເກີດການປາບປາມຢູ່ໃນປະເທດ ແລະ ເພີ່ມທະວີຄວາມຂັດແຍ້ງກັບຝ່າຍຕາເວັນຕົກ, ອີງຕາມພວກນັກວິເຄາະເຫດການ.
ກອງປະຊຸມສະພາແຫ່ງຊາດປະຈຳປີ ເຊິ່ງໄດ້ສິ້ນສຸດລົງໃນວັນຈັນວານນີ້, ໄດ້ຮັບຮອງເອົາການປະຕິຮູບທີ່ ຈະຊຸກຍູ້ການຄວບຄຸມຂອງພັກຕໍ່ສະຖາບັນຕ່າງໆຂອງລັດ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຕົບມື ຂະນະທີ່ປະທານປະເທດ ສີ ຈິ້ນຜິງ (ຊ້າຍ) ເຂົ້າໄປໃນບ່ອນຈັດພິທີປິດກອງປະຊຸມໃຫຍ່ຂອງສະພາປະຊາຊົນ ຫລື NPC ທີ່ຫ້ອງປະຊຸມໃຫຍ່ຂອງປະຊາຊົນໃນນະຄອນຫລວງປັກກິ່ງ, ວັນທີ 13 ມີນາ, 2023.
ສະພາປະຊາຊົນແຫ່ງຊາດ ໃນວັນສຸກຜ່ານມານີ້ ໄດ້ອະນຸມັດແຜນການຈັດຕັ້ງຄະນະລັດຖະບານກາງຄືນໃໝ່ ພາຍໃຕ້ສະພາແຫ່ງລັດ ຫລື ຄະນະລັດຖະບານ, ລວມທັງ ການສ້າງຕັ້ງອົງການຄຸ້ມຄອງການເງິນ, ຫ້ອງການຂໍ້ມູນແຫ່ງຊາດ ແລະການປັບປຸງກະຊວງວິທະຍາສາດ ແລະເທັກໂນໂລຈີ. ແຜນການປະຕິຮູບດ້ານສະຖາບັນຂອງພັກແມ່ນຈະສິ້ນສຸດລົງ ຫຼັງຈາກສິ້ນສຸດກອງປະຊຸມສະພາໃນວັນຈັນວານນີ້.
ນັບຕັ້ງແຕ່ທ່ານສີ ຈິ້ນຜິງ ຂຶ້ນດຳລົງຕຳແໜ່ງເປັນຕົ້ນມາ ໄດ້ດຳເນີນການປະຕິຮູບ 2 ຄັ້ງແລ້ວ ຄື: ໃນປີ 2013 ແລະ 2018, ໄດ້ຈັດຕັ້ງຄະນະພັກ ເພື່ອຕິດຕາມກວດກາການປ່ຽນແປງນະໂຍບາຍໃນດ້ານກົດໝາຍ ແລະຄວາມເປັນລະບຽບຮຽບຮ້ອຍ, ການຕ່າງປະເທດ, ການເງິນ ແລະ ຄວາມໝັ້ນຄົງ.