ທ່ານ ສີ ຈິ້ນຜິງ ກ່າວວ່າ ປະເທດຮັ່ງມີ ຄວນຍົກ​ເລີກ ຂໍ້ຜູກມັດດ້ານ​ການ​ເມືອງ​ ໃນການຊ່ວຍເຫຼືອ

ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມສຸດຍອດ ບັນດາຜູ້ນຳເອເຊຍ ແລະ ອາຟຣິກາ ຢູ່ທີ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 22 ເມສາ 2015.

ປະທານ​ປະ​ເທດຈີນ ທ່ານ ສີ ຈິ້ນຜິງ ກ່າວ​ຢູ່​ໃນ​ກອງ​ປະຊຸມ ​ໃນ
​ວັນ​ພຸດ​ມື້​ນີ້ ທີ່​ມີ​ເປົ້າໝາຍແນໃສ່ ​ເພື່ອເສີມ​ຂະຫຍາຍສາຍສຳ​ພັນ
​ລະຫວ່າງອາ​ຟຣິກາ ​ແລະເອ​ເຊຍ ວ່າ ບັນດາ​ປະ​ເທດ ​ທີ່​ຮັ່ງມີຄວນ
ຍົກ​ເລີກ “ຂໍ້ຜູກມັດດ້ານ​ການ​ເມືອງ​ຕ່າງໆ” ໃນ​ການ​ໃຫ້​ການ​
ຊ່ວຍ​ເຫຼືອ ​ແກ່ບັນດາ​ປະ​ເທດ​ ທີ່​ກຳ ລັງ​ພັດທະນາ.

ປະມຸກ​ຂອງ​ປະ​ເທດຕ່າງໆຈາກ 30 ກວ່າປະ​ເທດ ​ພວມເຕົ້າໂຮມ
​ກັນ​ຢູ່​ນະຄອນຫລວງ ຂອງ​ອິນ​ໂດ​ເນ​ເຊຍ ເພື່ອເຂົ້າຮ່ວມກອງ​ປະ
ຊຸມ​ສຸດ​ຍອດ ບັນດາ​ຜູ້ນຳປະ​ເທດ​ເອ​ເຊຍ ​ແລະ ອາ​ຟຣິກາ ​ເປັນ
​ເວລາ​ຫ້າມື້ ​ເພື່ອເປັນຂີດໝາຍ​ລະນຶກ​ເຖິງ ກອງປະຊຸມ ປີ 1955
ທີ່​ໄດ້​ວາງ​ພື້ນຖານ​ຕ່າງໆ ສຳ​ຫລັບ ຂະບວນການປະເທດບໍ່ຮວມ
ກຸ່ມ ໃນສະໄໝ​ສົງຄາມເຢັນ.

ບັນດາ​ຜູ້ນຳ​ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມຫວັງ​ວ່າ ຈະ​ຂະຫຍາຍການ​ຮ່ວມ​ມື ​ທາງ​ດ້ານ​ເສດ
ຖະກິດເພີ້ມຕື່ມ ລະຫວ່າງ ອາ​ຟຣິກາ ​ແລະ ​ເອ​ເຊຍ. ທະວີບ​ທັງ​ສອງ ​ຍັງມີຕະຫລາດ ທີ່ພຸ່ງ
ພົ້ນໃໝ່ຈຳນວນ​ນຶ່ງ ທີ່ໃຫຍ່ທີ່ສຸດຂອງ​ໂລກ ຫຼືບັນດາປະເທດ ທີ່​ພວມຢູ່​ໃນ​ຂັ້ນຕອນ​ ທີ່ຈະ
ກາຍ​ມາ​ເປັນ​ປະ​ເທດ​ ທີ່​ກ້າວໜ້າ​ທັນສະໄໝ.

ຈີນ​ເປັນ​ພາຄີການ​ຄ້າ​ທີ່​ໃຫຍ່​ທີ່​ສຸດກັບ​ອາ​ຟຣິກາ ຊຶ່ງໄດ້​ນຳ​ເຂົ້າຊັບພະ ຍາກອນ​ທຳ​ມະຊາດ ​ຕ່າງ​ໆ ໃນມູນ​ຄ່າຫຼາຍ 10 ຕື້​ດອນລາ​ແຕ່ລະປີ ​ແລະ ​ໄດ້​ລົງທຶນ​ໃນ​ການ​ພັດທະນາ​ທີ່​ສຳ​ຄັນໆ ​ໃນ​ທົ່ວ​ທະວີບດັ່ງກ່າວ ລວມທັງ ​ໂຄງການ​ໂຄງ​ລ່າງ​ພື້ນຖານຂະໜາດໃຫຍ່​ ​ແລະ ​ໂຄງການ​ບັນເທົາ​ໜີ້​ສິນ​ຕ່າງໆ​.

​ແຕ່​ໃນ​ຂະນະ​ທີ່​ຈີນ​ກຳລັງ​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ​ຢູ່​ໃນ​ອາ​ຟຣິກາ ນັ້ນ ບັນດາ​ປະ​ເທດ
ຕາ​ເວັນ​ຕົກ ໄດ້​ກ່າວ​ຫາຈີນ​ວ່າ ບໍ່​ເອົາຫົວຊາ​ນຳ​ຄວາມ​ກັງວົນ​ຕ່າງໆ ​ເລື້​ອງສິດທິ​ມະນຸດ ເຊັ່ນ​ ວ່າ ​ການ​ສະ​ເໜີໃຫ້ການ​ຊ່ວຍ​ເຫຼືອ ທີ່ “ບໍ່​ມີ​ຫຍັງ​ຜູກມັດ” ​ແກ່​ບັນດາ​ປະ​ເທດ ​ທີ່​ປົກຄອງ ​ດ້ວຍ​ລະບອບ​ຜະ​ເດັດ​ການ.

Your browser doesn’t support HTML5

Asia Africa Summit